6 ປະເທດຈະສືບຕໍ່ເພີ່ມທະວີການແລກປ່ຽນຂ່າວລັບ
ແລະ ການເຄື່ອນໄຫວປະຕິບັດກົດໝາຍຮ່ວມ
ໂທລະພາບແຫ່ງ ສປ ຈີນ ລາຍງານວັນທີ 28 ກຸມພາ ຜ່ານມາວ່າ: ໃນລະຫວ່າງວັນທີ 25-26 ກຸມພາ, ສູນການຮ່ວມມືປະຕິບັດ
ກົດໝາຍແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຈັດກອງປະຊຸມໂຕະມົນ ເພື່ອວິເຄາະສະພາບການກໍ່ອາຊະຍາກຳຢູ່ພາກພື້ນແມ່ນ້ຳລ້ານຊ້າງ-ແມ່
ນ້ຳຂອງ ຄັ້ງທີ 2 ຢູ່ນະຄອນຄຸນໝິງ ແຂວງຢຸນນານຈີນ.
ຜູ້ຕາງໜ້າທີ່ເຂົ້າຮ່ວມກອງປະຊຸມເຫັນດີເປັນເອກະພາບກັນວ່າ: ການເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ລົງເລິກການປະຕິ
ບັດກົດໝາຍຮ່ວມກັນ ແລະ ຍົກສູງຄວາມສາມາດດ້ານການປະຕິບັດກົດໝາຍ ແມ່ນມາດຕະການທີ່ສຳຄັນໃນການຮັບມືກັບອາຊະຍາກຳ
ຂ້າມຊາດ. ກອງປະຊຸມໂຕະມົນຄັ້ງນີ້ ໄດ້ເຕົ້າໂຮມຄວາມເຫັນທີ່ເປັນເອກະພາບກັນກ່ຽວກັບການຮ່ວມມືລະຫວ່າງອົງການປະຕິບັດກົດ
ໝາຍຂອງ 6 ປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຕື່ມອີກ ເຊິ່ງໄດ້ສ້າງພື້ນຖານທີ່ໜັກແໜ້ນໃຫ້ແກ່ການຮ່ວມກັນປາບປາມອາຊະຍາກຳ
ຂ້າມຊາດໃນອະນາຄົດ.
ຝ່າຍຕ່າງໆ ຈະສືບຕໍ່ເພີ່ມທະວີການແລກປ່ຽນຂ່າວລັບ ແລະ ການເຄື່ອນໄຫວປະຕິບັດກົດໝາຍຮ່ວມ ເພື່ອຮ່ວມກັນປົກປັກຮັກສາ
ຄວາມໝັ້ນຄົງ ແລະ ສະຖຽນລະພາບຂອງພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ. ໃນໄລຍະກອງປະຊຸມຄັ້ງນີ້, ສູນການຮ່ວມມືປະຕິບັດ
ກົດໝາຍແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ແຕ່ງຕັ້ງຜູ້ຕາງໜ້າພາກສ່ວນປະຕິບັດກົດໝາຍຈາກ 6 ປະເທດ ຄື: ຈີນ, ລາວ, ໄທ, ກຳປູເຈຍ,
ມຽນມາ ແລະ ຫວຽດນາມຮ່ວມກັນ ເປີດ “ ການເຄື່ອນໄຫວຮັກສາ ຄວາມສະຫງົບປອດໄພຢູ່ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ 2025 ”.
ແຫຼ່ງທີ່ມາ: ຂກທ
ວັນທີ 03/03/2025