ສປຊ ກຽມເລີກຈ້າງພະນັກງານພັນຕຳແໜ່ງ ຍ້ອນບັນຫາທາງການເງິນ
ໃນວັນທີ 2 ພຶດສະພາ 2025 ວ່າ: ສະຫະປະຊາຊາດ (UN) ເຊິ່ງກຳລັງປະສົບບັນຫາທາງການເງິນ ອາດຫລຸດຕຳແໜ່ງງານໃນຝ່າຍບໍລິຫານ
ລົງ 20% ຫຼື ປະມານຫຼາຍພັນຕຳແໜ່ງ ຕາມແຜນ “UN 80”.
ທ່ານ ຈັນທະມູລີ ຣາມານາທານ ຜູ້ຊ່ວຍເລຂາທິການສະຫະປະຊາຊາດ ຝ່າຍວາງແຜນໂຄງການ, ການເງິນ ແລະ ງົບປະມານລະບຸໃນບັນທຶກ
ຂໍ້ຄວາມ ເຊິ່ງສົ່ງ ເຖິງຫົວໜ້າໜ່ວຍງານຫຼາຍສິບແຫ່ງວ່າ: ສຳນັກງານເລຂາທິ ການຕັ້ງເປົ້າຈະຫຼຸດງົບປະມານສຳລັບປີ 2026 ລົງປະມານ 15-20%
ເຊິ່ງລວມທັງການຫຼຸດ ຕຳ ແໜ່ງງານລົງ 20%. ກ່ອນໜ້ານີ້, ທ່ານ ອັນໂຕນິໂອ ກູເຕເຣສ ເລຂາທິການສະຫະປະຊາຊາດເຕືອນເຖິງການປ່ຽນແປງທີ່
ເຈັບປວດ ແລະ ກ່າວເຖິງການຫຼຸດຈຳນວນພະນັກງານລົງ 20% ແບບອ້ອມໆ.ເອກະສານພາຍໃນລົງວັນທີ 27ພຶດສະພາຜ່ານມາ ຮຽກຮ້ອງໃຫ້ຫົວ
ໜ້າພະແນກທັງໝົດເຮັດລາຍຊື່ບຸກຄະລາກອນໃນຕຳ ແໜ່ງທີ່ຈະເລີກຈ້າງ ພາຍໃນວັນທີ 13 ມິຖຸນານີ້ ໂດຍເນັ້ນໃສ່ຕຳແໜ່ງທີ່ຊ້ຳຊ້ອນ, ທັບຊ້ອນ
ຫຼື ບໍ່ສຳຄັນ.
ທັງນີ້, ຖ້າສະມັດຊາໃຫຍ່ຮັບຮອງງົບປະມານປີ 2026 ການຫຼຸດຈຳນວນພະນັກງານຈະມີຜົນບັງຄັບໃຊ້ໃນ ວັນທີ 1 ມັງກອນ 2026. ເຖິງ
ຢ່າງໃດກໍຕາມ, ສຳນັກງານຂ້າຫຼວງໃຫຍ່ຜູ້ລີ້ໄພແຫ່ງສະຫະປະຊາຊາດ (UNHCR), ສຳນັກງານບັນເທົາທຸກ ແລະ ຈັດຫາງານຂອງສະຫະປະຊາ
ຊາດ ສຳລັບຜູ້ລີ້ໄພປາແລັດສະຕິນຢູ່ຕາເວັນອອກໃກ້ (UNRWA) ແລະ ອົງກອນ ເພື່ອແມ່ຍິງແຫ່ງສະຫະປະຊາຊາດ (UN WEMAN) ເຊິ່ງ
ໃຊ້ງົບປະມານທົ່ວໄປຈະໄດ້ຮັບຄຳສັ່ງແຍກກັນ.
ແຫຼ່ງທີ່ມາ: ຂກທ
ວັນທີ 05/06/2025