ອົງການ WHO ຈັດກອງປະຊຸມສະເພາະຢາພື້ນເມືອງ “ປະຕິບັດຍຸດທະສາດ
ແພດສາດພື້ນເມືອງ
ຊຸກຍູ້ການປົກປ້ອງສຸຂະພາບທົ່ວປວງຊົນ”
ວັນທີ 20 ພຶດສະພາ 2025 ຢູ່ທີ່ນະຄອນເຊີແນວ ປະເທດສະວິດ, ໃນໄລຍະກອງປະຊຸມອົງການອະນາໄມ ໂລກ ຄັ້ງທີ 78, ຈີນ, ມາ
ເລເຊຍ, ເນປານ, ອາຣາບີ ຊາອູດິດ, ເຊເຊນ ໄດ້ຮ່ວມກັນຈັດກອງປະຊຸມສະເພາະຢາພື້ນເມືອງພາຍໃຕ້ຫົວຂໍ້ “ປະຕິບັດຍຸດທະສາດແພດສາດ
ພື້ນເມືອງ ຊຸກຍູ້ການປົກປ້ອງສຸຂະພາບທົ່ວປວງຊົນ” ນີ້ແມ່ນປະເທດສະມາຊິກອົງການອະນາໄມໂລກຫຼື WHO ຈັດກອງປະຊຸມພາຍໃຕ້ຫົວ
ຂໍ້ກ່ຽວກັບຢາພື້ນເມືອງເປັນຄັ້ງທຳອິດ ໃນໄລຍະກອງປະຊຸມ, ໂດຍມີຈຸດປະສົງ ເພື່ອຊຸກຍູ້ໃຫ້ຢາພື້ນເມືອງເຊື່ອມໂຍງເຂົ້າກັບລະບົບສາທາລະ
ນະສຸກ ຂອງບັນດາປະເທດໃນໂລກ ເພື່ອໃຫ້ບໍລິການແກ່ການປົກປ້ອງສຸຂະພາບທົ່ວປວງຊົນ ແລະ ເປົ້າໝາຍແຫ່ງການພັດທະນາແບບຍືນຍົງ
ເປັນຢ່າງດີ, ຊ່ວຍການສ້າງປະຊາຄົມຮ່ວມສຸຂະພາບສາທາລະນະສຸກຂອງມວນມະນຸດ.
ໃນກອງປະຊຸມໄດ້ມີເຈົ້າໜ້າທີ່ສາທາລະນະສຸກລະດັບສູງຈາກຫຼາຍປະເທດ, ຜູ້ຕາງໜ້າອົງການອະນາໄມໂລກ, ຜູ້ຊ່ຽວຊານ, ນັກວິຊາ
ການທີ່ມີຊື່ສຽງພ້ອມດ້ວຍບຸກຄົນວົງການວິຊາການໃນສາກົນ ແລະ ອື່ນໆທັງໝົດ 100 ກວ່າຄົນ ເຂົ້າຮ່ວມ.
ແຫຼ່ງທີ່ມາ: ຂກທ
ວັນທີ 26/05/2025