ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມທະຫານຊາຍແດນກອງທັບປະຊາຊົນລາວ ແລະ ກອງບັນຊາການທະຫານຊາຍແດນກອງທັບ
ປະຊາຊົນຫວຽດນາມ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຄຸ້ມ​ຄອງ​ເສັ້ນ​ຊາຍ​ແດນ


     ໂດຍປະຕິບັດຕາມແຜນການຮ່ວມມື ປະຈໍາປີ 2020, ກົມທະຫານຊາຍແດນ ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ແລະ ກອງບັນຊາການ
ທະຫານຊາຍແດນ ກອງທັບປະຊາຊົນ ຫວຽດນາມ ໄດ້ຈັດກອງປະຊຸມພົບປະແລກປ່ຽນສະພາບການຮ່ວມມືໃນການຄຸ້ມຄອງປົກປັກຮັກສາຊາຍແດນ ປະ
ຈໍາປີ 2020 ຂຶ້ນໃນວັນທີ 7 ຕຸລານີ້, ຢູ່ທີ່ ດ່ານສາກົນເກົາແຈວ ເມືອງ ເຮືອງເຊີນ ແຂວງ ຮາຕິ໋ງ ສ.ສ ຫວຽດນາມ ເຊິ່ງຄະນະຜູ້ແທນຝ່າຍລາວນໍາໂດຍ
ສະຫາຍ ພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າ ກົມທະຫານຊາຍແດນ ກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ; ຝ່າຍ ຫວຽດນາມ ນໍາໂດຍ ສະ
ຫາຍ ພົນຈັດຕະວາ ເລ ດຶກ ຖາຍ ຫົວໜ້າ ກອງບັນຊາການທະຫານຊາຍແດນ ກອງທັບປະຊາຊົນ ຫວຽດນາມ; ມີ ສະຫາຍ ພັນເອກ ວົງໄຊ ອິນທະຄໍາ
ຫົວໜ້າ ຫ້ອງການທີ່ປຶກສາທູດປ້ອງກັນຊາດ ແຫ່ງ ສປປ ລາວ ປະຈໍາສສ ຫວຽດນາມ ແລະ ສະຫາຍ ພົນຈັດຕະວາ ຫງວຽນ ດ້າຍໂຮ້ຍ ຮອງຫົວໜ້າ ກົມ
ພົວພັນຕ່າງປະທດ ກະຊວງປ້ອງກັນປະເທດ ຫວຽດນາມ.

     ກອງປະຊຸມໄດ້ທົບທວນຄືນສະພາບການຮ່ວມມືໃນການປົກປັກຮັກສາຊາຍແດນໃນໄລຍະ 1 ປີ ທີ່ຜ່ານມາເປັນຕົ້ນແມ່ນການຮ່ວມມືກັນໃນການ
ປະຕິບັດສັນຍາວ່າດ້ວຍການສະກັດກັ້ນ, ແກ້ໄຂບັນຫາການຍົກຍ້າຍຖິ່ນຖານຕາມລໍາພັງໃຈ ແລະ ການແຕ່ງງານທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍລະ
ຫວ່າງປະຊາຊົນສອງຝາກຊາຍແດນ; ອະນຸສັນຍາ, ສັນຍາວ່າດ້ວຍລະບຽບການຊາຍແດນ ທີ່ສອງຝ່າຍໄດ້ລົງນາມ; ການແກ້ໄຂບັນຫາສະພາບຂ້າມແດນ
ຜິດກົດໝາຍ, ຄ້າຂາຍເຖື່ອນ, ຄ້າຂາຍຢາເສບຕິດຂ້າມຊາຍແດນ.

     ນອກນັ້ນ, ກອງປະຊຸມຍັງໄດ້ທົບທວນຄືນ ແລະ ຍົກໃຫ້ເຫັນວຽກງານການປະສານສົມທົບ ລະຫວ່າງ ກອງບັນຊາການທະຫານ ແຂວງ ຂອງ ສປປ
ລາວ ທີ່ມີຊາຍແດນຕິດຈອດກັບ ສສ ຫວຽດນາມ ແລະ ກອງບັນຊາການທະຫານຊາຍແດນ ແຂວງ ຫວຽດນາມ; ກອງຮ້ອຍທະຫານຊາຍແດນ ລາວ
ແລະ ຄ້າຍທະຫານຊາຍແດນ ຫວຽດນາມ ທີ່ໄດ້ມີການພົວພັນປະສານສົມທົບກັນຢ່າງແໜ້ນແຟ້ນ ໃນການປົກປັກຮັກສາເສັ້ນຊາຍແດນແຫ່ງຊາດ, ຮັກ
ສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຕາມບໍລິເວນຊາຍແດນຂອງສອງປະເທດ ( ລາວ-ຫວຽດນາມ ); ການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ
ແລະ ກັນເປັນຕົ້ນ: ການກໍ່ສ້າງບຸກຄະລາກອນ, ເຝິກອົບຮົມພະນັກງານລະຫວ່າງຄູ່ແຂວງແຮກສ່ຽວ ແລະ ການຮ່ວມມືຊ່ວຍເຫຼືອດ້ານອື່ນໆ.

     ບົນພື້ນຖານຈິດໃຈສາມັກຄີ, ມິດຕະພາບ ແລະ ການຮ່ວມມື ຮອບດ້ານກອງປະຊຸມໄດ້ເອກະພາບກ່ຽວກັບທິດທາງແຜນການທີ່ສອງຝ່າຍຈະໄດ້ສືບຕໍ່
ຮ່ວມມືກັນໃນປີ 2021, ເປັນຕົ້ນ: ການຍົກລະດັບການພົວພັນຮ່ວມມືປະສານສົມທົບລະຫວ່າງກໍາລັງປ້ອງກັນຊາຍແດນ ຂອງສອງປະເທດ ໃຫ້ນັບມື້ກ້າວ
ເຂົ້າສູ່ລວງເລິກ ເພື່ອພ້ອມກັນເຮັດສໍາເລັດໜ້າທີ່, ພ້ອມກັນສ້າງຊາຍແດນ ລາວ-ຫວຽດນາມ ໃຫ້ເປັນຊາຍແດນ ສັນຕິພາບ, ມິດຕະພາບ ແລະ ຮ່ວມມື
ພັດທະນາຮອບດ້ານ; ພ້ອມກັນນັ້ນສອງຝ່າຍຈະໄດ້ແລກປ່ຽນ ສະພາບເຊິ່ງກັນ ແລະ ກັນ ໃຫ້ເປັນປົກກະຕິ; ຍົກສູງສະຕິ ແລະ ຕັ້ງໜ້າເຂົ້າຮ່ວມໃນການຕໍ່
ສູ້, ສະກັດກັ້ນບັນຫາປາກົດການຫຍໍ້ທໍ້, ການເຄື່ອນໄຫວທີ່ຂັດຕໍ່ລະບຽບກົດໝາຍ, ການໂຄສະນາໃສ່ຮ້າຍປ້າຍສີບິດເບືອນແນວທາງຂອງ ພັກ-ລັດ ທີ່ຈະ
ເກີດຜົນເສຍຫາຍແກ່ສັງຄົມ, ແກ່ປະເທດຊາດ; ເອົາໃຈໃສ່ສຶກສາອົບຮົມປະຊາຊົນຢູ່ຕາມບໍລິເວນຊາຍແດນຂອງສອງປະເທດ ໃຫ້ເຂົາເຈົ້າເຂົ້າໃຈ ແລະຕື່ນ
ຕົວປະຕິບັດກ່ຽວກັບຂໍ້ກໍານົດ, ກົດລະບຽບ, ສັນຍາວ່າດ້ວຍລະບຽບການຊາຍແດນ ແລະ ດ່ານຊາຍແດນ ທີ່ລັດຖະບານສອງປະເທດໄດ້ລົງນາມຮ່ວມກັນ.

     ໃນໂອກາດດັ່ງກ່າວ, ກອງບັນຊາການທະຫານຊາຍແດນ ກະຊວງປ້ອງກັນປະເທດ ຫວຽດນາມ ກໍໄດ້ມອບອຸປະກອນການແພດຮັບໃຊ້ເຂົ້າໃນການສະ
ກັດກັ້ນ, ຕ້ານການແຜ່ລະບາດຂອງ ພະຍາດ ໂຄວິດ-19 ມູນຄ່າຫຼາຍກວ່າ 300.000.000 ດົງ ( ສະກຸນເງິນ ຫວຽດນາມ ) ຊ່ວຍເຫຼືອໃຫ້ແກ່ ກົມທະ
ຫານຊາຍແດນ ກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ, ກ່າວຮັບໂດຍ ສະຫາຍ ພັນເອກ ອຸ່ນຄໍາ ສີແຫວນວົງສັກ ຮອງຫົວໜ້າ ກົມທະຫານຊາຍ
ແດນ ກອງທັບປະຊາຊົນລາວ ແລະ ກ່າວມອບໂດຍ ສະຫາຍ ພົນຈັດຕະວາ ຫງວຽນ ແອັງ ຕ໋ວນ ຫົວໜ້າ ກົມການເມືອງກອງບັນຊາການທະຫານຊາຍ
ແດນ ຫວຽດນາມ.