ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວປກ ຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII


     ໃນວັນທີ 23 ກັນຍາ ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງ
ຊາດຊຸດທີ VIII ໃຫ້ພະນັກງານຫຼັກແຫຼ່ງຂອງຕົນ, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ຄຳຫຼ້າ ພັນໄຊຍະສຸກ ກຳມະການຄະນະພັກກະຊວງປ້ອງກັນ
ປະເທດ, ຫົວໜ້າການເມືອງ ວປກ, ພ້ອມ ດ້ວຍຄະນະພັກ-ຄະນະບັນຊາ, ຄະນະກົມ, ຫ້ອງການ, ຄະນະວິຊາຄູ, ຄະນະຮັບຜິດຊອບນັກສຶກສາ, ຕະຫຼອດ
ຮອດພະນັກງານຫຼັກແຫຼ່ງທົ່ວ ວປກ ເຂົ້າຮ່ວມ.

     ໂອກາດດັ່ງກ່າວ, ຄະນະນຳວິ ທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ກໍໄດ້ຜັດປ່ຽນກັນຂຶ້ນເຜີຍແຜ່ເອກະສານມະຕິກອງປະຊຸມສະພາແຫ່ງຊາດ
ເລກ ທີ 01/ກມສພ, ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ- ສັງຄົມ 5 ເດືອນ,
ຄາດຄະເນ 6 ເດືອນ ຕົ້ນປີ 2020 ແລະ ການ ດັດແກ້ຄາດໝາຍແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2020, ມະຕິກອງປະຊຸມສະພາແຫ່ງຊາດເລກ
ທີ 02/ກມສພ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ 5 ເດືອນຕົ້ນປີ 2020 ແລະ ການ ສະເໜີດັດແກ້ງົບ
ປະມານແຫ່ງຊາດປະຈຳປີ 2020 ມະຕິເລກທີ 111/ກມສພ, ວ່າດ້ວຍການເພີ່ມທະວີວຽກງານປ້ອງກັນຄວາມສະຫງົບໃນສະພາບ ການໃໝ່, ມະຕິເລກທີ
112/ກມສພ, ວ່າດ້ວຍການຍົກສູງຄຸນນະພາບການດຳເນີນຄະດີຕາມຂະບວນຍຸຕິທຳ, ມະຕິ ເລກທີ 108/ກມສພ, ວ່າດ້ວຍວຽກງານແນວໂຮມ ແລະ
ວຽກງານມະຫາຊົນຂອງພັກໃນໄລ ຍະໃໝ່, ຈຸດປະສົງຂອງການເຜີຍແຜ່ໃນຄັ້ງນີ້ ກໍເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງເຊື່ອມຊຶມ, ຮັບຮູ້, ເຂົ້າໃຈເລິກເຊິ່ງ
ກ່ຽວກັບມະຕິກອງປະຊຸມສະໄໝສາມັນເທື່ອ ທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII.

     ຕອນທ້າຍ ສະຫາຍ ພົນຕີ ຄຳຫຼ້າ ພັນໄຊຍະສຸກ ໄດ້ເນັ້ນໜັກໃຫ້ແຕ່ລະ ສະຫາຍ ເອົາໃຈໃສ່ສຶກສາ ຄົ້ນຄວ້າຍົກສູງຄຸນທາດການເມືອງ, ພັດທະນາ
ຍົກລະດັບຄວາມຮູ້, ຄວາມສາມາດຕົນເອງຢ່າງບໍ່ຢຸດຢັ້ງ, ນຳເອົາເອກະສານ ທີ່ເຜີຍແຜ່ໃນຄັ້ງນີ້ໄປສຶກສາຄົ້ນຄວ້າຕື່ມໃຫ້ເຂົ້າໃຈຢ່າງເລິກເຊິ່ງ ພ້ອມທັງນຳ
ເອົາເນື້ອໃນຈິດໃຈ ດັ່ງກ່າວໄປຜັນຂະຫຍາຍໃຫ້ເກີດດອກອອກຜົນ.