ກອງປະຊຸມກົມການເມືອງສູນກາງພັກຄອມມູນິດຈີນ
ໂທລະພາບແຫ່ງ ສປ ຈີນ ລາຍງານ ວັນທີ 26 ກັນຍາ 2024 ນີ້, ກົມການເມືອງສູນກາງພັກຄອມມູນິດຈີນ ໄດ້ຈັດກອງປະຊຸມ, ເພື່ອວິ
ເຄາະ ແລະ ຄົ້ນຄວ້າສະພາບການເສດຖະກິດ ໃນປັດຈຸບັນ, ຈັດວາງວຽກງານເສດຖະກິດໃນບາດກ້າວຕໍ່ໄປ. ໂດຍການເປັນປະທານກອງປະ
ຊຸມ ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກຄອມມູນິດຈີນ. ກອງປະຊຸມເນັ້ນໜັກວ່າ: ຈະເພີ່ມທະວີການປັບປຸງນະ
ໂຍບາຍການເງິນ ແລະ ເງິນຕາ, ປັບປຸງນະໂຍບາຍຈຳກັດການຊື້ເຮືອນຢູ່, ຫຼຸດຜ່ອນອັດຕາກູ້ຢືມເງິນຊື້ເຮືອນ, ພະຍາຍາມພັດທະນາຕະຫຼາດທຶນ,
ຊຸກຍູ້ການປະຕິຮູບກອງທຶນສາທາລະນະຢ່າງໝັ້ນທ່ຽງ, ຄົ້ນຄວ້າ ແລະ ວາງມາດຕະການ ແລະ ນະໂຍບາຍທີ່ປົກປ້ອງນັກລົງທຶນຂະໜາດກາງ
ແລະ ນ້ອຍ, ສ້າງກົດໝາຍວ່າດ້ວຍການສົ່ງເສີມເສດຖະກິດເອກະຊົນ, ຖືເອົາການຊຸກຍູ້ການບໍລິໂພກປະສານສົມທົບກັບການສ້າງຜົນປະໂຫຍດ
ໃຫ້ແກ່ຊີວິດການເປັນຢູ່ຂອງປະຊາຊົນ, ເຮັດໃຫ້ກຸ່ມຄົນທີ່ມີລາຍຮັບປານກາງ ແລະ ຕ່ຳມີລາຍຮັບເພີ່ມຂຶ້ນ, ເຮັດວຽກການຜະລິດສະບຽງອາຫານ
ແລະ ກະສິກຳໃຫ້ດີຢ່າງແທ້ຈິງ, ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານຂອງປະເທດ.
ແຫຼ່ງທີ່ມາ: ຂກທ
ວັນທີ 30/09/2024