ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຊູ​ແອັດ ປ່ອຍ​ອາຍພິດເຮືອນ​ແກ້ວ ເພີ່ມ​ຂຶ້ນ ​ສູງ​ສຸດ​ໃນ​ຮອບ 35 ປີ

     ​ສຳນັກ​ຂ່າວ ເອ​ເອ​​ຟ​ພີ ລາຍ​ງານ ຈາກ​ນະຄອນຫຼວງ ສະ​ຕອກ​ໂຮມ ປະເທດ​ຊູ​ແອັດ ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ການ​ປ່ອຍອາຍພິດ​​ເຮືອນ​
ແກ້ວ ໃນ​ຊູ​ແອັດ ເພີ່ມ​ຂຶ້ນ 7% ໃນ​ປີ 2024 ເຊິ່ງ​ເປັນ​ຕົວ​ເລກ​ຫຼາຍ​ທີ່​ສຸດ ນັບ​ຕັ້ງແຕ່​ປີ1990 ໂດຍ​ເປັນ​ຜົນ​ມາ​ຈາກການ​ໃຊ້​ນ້ຳມັນ​
ກາ​ຊວນ ເພີ່ມ​ຂຶ້ນ​ຫຼາຍ.

     ຕາງໜ້າສຳນັກງານຄຸ້ມ​ຄອງສິ່ງແວດລ້ອມແຫ່ງ​ຊາດ ຊູ​ແອັດ ກ່າວ​ວ່າ: ການ​ປ່ອຍ ອາຍພິດ​​ເຮືອນ​ແກ້ວ ລວມ​ມີ 47,5 ລ້ານ​ໂຕນ
ທຽບ​ເທົ່າ​ກັບ ກາກ​ບອນ​ດີ​ອົກ​ຊິດ ເພີ່ມ​ຂຶ້ນ​ຫຼາຍ​ກວ່າ 3 ລ້ານ​ໂຕນ ເມື່ອ​ທຽບ​ກັບ​ປີ 2023. ຕົວ​ເລກ​ສະຖິຕິ ດັ່ງກ່າວ, ຖື​ເປັນ​ການ
ເພີ່ມ​ຂຶ້ນປະຈຳ​ປີ​ຫຼາຍ​ທີ່​ສຸດ ນັບ​ຕັ້ງແຕ່ ປີ 1990, ໂດຍ​ຍົກເວັ້ນ ປີ 2010 ເຊິ່ງ​ເປັນ ໄລຍະການ​ຟື້ນ​ຕົວ​ຈາກ​ວິ​ກິດ​ການ​ທາງ​ການ​ເງິນ.

     ສ່ວນ​ສາເຫດ​ຫຼັກ​ມາ​ຈາກການ​ນຳ​ໃຊ້​ນ້ຳມັນ​ກາ​ຊວນ​ຈາກ​ເຊື້ອ​ໄຟ​ຟອ​​ສ​ຊິ​​ລ​ເພີ່ມ​ຂຶ້ນ​ໃນ​ຍານພາຫະນະ​ຕາມ​ຖະໜົນ ແລະ ເຄື່ອງ​ຈັກ.
ຂະນະ​ທີ່ ພາກ​ສ່ວນການ​ຂົນສົ່ງ​ພາຍ​ໃນ​ປະເທດ​ເປັນ​ແຫຼ່ງ​ປ່ອຍ​ອາຍພິດຂະໜາດ​ໃຫຍ່​ທີ່​ສຸດ​ຂອງ ຊູ​ແອັດ ໃນ​ປັດຈຸບັນ​.

ແຫຼ່ງທີ່ມາ: ຂກທ
ວັນທີ 23/12/2025