ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫຼາຍພາກສ່ວນ ສືບຕໍ່ມອບເຄື່ອງຊ່ວຍເຫລືອ ຕ້ານການລະບາດຂອງພະຍາດ ໂຄວິດ-19

     ວັນທີ 28 ເມສາ 2020, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນ, ລັດຖະມົນຕີກະຊວງການເງິນ ໄດ້ຕ່າງ
ໜ້າໃຫ້ລັດຖະບານລາວ ຮັບເຄື່ອງຊ່ວຍເຫລືອຈາກບໍລິສັດ ທາງລົດໄຟ ລາວ-ຈີນ ປະກອບມີ ຜ້າປິດປາກ 286.000
ອັນ ແລະ ເຄື່ອງວັດແທກອຸນຫະພູມ 250 ອັນ ລວມມູນຄ່າ 1.679.400.000 ກີບ ຕາງໜ້າມອບໂດຍທ່ານ ລິ ປິ່ງ
ສວນ ຜູ້ອຳນວຍການໃຫຍ່ບໍລິສັດທາງລົດໄຟ ລາວ-ຈີນ
(ກປທ)                                                           (ອ່ານຕໍ່............)

   

ຄະນະສະເພາະກິດ ກະຊວງປ້ອງກັນປະເທດ ຮັບເຄື່ອງຊ່ວຍເຫຼືອຈາກບໍລິສັດຕ່າງໆ

     ວັນທີ່ 27 ເມສາ 2020 ທີ່ສະໂມສອນຫ້ອງວ່າການກະຊວງປ້ອງກັນປະເທດ, ທ່ານ ພົນຈັດຕະວາ ວໍລະສານ
ວິລັດດາວົງ ຮອງຫົວຫນ້າກົມໃຫຍ່ການເມືອງກອງທັບ ຕາງໜ້າຄະນະສະເພາະກິດ ມອບ-ຮັບເຄື່ອງຊ່ວຍເຫຼືອຈາກ
ບໍລິສັດ ໄຮເທຣາ ຜູ້ຜະລິດອຸປະກອນການການແພດແຫ່ງ ສປ ຈີນ ແລະ ບໍລິສັດ ຄໍາໄພຊະນະ.
(ກປທ)                                                           (ອ່ານຕໍ່............)

   

ທ່ານຮອງນາຍົກລົງຊຸກຍູ້ວຽກສະກັດກັ້ນ-ຄວບຄຸມການລະບາດພະຍາດ COVID-19 ຢູ່ບ້ານຊ້າງຄູ້

     ວັນທີ 26 ເມສາ 2020 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ
ແລະ ການລົງທຶນ ພ້ອມຄະນະ ລົງຊຸກຍູ້ວຽກງານສະກັດກັ້ນ ແລະ ຄອບຄຸມການລະບາດຂອງພະຍາດ COVID-19
ທີ່ຫ້ອງແຖວພັກເຊົາຂອງປະຊາຊົນ ຢູ່ບ້ານຊ່າງຄູ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ
(ກປທ)                                                           (ອ່ານຕໍ່............)

   

ກອງບັນຊາການທະຫານແຂວງຄຳມ່ວນຮັບເຄື່ອງອຸປະກອນຕ້ານໂຄວິດ-19 ຈາກກອງບັນຊາການທະ
ຫານແຂວງກວາງບິ່ງ ສສ ຫວຽດນາມ

     ວັນທີ 21 ເມສາ 2020 ນີ້, ກອງບັນຊາການທະຫານແຂວງຄຳມ່ວນ, ໄດ້ຮັບເຄື່ອງຊ່ວຍເຫລືອ ອຸປະກອນ
ການແພດ ຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຈາກກອງບັນຊາການທະຫານແຂວງ
ກວາງບິ່ງ ແຫ່ງ ສສ ຫວຽດນາມ, ເຊິ່ງພິທີດັ່ງກ່າວໄດ້ຈັດຂຶ້ນ ຢູ່ທີ່ ດ່ານສາກົນນາເພົ້າ ແຂວງຄຳມ່ວນ ແລະ ດ່ານ
ຈາຫລໍ ແຂວງກວາງບິ່ງ
(ກປທ)                                                           (ອ່ານຕໍ່............)

   

ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ ເອົາໃຈໃສ່ປະຕິບັດມາດຕະການ ແລະ ບັນດາຄໍາສັ່ງແນະນໍາ

     ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ຫຼາຍພາກສ່ວນໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາມາດ
ຕະການ ແລະ ຄໍາສັ່ງແນະນໍາກ່ຽວກັບການປ້ອງກັນ, ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19. ສະຖາບັນ
ອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ ແມ່ນກົມກອງໜຶ່ງທີ່ໄດ້ຈັດຕັ້ງປະຕິບັດບັນດາມາດຕະການ
(ກປທ)                                                           (ອ່ານຕໍ່............)

   

ຄະນະສະເພາະກິດຕ້ານພະຍາດໂຄວິດກອງທັບປະຊາຊົນຫວຽດນາມ ເຂົ້າພົບປະແລກປ່ຽນບົດຮຽນ
ດ້ານວິຊາການຢູ່ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບປະຊາຊົນລາວ

     ໃນຕົ້ນເດືອນ ເມສາ 2020 ນີ້ ທ່ານ ພົນຈັດຕະວາ ຫວຽນ ຮຸງ ຖັງ ຮອງຫົວໜ້າກົມໃຫຍ່ພະລາທິການກອງ
ທັບປະຊາຊົນຫວຽດນາມ ພ້ອມດ້ວຍຄະນະທີມງານສະເພາະກິດ ຕ້ານພະຍາດໄວຣັດອັກເສບປອດສາຍພັນໃໝ່
COVID-19, ເຊິ່ງຕິດຕາມໂດຍ ສະຫາຍ ພັນເອກ ຄໍາຜາຍ ຜັນສິລິ ຮອງຫົວໜ້າກົມເສນາຮັກກົມໃຫຍ່ພະລາທິ
ການກອງທັບປະຊາຊົນລາວ
(ກປທ)                                                           (ອ່ານຕໍ່............)

   

ທ່ານຮອງນາຍົກລັດຖະມົນຕີ ຕ້ອນຮັບຄະນະຊຽວຊານການແພດຫວຽດນາມ

     ໃນຕອນເຊົ້າ ຂອງວັນທີ 9 ເມສາ 2020 ທີ່ ສຳນັກງານນາຍົກລັດຖະມົນຕີ, ທ່ານ ສົມດີ ດວງດີ, ຮອງນາຍົກ
ລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການ
ແຜ່ລະບາດຂອງເຊື້ອພະຍາດໂຄວິດ 19 ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ຂອງຄະນະຊ່ຽວຊານການແພດ
ຈາກກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ
(ກປທ)                                                           (ອ່ານຕໍ່............)

   

ໂຮງໝໍທະຫານແຂວງວຽງຈັນ ເອົາໃຈໃສ່ຄວບຄຸມ ແລະ ປ້ອງກັນການລະບາດຂອງ ພະຍາດ COVID-19

     ອີງຕາມການຊີ້ນໍາຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ຕອບໂຕ້ການລະບາດຂອງພະຍາດ
COVID-19 ກອງບັນຊາການທະຫານແຂວງວຽງຈັນ, ເລີ່ມແຕ່ ວັນທີ 1 ເມສາ 2020 ມາຮອດປະຈຸບັນ ໂຮງໝໍ
ທະຫານແຂວງວຽງຈັນ ໄດ້ແຕ່ງຕັ້ງຄະນະສະເພາະກິດຮັບຜິດຊອບຕ້ານ ກັບພະຍາດ COVID -19, ສະຫາຍ ພັນ
ໂທ ດຣ ນາງ ຂັນແສ່ວ ກົມບຸດຕະວົງ ອໍານວຍການໂຮງໝໍ 30 ຕຽງ
(ກປທ)                                                           (ອ່ານຕໍ່............)

   

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບ ຮອງຫົວໜ້າກົມໃຫຍ່ພາລາທິການກອງທັບປະຊາ
ຊົນຫວຽດນາມ

     ໃນຕອນບ່າຍ ວັນທີ 8 ເມສາ 2020 ນີ້ ຢູ່ທີ່ ຫ້ອງຮັບແຂກສະໂມສອນຫ້ອງວ່າການກະຊວງປ້ອງກັນປະເທດ
ສະຫາຍພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມ
ຂໍ່ານັບຂອງ ສະຫາຍ ພົນຈັດຕະວາ ຫງວຽນ ຮຸງ ຖັງ
(ກປທ)                                                           (ອ່ານຕໍ່............)

   

ກອງທັບປະຊາຊົນ ຫວຽດນາມ ມອບອຸປະກອນການແພດ ເພື່ອຕ້ານພະຍາດໂຄວິດ-19 ໃຫ້ ກອງທັບປະ
ຊາຊົນ ລາວ

     ວັນທີ 07 ມີນາ 2020, ກົມໃຫຍ່ພະລາທິການ ແລະ ກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນ
ຫວຽດນາມ ໄດ້ເດີນທາງມາຊ່ວຍແນະນໍາ, ປຶກສາຫາລືກ່ຽວກັບການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດ
ຂອງພະຍາດ ໂຄວິດ-19, ພ້ອມທັງມອບເຄື່ອງອຸປະກອນການແພດ ໃຫ້ກະຊວງປ້ອງກັນປະເທດລາວ, ຢູ່ທີ່ ຄ້າຍ
ທະຫານຊາຍແດນ ນໍ້າພາວ (ແຂງບໍລິຄໍາໄຊ)-ເກົ໋າແຈ່ວ (ແຂວງຮ່າຕິງ)
(ກປທ)                                                           (ອ່ານຕໍ່............)

   

ຄອບຄົວ ທ່ານ ໄຊສົງຄາມ ວໍລະຈິດ ມອບລົດກະບະ ຈໍານວນ 2 ຄັນ ໃຫ້ກະຊວງປ້ອງກັນປະເທດ

     ວັນທີ 6 ເມສານີ້ຄອບຄົວ ທ່ານ ໄຊສົງຄາມ ວໍລະຈິດ ໄດ້ປະກອບສ່ວນສົມທົບ ລົດກະບະ 2 ຄັນ, ຜ້າປ້ອງ
ກັນປິດປາກ-ດັງ ຈໍານວນ 4 ແກັດ ນໍ້າດືມ ຈໍານວນ 40 ແກັດລວມມູນຄ່າ 527,480,000 ກີບ ໃຫ້ກັບກະຊວງ
ປ້ອງກັນປະເທດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19
(ກປທ)                                                           (ອ່ານຕໍ່............)

   

ກະຊວງປ້ອງກັນປະເທດ ປະກາດການເລື່ອນຊັ້ນໃຫ້ນາຍທະຫານ ຈາກຊັ້ນພັນເອກ ຂຶ້ນເປັນ ພົນຈັດຕະວາ

     ໃນວັນທີ່ 3 ເມສານີ້ ຢູທີ່ຫ້ອງປະຊຸມກະຊວງປ້ອງກັນປະເທດໄດ້ຈັດຕັ້ງພິທີປະກາດການເລື່ອນຊັ້ນໃຫ້ນາຍທະ
ຫານຂັ້ນສູງຈາກຊັ້ນ ພັນເອກ ຂຶ້ນເປັນ ພົນຈັດຕະວາ ຈໍນວນ 7 ສະຫາຍ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ
ຂອງສະຫາຍພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ
(ກປທ)                                                           (ອ່ານຕໍ່............)

   

ປະກາດຮັບຮອງຄະນະພັກກອງພົນທີ 2 ສະໄໝທີ VI

     ໃນວັນທີ 26 ມີນາ 2020 ນີ້ ໄດ້ປະກາດຮັບຮອງຄະນະພັກກອງພົນທີ 2 ສະໄໝທີ VI ໂດຍການເປັນປະທານ
ຂອງສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ກຳມະການ ສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວ
ໜ້າກົມໃຫຍ່ການເມືອງກອງທັບ,ມີຄະນະພັກ-ຄະນະບັນຊາ,ພະນັກງານຫລັກແຫລ່ງເຂົ້າຮ່ວມ
(ກປທ)                                                           (ອ່ານຕໍ່............)

   

ປະກາດການຈັດຕັ້ງຄະນະກອງບັນຊາການທະຫານ ແຂວງໄຊຍະບູລີ

  ພິທີປະກາດການຈັດຕັ້ງ ຄະນະກອງບັນຊາການທະຫານ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນ ວັນທີ 27 ມິນາ 2020
ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີ
ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ເຂົ້າຮ່ວມມີ ສະຫາຍ ພົງສະຫວັນ ສິດທະວົງ ກຳມະ
ການສູນກາງພັກ
(ກປທ)                                                           (ອ່ານຕໍ່............)

   

ລັດຖະມົນ​ຕີກະຊວງ​ປ້ອງ​ກັນ​ປະ​ເທດ ລົງ​ກວດກາ​ສາງ ກ2

  ວັນທີ 27 ມີນາ ນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ລັດຖະມົນ
ຕີ ກະຊວງປ້ອງກັນປະເທດ ພ້ອມດ້ວຍ ຄະນະໄດ້ລົງຕິດຕາມການບົວລະບັດຮັກສາພາຫະນະວັດຖຸເຕັກນິກຢູ່ສາງກົນ
ຈັກ 2 ໂດຍໄດ້ຮັບຟັງການລາຍງານ ແລະ ວິທີການປົກປັກຮັກສາພາຫະນະວັດຖຸເຕັກນິກ
(ກປທ)                                                           (ອ່ານຕໍ່............)

   

ສະຫຼຸບຜົນ​ການຮ່ວມມືກວດ​ກູ້ ແລະ ທໍາລາຍລະ​ເບີດ​ບໍ່​ທັນ​ແຕກ ທີ່ສະໜາມບິນທົ່ງໄຫຫີນ ແຂວງ
ຊຽງຂວາງ ປະຈໍາສົກປີ 2019-2020

  ພາຍຫຼັງສໍາເລັດການສັງເກດການທໍາລາຍລະເບີດບໍທັນແຕກ (ລບຕ) ທີ່ສະໜາມທຳລາຍ ລບຕ ຂອງກອງພັນ
ໃຫຍ່ 702, ບັນດາຜູ້ແທນໄດ້ສືບຕໍ່ເຂົ້າຮ່ວມ ພິທີສະຫຼຸບຜົນການຮ່ວມມືກັບກອງທັບ ຣັດເຊຍ ໃນການກວດກູ້
ແລະ ທໍາລາຍ ລບຕ ທີ່ສະໜາມບິນທົ່ງໄຫຫີນ ແຂວງຊຽງຂວາງ ປະຈໍາສົກປີ 2019-2020
(ກປທ)                                                           (ອ່ານຕໍ່............)

   

ກອງປະຊຸມສ່ອງແສງວຽກງານຮອບດ້ານ ປະຈຳໄຕມາດ I ປີ 2020

  ກອງປະຊຸມສ່ອງແສງວຽກງານຮອບດ້ານ ປະຈຳໄຕມາດ I ປີ 2020 ແລະ ຜ່ານທິດທາງແຜນການໄຕມາດ II ປີ
2020 ໄດ້ ຈັດຂຶ້ນທີ່ກອງພັນໃຫຍ່ 645 ໂດຍການເປັນປະທານຂອງ ສະຫາຍ ພົນຕີ ປອ ວົງຄຳ ພົມມະກອນ ກຳ
ມະການຄະນະປະຈຳພັກ ກະຊວງຫົວໜ້າ ກົມໃຫຍ່ພະລາທິການກອງທັບ, ມີຕາງໜ້າຈາກກົມໃຫຍ່ເສນາທິການ
ກອງທັບ
(ກປທ)                                                           (ອ່ານຕໍ່............)

   

ກົມ ວສ-ປສ ການ​ທະຫານ ຈັດ​ຕັ້ງ​ປະຖະກະຖາວັນ​ສ້າງ​ຕັ້ງ​ພັກ​ປະຊາຊົນ​ປະຕິວັດ​ລາວ ຄົບຮອບ 65 ປີ
( 22/03/1955 – 22/03/2020 )

  ວັນ​ທີ 24 ມີນາ 2020 ນີ້,​ກົມ ວິທະຍາສາດ-ປະຫວັດສາດ ການ​ທະຫານ ກະຊວງ​ປ້ອງ​ກັນ​ປະ​ເທດ ​ໄດ້​ຈັດ​ຕັ້ງ​ປະ
ຖະກະຖາ ວັນ​ສ້າງ​ຕັ້ງ​ພັກ​ປະຊາຊົນ​ປະຕິວັດ​ລາວ ຄົບຮອບ 65 ປີ ( 22/03/1955 – 22/03/2020 ) ​ແລະ ປິດ​ຂະ
​ບວນການ​ແຂ່ງຂັນ​ສ້າງ​ຜົນງານ ປະຈຳ​ປີ 2019. ສືບຕໍ່ສ້າງ​ຂະ​ບວນການ​ແຂ່ງຂັນ​ສ້າງ​ຜົນງານ ປີ 2020
(ກປທ)                                                           (ອ່ານຕໍ່............)

   
ໜ້າ

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ແລະ ໃບອະນຸຍາດຈົດທະບຽນ ເລກທີ 381/ສອຊ,
ລົງວັນທີ 05/05/2016 ແລະ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012