ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຂະແໜງຊາວໜຸ່ມ ກົມ ວສ- ປສ ສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ


ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າ ກົມວິທະຍາສາດ-ປະຫວັດສາດ ການທະຫານ

     ວັນທີ 24 ກັນຍານີ້, ຂະແໜງຊາວໜຸ່ມ ກົມວິທະຍາສາດ-ປະຫວັດສາດ ການທະຫານ (ວສ- ປສ) ໄດ້ເປີດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ
ເນື້ອໃນຂໍ້ແຂ່ງຂັນ 4 ບຸກປະຈຳປີ 2017-2020 ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າ ກົມ ວສ-ປສ, ມີຄະນະ
ພະແນກການ ແລະ ສະ ມາຊິກຊາວໜຸ່ມເຂົ້າຮ່ວມ.

     ສະຫາຍ ຮ້ອຍເອກ ຈັນທະວົງ ພະພິທັກ ຫົວໜ້າ ຂະແໜງຊາວໜຸ່ມ ໄດ້ສະຫຼຸບຕີລາຄາຜ່ານ ການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ປິ່ນອ້ອມ
ໜ້າທີ່ການເມືອງຂອງກົມກອງ ໃນໄລຍະຜ່ານມາເຫັນວ່າ: ສະມາຊິກຊາວໜຸ່ມມີແນວຄິດການເມືອງ ໜັກແໜ້ນ, ເປັນເຈົ້າການ​ໃນ​ການປະຕິບັດໜ້າທີ່ວິຊາ
ສະເພາະຂອງຕົນ ດ້ວຍຄວາມຮັບຜິດຊອບສູງ, ນອກຈາກວຽກງານວິຊາສະເພາະ ແລະ ທາງຂະແໜງຊາວໜຸ່ມຍັງໄດ້ສ້າງຂະບວນການດ້ານຕ່າງໆ ເພື່ອຂໍ່າ
ນັບຮັບຕ້ອນວັນສໍາຄັນຂອງຊາດ, ຂອງພັກ, ຂອງກອງທັບກໍຄືຂອງຊາວໜຸ່ມ ເຮັດໃຫ້ກົມກອງມີຂະບວນການຟົດຟື້ນເປັນປົກກະຕິ, ໃນນີ້, ໄດ້ເຂົ້າຮ່ວມ
ຮັບຟັງປາຖະກະຖາວັນສຳຄັນຕ່າງໆ 15 ຄັ້ງ, ເຂົ້າຊົມຫໍພິພິທະພັນປະທານ ໄກສອນພົມວິຫານ 4 ຄັ້ງ, ເຂົ້າຮ່ວມເຝິກອົບຮົມວຽກງານຊາວໜຸ່ມທົ່ວກອງ
ທັບ 2 ຄັ້ງ, ປະກອບສ່ວນແຮງງານຊ່ວຍຄອບຄົວການນຳ, ໄປຢ້ຽມຢາມພະນັກງານ ເຈັບເປັນ-ເກີດລູກ, ຄົບງັນເຮືອນດີ, ເຮືອນບຸນ, ເຮືອນດອງລວມທັງ
ໝົດ 38 ຄັ້ງ, ເຂົ້າຮ່ວມບໍລິຈາກເລືອດໃຫ້ອົງການກາແດງ 4 ຄັ້ງ, ເຂົ້າຮ່ວມການແຂ່ງຂັນກີລາເປຕັງຊິງຂັນ ລັດຖະມົນຕີ ກະຊວງປ້ອງກັນປະເທດ ສາມາດ
ຍາດໄດ້ລາງ ວັນທີ 3 ພ້ອມຂັນ 1 ໜ່ວຍ, ເຂົ້າຮ່ວມ ແຂ່ງຂັນກີລາບານສົ່ງຍິງຊີງຂັນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາສາມາດຍາດໄດ້ລາງ
ວັນຊະນະເລີດ, ໄດ້ຈັດກິດຈະກຳຖາມ-ຕອບຄວາມຮູ້ຮອບຕົວພາຍໃນກົມ 2 ຄັ້ງ, ພ້ອມກັນນັ້ນ, ກໍໄດ້ປຸກລະດົມຊຸກຍູ້ສະມາຊິກຊາວໜຸ່ມສ້າງລາຍຮັບເຂົ້າ
ຈຸ-ໜ່ວຍຂອງຕົນ ແລະ ສ້າງລາຍໄດ້ ໃຫ້ແກ່ຄອບຄົວເພື່ອປັບປຸງຊີວິດການເປັນຢູ່ໃຫ້ນັບມື້ດີຂຶ້ນ, ຜ່ານການຈັດຕັ້ງຜັນຂະຫຍາຍເນື້ອໃນຂໍ້ແຂ່ງຂັນ 4 ບຸກ
ໃນໄລຍະຜ່ານ ມາສາມາດຕີລາຄາຜົນໄດ້ຮັບຄື: ຂະແໜງຊາວໜຸ່ມກົມ ວສ-ປສ ການທະຫານ ໄດ້ຮັບການການຢັ້ງຢືນເປັນ ຂະແໜງຊາວໜຸ່ມນໍາໜ້າ 4
ບຸກ ຈໍານວນສະມາຊິກຊາວໜຸ່ມໄດ້ຮັບໃບຢັ້ງຢືນນໍາໜ້າ 4 ບຸກຂັ້ນ ກະຊວງປ້ອງກັນປະເທດ ມີ 90 ສະຫາຍ, ຂັ້ນສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ
101 ສະຫາຍ ແລະ ໄດ້ຮັບໃບຍ້ອງຍໍຈໍານວນ 12 ສະຫາຍ.