ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເຕັກນິກກອງທັບຍິງ​ທົດ​ລອງປືນທີ່​ຕິດ​ຕັ້ງ​ໃສ່​ລົດ​ສູ້​ຮົບ


     ວັນທີ 18 ກັນຍາ ນີ້, ກົມໃຫຍ່ເຕັກນິກກອງທັບ ໄດ້ຈັດຕັ້ງຍິງທົດລອງປືນ ZU23-2 ທີ່ ຕິດໃສ່ລົດ ZIL 131 ແລະ ປືນ CQ ປະກອບໃສ່ປືນ
AK56-1 ໂດຍ ການເຂົ້າຮ່ວມຂອງ ສະຫາຍ ພົນຕີ ກິລາກອນ ບຸນນະຜົນ ກຳມະການ ຄະນະພັກ ກະຊວງປ້ອງກັນປະເທດ ຫົວໜ້າ ກົມໃຫຍ່ເຕັກນິກ
ກອງທັບ, ພ້ອມດ້ວຍຄະນະ, ມີບັນດາຄະນະກົມ, ຫ້ອງທີ່ຂຶ້ນກັບກົມໃຫຍ່ເຕັກນິກກອງທັບ, ມີຜູ້ຕາງໜ້າຈາກກົມກໍາລັງພົນ, ກົມອົບຮົມ, ກົມປ້ອງກັນ
ອາກາດ, ວິທະຍາຄານກົມມະດໍາ ແລະ ເຫຼົ່າຮົບວິຊາສະເພາະ, ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

     ສະຫາຍ ພັນໂທ ສຸດໃຈ ສໍວິໄຊ ຮອງຫົວໜ້າ ກົມອຸດສາຫະກໍາປ້ອງກັນຊາດ, ໄດ້ຊີ້ໃຫ້ເຫັນວ່າ: ໂດຍປະຕິບັດຕາມແນວທາງນະໂຍບາຍຂອງພັກ
ວ່າດ້ວຍວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ, ອີງໃສ່ທິດທາງການກໍ່
ສ້າງກໍາລັງຂອງ ກອງທັບໃນສະເພາະໜ້າ ແລະ ຍາວນານດ້ວຍການເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມ ເຂັ້ມແຂງດ້ວຍຕົນເອງ, ອີງຕາມທິດ
ທາງແຜນການຂອງ ກົມໃຫຍ່ເຕັກນິກກອງທັບ ກ່ຽວກັບວຽກງານຄົ້ນຄວ້າວິທະຍາສາດ, ເຕັກໂນໂລຊີ ແລະ ດັດແປງພາຫະນະ-ອາວຸດ, ຕິດຕັ້ງປືນປ້ອງ
ກັນອາກາດ ZU23-2 ໃສ່ລົດສູ້ຮົບ, ອີງຕາມການເຫັນດີຂອງລັດຖະມົນຕີ ກະຊວງປ້ອງກັນປະເທດ ແລະ ອີງຕາມການເຫັນດີຂອງ ຫົວໜ້າ ກົມໃຫຍ່
ເສນາທິການ ກອງທັບ ໃນການຄົ້ນຄວ້າດັດແປງປືນ CQ ປະກອບໃສ່ປືນ AK56-1. ພາຍຫຼັງທີ່ກົມອຸດສາຫະກໍາປ້ອງກັນຊາດໄດ້ຮັບທິດຊີ້ນໍາຈາກ ກົມ
ໃຫຍ່ເຕັກນິກກອງທັບ ກໍໄດ້ປະສານງານກັບພາກສ່ວນທີ່ກ່ຽວຂ້ອງເພື່ອຄົ້ນຄວ້າອອກແບບ ໂດຍໄດ້ຮັບການສະໜັບສະໜູນຈາກບັນດາກົມ, ກົມກອງ,
ພາກສ່ວນທີ່ກ່ຽວຂ້ອງ ແລະ ບັນດາສະຫາຍທີ່ຖືກແຕ່ງຕັ້ງໄດ້ປະກອບສ່ວນຢ່າງຕັ້ງໜ້າ, ສຸມຫົວຄິດປະດິດສ້າງໃນການ ອອກແບບ ແລະ ຕິດຕັ້ງປະສານ
ງານກັນຢ່າງກົມກຽວເຮັດໃຫ້ ວຽກງານສໍາເລັດຕາມແຜນການ, ການອອກແບບ ແລະ ຕິດຕັ້ງແມ່ນ ຮັບປະກັນທາງ​ດ້ານເຕັກນິກ, ມີຄວາມແໜ້ນໜາ,
ແຂງແຮງ, ສະດວກໃນການນໍາໃຊ້, ສ້າງເງື່ອນໄຂໃຫ້ນັກຍິງ ເຮັດໜ້າທີ່ສູ້ຮົບໄດ້ດີ ແລະ ຮັບປະກັນຄວາມປອດໄພ. ໃນການຍິງທົດລອງຄັ້ງນີ້, ແຕ່ລະ
ພາກສ່ວນໄດ້ປະກອບຄຳ ຄິດຄໍາເຫັນແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ເພື່ອກໍ່ສ້າງວຽກ ງານເຕັກນິກໃນກອງທັບໃຫ້ທັນສະໄໝເທື່ອລະກ້າວ, ເວົ້າ
ສະເພາະແມ່ນການຍົກສູງນ້ຳໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງໃນວຽກງານຮັບປະກັນເຕັກນິກໃຫ້ແກ່ກອງທັບໃນນີ້,
ໄດ້ເລັ່ງໃສ່ການສ້າງສິ່ງເອື້ອອຳນວຍຄວາມສະດວກ ໃນການອົບຮົມຫັດແອບ, ກຽມພ້ອມສູ້ຮົບ ແລະ ສູ້ຮົບມີໄຊໃຫ້ແກ່ກຳລັງປະກອບອາວຸດໃນກອງທັບ.