ຣັດເຊຍ ໄດ້ນຳສະເໜີຍານສໍາຫຼວດໃຕ້ນໍ້າ ລຸ້ນ Klavesin-1RE
ຍານສໍາຫຼວດໃຕ້ນໍ້າລຸ້ນ Klavesin-1RE (AUV)
ສໍານັກຂ່າວຫວຽດນາມລາຍງານໃຫ້ຮູ້ວ່າ: ທີ່ງານວາງສະແດງສິນຄ້າການທະຫານສາກົນຫວຽດນາມ ປະຈໍາປີ 2024, ທີ່ໄດ້ດໍາເນີນມາ
ແຕ່ ວັນທີ 19-22 ທັນວາ ຢູ່ທີ່ນະຄອນຫຼວງຮ່າໂນ້ຍ ປະເທດຫວຽດນາມ, ຣັດເຊຍ ໄດ້ນໍາສະເໜີຍານສໍາຫຼວດໃຕ້ນໍ້າລຸ້ນ Klavesin-1RE
(AUV) ທີ່ຜະລິດ ແລະ ອອກແບບໂດຍ ກົມອອກແບບ ຣູບິນ ຂອງປະເທດ ຣັດເຊຍ ເພື່ອນໍາໃຊ້ເຂົ້າໃນພາລະກິດສຳຫຼວດຄວາມເຄື່ອນ
ໄຫວໃຕ້ທະເລເລິກ ແລະ ສຳຫຼວດໃຕ້ນໍ້າ.
ຍານສໍາຫຼວດ AUV Klavesin-1RE ສາມາດປະຕິບັດໜ້າທີ່ໄດ້ໃນລະດັບນໍ້າທີ່ມີຄວາມເລິກເຖິງ 6.000 m ແລະ ໃນຂອບເຂດ
300 ກິໂລແມັດ. AUV ມີຊຸດເຊັນເຊີທີ່ສົມບູນແບບ, ລວມທັງໂຊນາສະແກນດ້ານຂ້າງຄວາມຖີ່ສູງ ແລະ ຕ່ຳ, ເຄື່ອງສະແກນແມ່ເຫຼັກໄຟຟ້າ
ແລະ ເຄື່ອງສຽງທີ່ມີຄວາມເລິກ, ຍານສໍາຫຼວດ ດັ່ງກ່າວ ສາມາດກວດພົບອາວຸດ ຕ່າງໆ ແລະ ກໍານົດວັດຖຸທີ່ຢູ່ເທິງພື້ນທະເລໄດ້ຢ່າງແນ່ນອນ.
ນອກຈາກນັ້ນ, Klavesin-1RE ຍັງຖືກຕິດຕັ້ງດ້ວຍລະບົບກ້ອງບັນທຶກທີ່ທັນສະໄໝເຮັດໃຫ້ສາມາດສໍາຫຼວດພື້ນທີ່ ແລະ ວັດຖຸ ໃຕ້ນ້ຳ
ໄດ້ຢ່າງລະອຽດ. ຍານສໍາຫຼວດ Klavesin-1RE ສາມາດນໍໍາໃຊ້ເຂົ້າໃນການປະຕິບັດພາລະກິດໄດ້ຫຼາຍຢ່າງ ຫຼື ນໍາໃຊ້ເຂົ້າຊ່ວຍປະຕິບັດໜ້າທີ່
ທາງການທະຫານ, ເໝາະສົມສຳລັບເຄື່ອງມືສໍາຫຼວດວັດຖຸ ຫຼື ອາວຸດໃຕ້ນໍາໄດ້ເປັນຢ່າງດີ. ພ້ອມນັ້ນຍານດັ່ງກ່າວຍັງມີຫຼາຍປະເທດ ໃຫ້ຄວາມ
ສົນໃຈ ເພື່ອຈະນໍາໄປໃຊ້ເປັນເຄື່ອງມືສຳຫຼວດໃຕ້ທ້ອງ ທະເລໃນເຂດໜ້ານ້ຳ ຂອງປະເທດຕົນ.
ແຫຼ່ງທີ່ມາ: ຂກທ
ວັນທີ 24/12/2024