ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມທາງໄກຜູ້ບັນຊາການທະຫານສູງສຸດຄັ້ງທີ 17


     ວັນທີ 24 ກັນຍາ ນີ້, ຄະນະຜູ້ແທນຝ່າຍລາວ ນຳໂດຍທ່ານ ພົນໂທ ສຸວອນ ເລືອງບຸນມີ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າ ກົມ
ໃຫຍ່ເສນາທິການກອງທັບ ຮ່ວມກັບບັນດາຜູ້ບັນຊາກາທະຫານສູງສຸດຂອງປະເທດສະມາຊິກ ອາຊຽນ ໄດ້ເຂົ້າຮ່ວມກອງປະຊຸມທາງໄກຜູ້ບັນຊາການທະ
ຫານສູງສຸດ ອາຊຽນ ຄັ້ງທີ 17 (ACDFM-17) ພາຍໃຕ້ການເປັນປະທານຂອງ ທ່ານ ພົນໂທ ຟານວັນຢາງ, ຫົວໜ້າ ກົມໃຫຍ່ເສນາທິການກອງທັບປະ
ຊາຊົນ ຫວຽດນາມ. ກອງປະຊຸມໄດ້ແລກປ່ຽນທັດສະນະກ່ຽວກັບບັນຫາສິ່ງທ້າທາຍຕໍ່ຄວາມໝັ້ນຄົງໃນພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ປຶກສາ
ຫາລືກ່ຽວກັບຊ່ອງທາງ ເພື່ອເພີ່ມທະວີການຮ່ວມມືທີ່ເປັນຮູບປະທຳ, ເສີມຂະຫຍາຍຄວາມເປັນໜຶ່ງດຽວພາຍໃນພາກພື້ນ ແລະ ຮັບມືກັບສິ່ງທ້າທາຍຮ່ວມ
ກັນ, ບັນຫາສິ່ງທ້າທາຍຕໍ່ຄວາມໝັ້ນຄົງທີ່ບໍ່ແມ່ນທາງການທະຫານ ແມ່ນນັບມື້ນັບເພີ່ມທະວີຄວາມສະຫລັບສັບຊ້ອນ ແລະ ຍາກທີ່ຈະຄາດຄະເນໄດ້ເປັນ
ຕົ້ນແມ່ນ: ອາຊະຍາກຳຂ້າມຊາດ, ການກໍ່ການຮ້າຍ, ຄວາມໝັ້ນຄົງທາງທະເລ, ຄວາມໝັ້ນຄົງທາງລະ ບົບຄອມພິວເຕີ, ໄພພິບັດທາງທຳມະຊາດ, ຢາເສບ
ຕິດ ແລະ ອື່ນໆ.

     ນອກຈາກນັ້ນ, ບັນຫາພະຍາດລະບາດ ໂຄວິດ-19 ກໍເປັນອີກບັນຫາໜຶ່ງທີ່ບັນດາປະເທດເຂົ້າ ຮ່ວມໃຫ້ຄວາມສຳຄັນເນື່ອງຈາກວ່າການແຜ່ລະບາດ
ຂອງພະຍາດດັ່ງກ່າວ ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ການພັດ ທະນາເສດຖະກິດ-ສັງຄົມ, ລວມທັງການສູນເສຍຊີວິດຂອງມວນມະນຸດຢ່າງຫຼວງຫຼາຍ
ເຊິ່ງມາເຖິງປັດຈຸບັນຕົວເລກຂອງຜູ້ຕິດ ເຊື້ອ ແລະ ເສຍຊີວິດຍັງເພີ່ມຂຶ້ນຢ່າງຕໍ່ເນື່ອງ. ຕໍ່ກັບບັນຫາດັ່ງ ກ່າວ, ກອງທັບຂອງບັນດາປະ ເທດສະມາຊິກ ອາ
ຊຽນ ໄດ້ມີບົດບາດອັນສຳຄັນ ແລະ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງ ພະ
ຍາດໂຄວິດ-19.

     ເພື່ອຮັບມືກັບບັນດາສິ່ງທ້າ ທາຍທີ່ໄດ້ກ່າວມານັ້ນ, ກອງປະຊຸມໄດ້ຮຽກຮ້ອງໃຫ້ບັນດາ ກອງທັບປະເທດສະມາຊິກອາຊຽນ ຕ້ອງໄດ້ເພີ່ມທະວີຮ່ວມ
ມືກັນຢ່າງໃກ້ຊິດ, ສົ່ງເສີມຄວາມສາມັກຄີ, ສ້າງຄວາມອາດສາມາດ, ສ້າງຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈເຊິ່ງກັນ ແລະ ກັນໂດຍຜ່ານບັນດາກົນໄກທີ່
ມີຢູ່ໃນຂອບການຮ່ວມມືຂອງກອງປະຊຸມ ລັດຖະມົນຕີ ປ້ອງກັນປະເທດອາຊຽນ, ອາຊຽນ-ບວກ, ກອງປະຊຸມຜູ້ບັນຊາການທະຫານສູງສຸດອາຊຽນ ແລະ
ອື່ນໆ ເພື່ອສົ່ງເສີມສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ຄວາມວັດທະນາຖາວອນຂອງພາກພື້ນ ແລະ ສາກົນ.

     ນອກຈາກນີ້, ກອງປະຊຸມຍັງໄດ້ຮັບຟັງການລາຍງານຜົນສຳເລັດຂອງກອງປະຊຸມທາງໄກ ຫົວໜ້າ ສູ້ຮົບອາຊຽນຄັ້ງທີ 10 ໃນວັນທີ 16 ກັນຍາ 2020
ແລະ ກອງປະຊຸມທາງໄກ ຫົວໜ້າ ສືບຂ່າວທະຫານອາຊຽນ ຄັ້ງທີ 17 ໃນວັນທີ 22 ກັນຍາ 2020. ພ້ອມກັນນັ້ນຍັງໄດ້ຮັບຮອງເອົາແຜນວຽກ 02 ປີຂອງ
ທະຫານອາຊຽນ (2020-2022) ແລະ ຮັບຮອງເອົາຖະແຫຼງການຮ່ວມຂອງກອງປະຊຸມຜູ້ບັນຊາການທະຫານສູງສຸດອາຊຽນ ຄັ້ງທີ 17 ວ່າດ້ວຍການຮ່ວມ
ມືທາງທະຫານ ເພື່ອຄວາມເປັນໜຶ່ງດຽວ ແລະ ການຮັບມືຂອງອາຊຽນ.

     ໃນຕອນທ້າຍຂອງກອງປະຊຸມໄດ້ມີພິທີມອບໂອນການເປັນປະທານກອງປະຊຸມຜູ້ບັນຊາການທະຫານສູງສຸດອາຊຽນ ຈາກ ສສ ຫວຽດນາມ ໃຫ້ແກ່
ບຣູໄນ ດາລູຊະລາມເພື່ອທີ່ຈະເປັນເຈົ້າພາບຈັດກອງປະຊຸມດັ່ງກ່າວໃນປີຕໍ່ໄປໃນຖານະທີ່ຈະເປັນປະທານກອງປະຊຸມ ລັດຖະມົນຕີ ກະຊວງປ້ອງກັນປະເທດ
ອາຊຽນ, ອາຊຽນ-ບວກ ແລະ ກອງປະຊຸມຜູ້ບັນຊາການທະຫານສູງສຸດໃນ ປີ 2021.