ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການຈັດຕັ້ງຄະນະພັກກອງບັນຊາການທະຫານ ແຂວງ ໄຊສົມບູນ


ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກໍາມະການສູນກາງພັກຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າ ກົມໃຫຍ່ເສນາທິການກອງທັບ ​ເປັນ​ປະທານ

     ວັນທີ 2 ຕຸລາ ນີ້, ກອງບັນຊາການທະຫານ ແຂວງ ໄຊສົມບູນ ໄດ້ຈັດພິທີປະກາດການຈັດຕັ້ງຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານ
ແຂວງ ໄຊສົມບູນ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກໍາມະການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະ
ເທດ ຫົວໜ້າ ກົມໃຫຍ່ເສນາທິການກອງທັບ; ເຂົ້າຮ່ວມມີ ສະຫາຍ ບຸນສຸກ ຈອມວິສານ ຮອງເລຂາພັກ ແຂວງ ປະທານສະພາປະຊາຊົນ ແຂວງ ໄຊສົມ
ບູນ; ມີຄະນະພັກ-ຄະນະບັນຊາກອງບັນຊາ ການທະຫານແຂວງ; ກົມກອງອ້ອມຂ້າງແຂວງ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

     ໃນພິທີ ສະຫາຍ ທອງວັນ ທໍາມະວົງ ຫົວໜ້າ ຄະນະຈັດຕັ້ງ ແຂວງ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກ ແຂວງ ໄຊສົມບູນ ວ່າດ້ວຍການ
ແຕ່ງຕັ້ງເລຂາ-ຮອງເລຂາ ຄະນະພັກ ກອງບັນຊາການທະຫານ ແຂວງ ໄຊສົມບູນ; ໃນນີ້, ໄດ້ຕົກລົງແຕ່ງຕັ້ງ ສະຫາຍ ພັນເອກ ຄໍາອິ້ງ ກິ່ງແກ້ວ ຮອງເລຂາ
ຄະນະພັກ ຫົວໜ້າການທະຫານກອງບັນຊາການທະຫານ ແຂວງ ໄຊສົມບູນ ເປັນເລຂາຄະນະພັກກອງບັນຊາການ; ສະຫາຍ ພັນເອກ ໝອນຄໍາ ດວງສະ
ຫວັນ ຮອງຫົວໜ້າ ການເມືອງເປັນຮອງເລຂາຄະນະພັກ ກອງບັນຊາການ; ຈາກນັ້ນ ສະຫາຍ ພັນເອກ ໂສພາ ທໍາມະເທວາ ຮອງຫົວໜ້າ ກົມພະນັກງານ
ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ພັນເອກ ໝອນຄໍາດວງ ສະຫວັນ ເປັນຮັກສາການ
ຫົວໜ້າ ການເມືອງ ສະຫາຍ ພັນໂທ ສຸດໃຈ ເຈີບົວແພງ ເປັນຮອງຫົວໜ້າ ການເມືອງທັງເປັນ ຫົວໜ້າ ຫ້ອງການເມືອງກອງບັນຊາການທະຫານແຂວງ
ໄຊສົມບູນ.

     ໃນຕອນທ້າຍພິທີ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ໄດ້ເນັ້ນໜັກໃຫ້ພະນັກງານທີ່ໄດ້ຮັບການບົ່ງຕົວແຕ່ງຕັ້ງ ແລະ ໄດ້ຮັບໜ້າທີ່ໃໝ່ໃນຄັ້ງນີ້ຈົ່ງ
ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນທີ່ໄດ້ຮັບການມອບໝາຍ; ຕັ້ງໜ້າເຝິກຝົນຫຼໍ່ຫຼອມທາງດ້ານຄຸນທາດການເມືອງ; ຄຸນສົມບັດສິນທໍາ
ປະຕິວັດ; ທາດແທ້ມູນເຊື້ອຂອງກອງທັບ ໃຫ້ເລິກເຊິ່ງ; ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ໜັກແໜ້ນພາຍນອກ ໃຫ້ກວ້າງຂວາງ; ຍົກສູງບົດບາດການ
ນໍາພາຂອງພັກ; ມີແບບແຜນວິທີເຮັດວຽກ; ມີຄວາມເປັນເອກະພາບທຸກວຽກງານແບບວິທະຍາສາດ; ປະຕິບັດຫຼັກການລວມສູນປະຊາທິປະໄຕ ເຮັດວຽກ
ເປັນໝູ່ຄະນະແບ່ງວຽກງານໃຫ້ບຸນຄົນຮັບຜິດຊອບ ບົນຫຼັກການຂອງພັກ; ສືບຕໍ່ສຶກສາອົບຮົມການເມືອງ-ນໍາພາ ແນວຄິດໃຫ້ທົ່ວເຖິງທຸກເປົ້າໝາຍ; ເອົາ
ໃຈໃສ່ປັບປຸງກໍ່ສ້າງ ກົມກອງ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ; ພ້ອມກັນສ້າງກົມກອງຕົວແບບ; ກອງ 3 ປອດ ແລະ ສ້າງພັກປອດໃສ ເຂັ້ມແຂງ ໜັກ
ແໜ້ນ ເພື່ອນໍາພາກົມກອງ ໃຫ້ມີໃບໜ້າອັນໃໝ່.