ຣັດເຊຍ ແລະ ອູແກຼນ ແລກປ່ຽນ ສະເລີຍເສິກກ່ອນປີໃໝ່
ວັນທີ 30 ທັນວາ ຜ່ານມາ, ບັນດາເຈົ້າໜ້າທີ່ ຣັດເຊຍ ແລະ ອູແກຼນ ໄດ້ໃຫ້ຮູ້ວ່າ: ສອງປະເທດ ໄດ້ແລກປ່ຽນສະເລີຍເສິກກວ່າ 300
ຄົນ ກ່ອນປີໃໝ່ ຕາມຂໍ້ຕົກລົງທີ່ໄກ່ເກ່ຍໂດຍ ສະຫະລັດ ອາຣັບ ເອມິເຣດ (UAE).
ກະຊວງປ້ອງກັນປະເທດ ຣັດເຊຍ ໄດ້ໃຫ້ຮູ້ວ່າ: ຕາມການເຈລະຈາຕົກລົງແມ່ນ ທະຫານ ຣັດເຊຍ ຈຳນວນ 150 ຄົນ ຈະໄດ້ກັບຄືນປະ
ເທດ ແລະ ເຊັ່ນດຽວກັນ, ຝ່າຍ ອູແກຼນ ມີສະເລີຍເສິກ ຈຳນວນ 150 ຄົນ ຈະໄດ້ຮັບການປ່ອຍຕົວ. ເຖິງຢ່າງໃດກໍຕາມ, ທ່ານ ໂວໂລດີ ເມຍ
ເຊເລັນສະກີ ປະທານາທິບໍດີ ອູແກຼນ ໄດ້ຖະແຫຼງວ່າ: ກີແອັບ ຈະໄດ້ຮັບຕົວສະເລີຍເສິກຄືນ 189 ຄົນ ຕາມຂໍ້ຕົກລົງດັ່ງກ່າວ, ເຊິ່ງລວມມີນາຍ
ທະຫານ, ທະຫານປ້ອງກັນຊາຍແດນ ແລະ ສາມັນຊົນອີກ 2 ຄົນ ຈາກນະຄອນມາຣິອູໂປລ (Mariupol), ທີ່ຖືກຄວບຄຸມໂດຍ ຣັດເຊຍ ໃນ
ປັດຈຸບັນ.
ທ່ານ ເຊເລັນສະກີ ໄດ້ເນັ້ນໜັກວ່າ: ເປົ້າໝາຍຂອງ ອູແກຼນ ແມ່ນນຳສະເລີຍເສິກທຸກຄົນກັບຄືນປະເທດ. ໃນວັນດຽວກັນ, ຝ່າຍ ອູແກຼນ
ໄດ້ແຈ້ງໃຫ້ຊາບວ່າ: ມົດສະກູ ໄດ້ປ່ອຍຕົວນາຍທະຫານ ແລະ ສາມັນຊົນ ທັງໝົດ 3.956 ຄົນ ແລ້ວ.
ແຫຼ່ງທີ່ມາ: ຂກທ
ວັນທີ 06/01/2025