ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມທະຫານຊາຍແດນກອງທັບປະຊາຊົນລາວ ແລະ ກອງບັນຊາການທະຫານຊາຍແດນກອງທັບ ປະ
ຊາຊົນຫວຽດນາມ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຄຸ້ມ​ຄອງ​ເສັ້ນ​ຊາຍ​ແດນ

     ໂດຍປະຕິບັດຕາມແຜນການຮ່ວມມື ປະຈໍາປີ 2020, ກົມທະຫານຊາຍແດນ ກົມໃຫຍ່ເສນາທິການກອງທັບ
ປະຊາຊົນລາວ ແລະ ກອງບັນຊາການທະຫານຊາຍແດນ ກອງທັບປະຊາຊົນ ຫວຽດນາມ ໄດ້ຈັດກອງປະຊຸມພົບປະ
ແລກປ່ຽນສະພາບການຮ່ວມມືໃນການຄຸ້ມຄອງປົກປັກຮັກສາຊາຍແດນ ປະຈໍາປີ 2020 ຂຶ້ນໃນວັນທີ 7 ຕຸລານີ້,
ຢູ່ທີ່ ດ່ານສາກົນເກົາແຈວ ເມືອງ ເຮືອງເຊີນ ແຂວງ ຮາຕິ໋ງ ສ.ສ ຫວຽດນາມ
(ກປທ)                                                           (ອ່ານຕໍ່............)

   

ເປີດຊຸດອົບຮົມບຳລຸງຄູການທະຫານໄລຍະສັ້ນໃຫ້ແກ່ ກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນ

     ໃນວັນທີ 7 ຕຸລາ 2020 ນີ້ ຢູ່ສະໂມສອນສະໝາມກີລາອາຊຽນກອງພັນ (199 ) ກົມອົບຮົມ, ກົມໃຫຍ່ເສນາ
ທິການກອງທັບ ໄດ້ຈັດພິທີເປີດຊຸດອົບຮົມບຳລຸງຄູການທະຫານໄລຍະສັ້ນໃຫ້ແກ່ ກົມກອງກຳລັງຫຼວງ-ກຳລັງທ້ອງ
ຖິ່ນ ໃນທົ່ວກອງທັບ ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຕີ ຈັນທອງ ສອນຕະອາດ ກຳມະການຄະນະ
ພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າ ກົມໃຫຍ່ເສນາທິການກອງທັບ
(ກປທ)                                                           (ອ່ານຕໍ່............)

   

ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລະຫວ່າງ ລາວ-ຣັດເຊຍ ຄົບຮອບ 60 ປີ

     ກະຊວງປ້ອງກັນປະເທດ ໄດ້ຮ່ວມກັບ ສະຖານເອກອັກຣາຊະ​ທູດ ຣັດເຊຍ ປະຈໍາ ສປປ ລາວ ໄດ້ຈັດຕັ້ງສະເຫຼີມ
ສະຫຼອງວັນສ້າງຕັ້ງສາຍພົວພັນການທູດລະຫວ່າງ ລາວ-ຣັດເຊຍ ຄົບຮອບ 60 ປີ ( 7 ຕຸລາ 1960-7 ຕຸລາ 2020 )
ຢູ່ທີ່ສະໂມສອນ ກົມໃຫຍ່ການເມືອງກອງທັບ, ໃນວັນທີ 8 ຕຸລາ ນີ້, ໂດຍການເປັນປະທານຮ່ວມຂອງ ສະຫາຍ ພົນ
ເອກ ຈັນສະຫມອນ ຈັນຍາລາດ ກໍາມະການ ກົມການເມືອງສູນກາງພັກ ລັດຖະມົນຕີ ກະຊວງປ້ອງກັນປະເທດ
(ກປທ)                                                           (ອ່ານຕໍ່............)

   

ກົມ ວສ-ປສ ການທະຫານ ເຜີຍແຜ່ມະຕິຄຳສັ່ງຂອງກົມການເມືອງສູນກາງພັກ

     ວັນທີ 6 ຕຸລາ 2020 ນີ້, ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຈັດຕັ້ງເຜີຍແຜ່ມະຕິຄຳສັ່ງຂອງ
ກົມການເມືອງສູນກາງພັກ ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າ ກົມ ວິ
ທະຍາສາດ-ປະຫວັດສາດ ການທະຫານ ມີຄະນະພັກ-ຄະນະບັນຊາພະແນກການ ແລະ ພະນັກງານ-ນັກຮົບພາຍໃນ
ກົມເຂົ້າຮ່ວມ
(ກປທ)                                                           (ອ່ານຕໍ່............)

   

ກະຊວງປ້ອງກັນປະເທດ ປະກາດການຈັດຕັ້ງ ກທອ

     ໃນວັນທີ 6 ຕຸລາ 2020 ນີ້, ກະຊວງປ້ອງກັນປະເທດ ປະກາດການຈັດຕັ້ງຂັ້ນບັນຊາ ຫົວໜ້າຫ້ອງ, ຮອງຫ້ອງ
ແລະ ຫົວໜ້າ ກອງພັນໃຫຍ່ ຢູ່ສະໂມສອນ ກອງບັນຊາການທະຫານອາກາດ (ກທອ), ໂດຍການເຂົ້າຮ່ວມເປັນປະ
ທານຂອງສະຫາຍ ພົນຕີ ອ່ອນສີ ແສນສຸກ ກຳມະການຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີ ກະຊວງປ້ອງກັນ
ປະເທດ, ມີ ສະຫາຍ ພັນເອກ ໂສພາວັນ ທຳມະເທວາ ຮອງຫົວໜ້າ ກົມພະນັກງານກົມໃຫຍ່ ການເມືອງກອງທັບ
(ກປທ)                                                           (ອ່ານຕໍ່............)

   

ປະກາດການຈັດຕັ້ງຄະນະພັກກອງບັນຊາການທະຫານ ແຂວງ ໄຊສົມບູນ

     ວັນທີ 2 ຕຸລາ ນີ້, ກອງບັນຊາການທະຫານ ແຂວງ ໄຊສົມບູນ ໄດ້ຈັດພິທີປະກາດການຈັດຕັ້ງຄະນະພັກ-ຄະ
ນະບັນຊາ ກອງບັນຊາການທະຫານ ແຂວງ ໄຊສົມບູນ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ພົນໂທ ສຸວອນ
ເລືອງບຸນມີ ກໍາມະການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າ ກົມໃຫຍ່ເສນາທິການ ກອງ
ທັບ; ເຂົ້າຮ່ວມມີ ສະຫາຍ ບຸນສຸກ ຈອມວິສານ ຮອງເລຂາພັກ ແຂວງ
(ກປທ)                                                           (ອ່ານຕໍ່............)

   

ກອງປະຊຸມປັບປຸງແບບແຜນວິທີເຮັດວຽກຂອງວຽກງານ ການທະຫານທ້ອງຖິ່ນ 6 ແຂວງພາກເໜືອ

     ກອງບັນຊາການທະຫານ ແຂວງຫຼວງນໍ້າທາໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມ ປັບປຸງແບບແຜນວິທີເຮັດ
ວຽກຂອງວຽກງານການທະຫານທ້ອງຖິ່ນ 6 ແຂວງພາກເໜືອ ຂຶ້ນໃນລະຫວ່າງ ວັນທີ 29-30 ກັນຍາ 2020 ນີ້
ເຊິ່ງໄດ້ດໍາເນີນມາເປັນເວລາ 2 ວັນ, ໂດຍເປັນປະທານຮ່ວມຂອງ ສະຫາຍ ຄໍາໄຫຼ ສີປະເສີດ ເລຂາພັກແຂວງ ເຈົ້າ
ແຂວງໆ ຫຼວງນໍ້າທາ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ
(ກປທ)                                                           (ອ່ານຕໍ່............)

   

ປະກາດການຈັດຕັ້ງຄະນະພັກ-ຄະນະບັນຊາກອງພົນທີ 1

     ໃນວັນທີ 29 ກັນຍາ 2020 ນີ້, ກອງພົນທີ 1 ໄດ້ຈັດພິທີປະກາດການຈັດຕັ້ງຄະນະພັກ-ຄະນະບັນຊາກອງພົນ
ທີ 1, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຕີ ແອສະໄໝ ເລືອງວັນໄຊ ກຳມະການຄະນະປະຈໍາພັກ ກະ
ຊວງຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີຄະນະປະຈຳພັກ ແຂວງ ວຽງຈັນ, ຕາງໜ້າກົມຈັດຕັ້ງພັກ, ກົມພະ
ນັກງານ, ກອງບັນຊາການທະຫານ ແຂວງ ວຽງຈັນ, ແຂວງ ໄຊສົມບູນ
(ກປທ)                                                           (ອ່ານຕໍ່............)

   

ວປກ ຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII

     ໃນວັນທີ 23 ກັນຍາ ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມສະ
ໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII ໃຫ້ພະນັກງານຫຼັກແຫຼ່ງຂອງຕົນ, ໂດຍການເປັນປະທານຂອງ
ສະຫາຍ ພົນຕີ ຄຳຫຼ້າ ພັນໄຊຍະສຸກ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າການເມືອງ ວປກ, ພ້ອມ
ດ້ວຍຄະນະພັກ-ຄະນະບັນຊາ
(ກປທ)                                                           (ອ່ານຕໍ່............)

   

ກອງປະຊຸມທາງໄກລະຫວ່າງສອງລັດຖະມົນຕີ ກະຊວງປ້ອງກັນປະເທດ ລາວ-ອົດສະຕຣາລີ

     ໃນວັນທີ 25 ກັນຍາ 2020 ທີ່ຫ້ອງປະຊຸມ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວໄດ້ຈັດກອງປະຊຸມທາງໄກ
ລະຫວ່າງສອງ ກະຊວງປ້ອງກັນປະເທດ ລາວ-ອົດສະຕຣາລີ ຂຶ້ນ, ຝ່າຍລາວນໍາໂດຍ ທ່ານ ພົນເອກ ຈັນສະໝອນ ຈັນ
ຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ທ່ານ ນາງ ລິນດາ ເຣນໍ ລັດຖະມົນຕີ ກະຊວງ
ປ້ອງກັນປະເທດ ອົດສະຕຣາລີ
(ກປທ)                                                           (ອ່ານຕໍ່............)

   

ຂະແໜງຊາວໜຸ່ມ ກົມ ວສ- ປສ ສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ

     ວັນທີ 24 ກັນຍານີ້, ຂະແໜງຊາວໜຸ່ມ ກົມວິທະຍາສາດ-ປະຫວັດສາດ ການທະຫານ (ວສ- ປສ) ໄດ້ເປີດກອງ
ປະຊຸມສະຫຼຸບການຈັດຕັ້ງປະຕິບັດ ເນື້ອໃນຂໍ້ແຂ່ງຂັນ 4 ບຸກປະຈຳປີ 2017-2020 ໂດຍການເປັນປະທານຂອງ ສະ
ຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າ ກົມ ວສ-ປສ
(ກປທ)                                                           (ອ່ານຕໍ່............)

   

ກອງປະຊຸມທາງໄກຜູ້ບັນຊາການທະຫານສູງສຸດຄັ້ງທີ 17

     ວັນທີ 24 ກັນຍາ ນີ້, ຄະນະຜູ້ແທນຝ່າຍລາວ ນຳໂດຍທ່ານ ພົນໂທ ສຸວອນ ເລືອງບຸນມີ, ຮອງລັດຖະມົນຕີ ກະ
ຊວງປ້ອງກັນປະເທດ, ຫົວໜ້າ ກົມໃຫຍ່ເສນາທິການກອງທັບ ຮ່ວມກັບບັນດາຜູ້ບັນຊາກາທະຫານສູງສຸດຂອງ ປະ
ເທດສະມາຊິກ ອາຊຽນ ໄດ້ເຂົ້າຮ່ວມກອງປະຊຸມທາງໄກຜູ້ບັນຊາການທະຫານສູງສຸດ ອາຊຽນ ຄັ້ງທີ 17
(ກປທ)                                                           (ອ່ານຕໍ່............)

   

ກົມໃຫຍ່ເຕັກນິກກອງທັບຍິງ​ທົດ​ລອງປືນທີ່​ຕິດ​ຕັ້ງ​ໃສ່​ລົດ​ສູ້​ຮົບ

     ວັນທີ 18 ກັນຍາ ນີ້, ກົມໃຫຍ່ເຕັກນິກກອງທັບ ໄດ້ຈັດຕັ້ງຍິງທົດລອງປືນ ZU23-2 ທີ່ ຕິດໃສ່ລົດ ZIL 131
ແລະ ປືນ CQ ປະກອບໃສ່ປືນ AK56-1 ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຕີ ກິລາກອນ ບຸນນະຜົນ ກຳມະການ
ຄະນະພັກ ກະຊວງປ້ອງກັນປະເທດ ຫົວໜ້າ ກົມໃຫຍ່ເຕັກນິກ ກອງທັບ, ພ້ອມດ້ວຍຄະນະ, ມີບັນດາຄະນະກົມ
(ກປທ)                                                           (ອ່ານຕໍ່............)

   

ໂຮງໝໍບໍລິເວນ 107 ເປີດຊຸດຮຽນແພດຊັ້ນກາງ ລະບົບກໍ່ສ້າງ 3 ປີ

     ຕອນເຊົ້າວັນທີ 18 ກັນຍາ 2020 ນີ້, ຢູ່ໂຮງໝໍບໍລິເວນ 107 ໄດ້ຈັດພິທີເປີດຊຸດຮຽນແພດຊັ້ນ ກາງລະບົບກໍ່
ສ້າງ 3 ປີ ຢ່າງເປັນທາງການໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ວົງສັກ ພັນທະວົງ ກຳມະ
ການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າ ກົມໃຫຍ່ພະລາທິການ ກອງທັບ, ມີສະຫາຍ ພົນຈັດຕະວາ
ບົວສິງ ອິນທະວົງ ກຳມະການຄະນະພັກອົງການກົມໃຫຍ່ ຫົວໜ້າ ກົມເສນາຮັກ
(ກປທ)                                                           (ອ່ານຕໍ່............)

   

ກອງທັບປະຊາຊົນລາວ ​ແລະ ກອງທັບຣາຊະອານາຈັກໄທ ຈັດ​ກອງປະຊຸມທາງໄກປຶກສາຫາລືສ້າງກິດ
ຈະກຳຕ່າງໆຮ່ວມ​ກັນ

     ໃນວັນທີ 18 ກັນຍາ 2020 ນີ້, ຢູ່ທີ່ຫ້ອງປະຊຸມ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມ
ທາງໄກປຶກສາຫາລືກ່ຽວກັບວຽກງານ ການສ້າງກິດຈະກຳຕ່າງໆລະຫວ່າງ ກອງທັບປະຊາຊົນລາວກັບກອງທັບຣາຊະ
ອານາຈັກໄທ, ໂດຍການເຂົ້າຮ່ວມຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ
ຫົວໜ້າ ກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ
(ກປທ)                                                           (ອ່ານຕໍ່............)

   

ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ໂອ້ລົມພະນັກງານ-ນັກຮົບທະຫານແຂວງຊຽງຂວາງ

     ສະຫາຍ ພົນຕີ ຈັນທອງ ສອນຕະອາດ ກຳມະການຄະນະພັກ ກະຊວງປ້ອງກັນປະເທດ ຮອງຫົວໜ້າ ກົມໃຫຍ່ເສ
ນາທິການກອງທັບ ໄດ້ພົບປະໂອ້ລົມ ພະນັກງານ-ນັກຮົບ ຢູ່ກອງບັນຊາການ ທະຫານແຂວງຊຽງຂວາງ ໃນວັນທີ 16
ກັນຍາ 2020 ນີ້.
(ກປທ)                                                           (ອ່ານຕໍ່............)

   

ການນຳ ພັກ-ລັດ ຂັ້ນ​ສູງ​ວາງ​ພວງມາລາ​ໄຫວ້​ອາ​ໄລ ສະຫາຍ ຄຳໝັ້ນ ສູນວິເລີດ

     ພາຍຫຼັງທີ່ ສະຫາຍ ຄຳໜັ້ນ ສູນ​ວິ​ເລີດ ອະດີດກຳມະການສຳຮອງສູນກາງພັກ ສະໄໝທີ IV,  ກຳມະການສູນ
ກາງພັກສະໄໝທີ V, VI, VII, VIII, IX ແລະ ສະໄໝທີ X, ອະດີດເລຂາພັກແຂວງເຈົ້າ ແຂວງຜົ້ງສາລີ, ເຈົ້າແຂວງ
ບໍ່ແກ້ວ ແລະ ລັດຖະມົນຕີ ກະຊວງພາຍໃນ ໄດ້ມໍລະນະກຳໃນວັນທີ 14 ກັນຍາ 2020 ນີ້, ດ້ວຍພະຍາດກະທັນຫັນ
(ກປທ)                                                           (ອ່ານຕໍ່............)

   

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ກຳລັງ ປກຊ-ປກສ
ແຂວງ ຜົ້ງສາລີ

     ວັນທີ 13 ກັນຍາ 2020 ນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ
ລັດຖະມົນຕີ ກະຊວງປ້ອງກັນປະເທດ ໄດ້ເຄື່ອນໄຫວເຮັດວຽກ ແລະ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ຂອງ ກຳລັງ
ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງຜົ້ງສາລີ, ມີຫົວໜ້າ ຫ້ອງວ່າການປົກຄອງ ແຂວງຜົ້ງສາລີ,
(ກປທ)                                                           (ອ່ານຕໍ່............)

   
ໜ້າ

10

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ແລະ ໃບອະນຸຍາດຈົດທະບຽນ ເລກທີ 381/ສອຊ,
ລົງວັນທີ 05/05/2016 ແລະ ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012