ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະ​ຜູ້​ແທນ ອາ​ເມ​ຣິ​ກາ ຈະ​ຢ້ຽມຢາມ ກຣີນ​ແລນ ເພື່ອ​ຊຸກຍູ້​ແຜນ​ໂຮມ​​ດິນແດນ


ທ່ານ ນາງ ເຈດີ ແວນ ພັນລະຍາຂອງທ່ານຮອງປະທານາທິບໍດີ ອາເມຣິກາ

     ໃນວັນ​ທີ 24 ມີນາ 2025 ນີ້: ຄະນະ​ຜູ້ແທນ​ຂັ້ນ​ສູງ ອາ​ເມ​ຣິກາ ຈະຢ້ຽມຢາມເກາະ ກຣີນແລນ ໃນ​ອາທິດ​ນີ້, ໃນ​ຂະນະທີ່ອຳນາດ
​ການ​ປົກຄອງ​ຂອງທ່ານປະທານາທິບໍດີ ໂດ​ນັນທຣຳ ພວມຊຸກຍູ້ແຜນການ​ໂຮມ ເຂດດິນແດນ​ເຄິ່ງ​ປົກຄອງດ້ວຍຕົນ​ເອງ.

     ຄະນະ​ຜູ້​ແທນ​ນຳ​ໂດຍ ພັນ​ລະ​ຍາ​ຂອງ​ທ່ານ​ຮອງ​ປະທານາທິບໍດີ ອາ​ເມ​ຣິ​ກາ ເຈດີ ແວນ ພ້ອມ​ກັບ​ຄະນະທີ່​ປຶກສາ​ຄວາມ​ໝັ້ນຄົງ​ແຫ່ງ​
ຊາດ ອາ​ເມ​ຣິ​ກາ ແລະ ລັດຖະມົນຕີ​ກະຊວງ​ພະລັງງານ. ທຳ​ນຽບ​ຂາວ​ຊີ້​ແຈ້ງວ່າ, ບັນດາ​ເຈົ້າ​ໜ້າທີ່​ຂອງ ອາ​ເມ​ຣິ​ກາ ມີ​ແຜນການ​ໄປ​ຢ້ຽມ
ຢາມ​ຖານ​ທີ່​ໝັ້ນ​ອະ​ວະ​ກາດ Pituffik, ຖານ​ທີ່​ໝັ້ນ​ດ້ານ​ການ​ທະຫານ​ຂອງອາ​ເມ​ຣິ​ກາຢູ່ ກຣີນ​ແລນ ກໍ​ຄືຢ້ຽມຢາມ​ບັນດາ​ເຂດ​ປູຊະນີຍະ
ສະຖານ​ປະຫວັດສາດ​ຢູ່​ທີ່​ນັ້ນ. ໂຄສົກ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ອາ​ເມ​ຣິ​ກາ ເປີດເຜີຍ​ວ່າ: ຄະນະ​ຜູ້​ແທນ ອາ​ເມ​ຣິ​ກາ ເຊື່ອ​ໝັ້ນ​ວ່າ
ການ​ຢ້ຽມຢາມ​ຈະ​ນຳ​ມາ​ເຊິ່ງ​ໂອກາດ​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ທີ່​ເຄົາລົບ​ສິດ​ຕັດສິນ​ດ້ວຍ​ຕົນ​ເອງ​ຂອງຊາວ ກຣີນ​ແລນ ແລະ ຊຸກຍູ້​ການ
​ຮ່ວມ​ມື​ດ້ານ​ເສດຖະກິດສອງປະເທດ.

ແຫຼ່ງທີ່ມາ: ຂກທ
ວັນທີ 27/03/2025