ຣັດເຊຍ ຍິນດີທີ່ຈະຕິດຕໍ່ເຈລະຈາບັນຫາອູແກຣນ ຜ່ານອາເມຣິກາ
ຊີເອັມຈີຂອງຈີນ ລາຍງາຍໃຫ້ຮູ້ໃນວັນທີ 12 ທັນວາ 2024 ນີ້ຜ່ານມາ, ທ່ານນາງ ມາເຣຍ ຈາຄາໂຣວາ ໂຄສົກກະຊວງການຕ່າງ
ປະເທດຣັດເຊຍ ກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ໂດຍ ແນໃສ່ຂໍ້ສະເໜີກ່ຽວກັບການເຈລະຈາທີ່ ທ່ານ ໂດນັລ໌ ທຣຳ ປະທານາທິບໍ
ດີອາເມຣິກາຄົນໃໝ່ ສະເໜີຂຶ້ນໃນວັນທີ 8 ທັນວາ ຜ່ານມາ, ຣັດເຊຍ ຈະບໍ່ຍອມອ່ອນຂໍ້ບໍ່ວ່າດ້ານໃດຕໍ່ບັນຫາ ອູແກຣນ ອີກ, ແຕ່ຍິນດີ
ທີ່ຈະຕິດຕໍ່ເຈລະຈາຜ່ານ ອາເມຣິກາ.
ທ່ານ ໂວໂລດີເມຍ ເຊເລັນສະກີ ປະທານາທິບໍດີ ອູແກຣນ ກ່າວຢ້ຳໃນຫວ່າງມໍ່ໆມານີ້ວ່າ ອູແກຣນ ຈະບໍ່ລົງນາມໃນສັນຍາສັນຕິພາບ
ສະບັບໃດທັງສິ້ນ ຫາກປາສະຈາກຫຼັກປະກັນດ້ານຄວາມໝັ້ນຄົງ.
ແຫຼ່ງທີ່ມາ: ຂກທ
ວັນທີ 18/12/2024