
ອາເມຣິກາ ກຽມພ້ອມທີ່ໂຈມຕີຕໍ່ອີຣານ ຄືນໃໝ່ ຖ້າການເຈລະຈາບໍ່ໄດ້ຮັບຜົນ
ທ່ານ ໂດນັນ ທຣຳ ປະທານນາທິບໍດີ ອາເມຣິກາ
ທ່ານ ໂດນັນ ທຣຳ ປະທານນາທິບໍດີ ອາເມຣິກາ ກ່າວວ່າ: ປັດຈຸບັນນີ້, ອາເມຣິກາ ແລະ ອີຣານໃກ້ຈະບັນລຸສັນຍາທີ່ດີຫຼາຍ.
ແຕ່ຖ້າວ່າບໍ່ສາມາດບັນລຸສັນຍາດັ່ງກ່າວໄດ້, ທ່ານຈະຮຽກຮ້ອງໃຫ້ກະຊວງສົງຄາມ ກໍຄື ກະຊວງປ້ອງກັນປະເທດ ອາເມຣິກາ ມີສ່ວນ
ຮ່ວມນຳ. ທ່ານ ໂດນັນ ທຣຳ ກ່າວຕື່ມວ່າ: ຜ່ານການລົງນາມໃນສັນຍາ, ພວກເຮົາສາມາດຮັບປະກັນການເດີນເຮືອຢູ່ຊ່ອງແຄບໂຮມຸສ
ແລະ ຮັບປະກັນໃຫ້ອີຣານປອດອາວຸດນິວເຄລຍເປັນຕົ້ນ. ໃນມື້ດຽວກັນ, ທ່ານ ປີເຕີ ບຣຽນ ແຮກແຊັດ ລັດຖະມົນຕີກະຊວງປ້ອງກັນ
ປະເທດອາເມຣິກາກ່າວວ່າ: ອາເມຣິກາ ຈະພະຍາຍາມໃຫ້ການເຈລະຈາລະຫວ່າງ ອາເມຣິກາ ແລະ ອີຣານ ບັນລຸສັນຍາ, ແຕ່ຖ້າການ
ເຈລະຈາບໍ່ໄດ້ຮັບຜົນ, ອາເມຣິກາກຽມພ້ອມທີ່ຈະດຳເນີນການໂຈມຕີດ້ານການທະຫານຄືນໃໝ່.
ເດືອນ ກຸມພາ ປີນີ້, ອາເມຣິກາ ແລະ ອິດສະຣາແອນ ໄດ້ຮ່ວມກັນໂຈມຕີ ອີຣານ, ຕໍ່ມາ ອາເມຣິກາ ໄດ້ອັດຕັນທ່າກຳປັ່ນຂອງ ອີ
ຣານ, ສ່ວນອີຣານໄດ້ດຳເນີນການຄວບຄຸມພິເສດຕໍ່ການເດີນເຮືອຜ່ານຊ່ອງແຄບໂຮມຸສ, ການປະທະກັນເຮັດໃຫ້ມີຜູ້ເສຍຊີວິດ ແລະ
ບາດເຈັບຈຳນວນຫຼວງຫຼາຍ, ລາຄາພະລັງງານໃນທົ່ວໂລກກໍໄດ້ຖີບສູງຂຶ້ນ.
ແຫຼ່ງທີ່ມາ: ຂກທ
ວັນທີ 03/06/2026