ການຊ້ອມຮົບຮ່ວມ ລະຫວ່າງ ອາເມຣິກາ-ສ ເກົາຫຼີ
ຈະເຮັດໃຫ້ສະຖານະການຢູ່ແຫຼມເກົາຫຼີ ຕົກຢູ່ໃນສະພາບເຄັ່ງຕຶງ
ໃນວັນທີ 12 ມີນາ 2025 ນີ້, ກະຊວງການຕ່າງປະເທດ ສປປ ເກົາຫຼີ ປະກາດແຈ້ງການ ເພື່ອກ່າວປະນາມການຊ້ອມຮົບຮ່ວມກັນ
ລະຫວ່າງ ອາເມຣິກາ-ສ ເກົາຫຼີ ຈະເຮັດໃຫ້ສະພາບການອ້ອມຂ້າງເຄັ່ງຕຶງຂຶ້ນ.
ແຈ້ງການລະບຸວ່າ: ທະຫານອາເມຣິກາ ແລະ ສ ເກົາຫຼີ ດຳເນີນການຊ້ອມຮົບຮ່ວມກັນຂະໜາດໃຫຍ່ ພາຍໃຕ້ຫົວຂໍ້ “ຟຣີດອມຊິວ
2025” (Freedom Shield) ທີ່ເປັນການຊ້ອມຮົບສົງຄາມລັກສະນະຮຸກຮານ. ແຕ່ ອາເມຣິກາ ແລະ ສ ເກົາຫຼີ ບໍ່ເອົາຫົວຊານຳການ
ກ່າວເຕືອນເທື່ອແລ້ວເທື່ອອີກຂອງ ສປປ ເກົາຫຼີ, ຊູຊີຈັດການຊ້ອມຮົບຮ່ວມກັນຂະໜາດໃຫຍ່, ເຊິ່ງເປັນການກະທຳທີ່ທ້າທາຍແລະເກາະ
ຜິດ ຊໍ້າຕື່ມໃຫ້ສະພາບການມີຄວາມຮ້ອນແຮງຂຶ້ນຕື່ມ. ແຈ້ງການລະບຸຕື່ມວ່າ, ສປປ ເກົາຫຼີ ໄດ້ສະແດງທ່າທີຢ່າງຈະແຈ້ງວ່າ: ຈະສືບຕໍ່
ໃຊ້ກຳລັງສະກັດ ກັ້ນທາງຍຸດທະສາດ, ເພື່ອຕອບໂຕ້ການເຄື່ອນໄຫວທີ່ອວດອ້າງກຳລັງອາວຸດຕໍ່ເນື່ອງຂອງອາເມຣິກາ.
ແຫຼ່ງທີ່ມາ: ຂກທ
ວັນທີ 12/03/2025