ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

 

ມື້ນີ້ເສຍຊິວິດເພີ່ມ 3 ຄົນ,ກວດພົບຜູ້ຕິດເຊືື້ອໃໝ່ 549 ຄົນ (ຕິດເຊື້ອພາຍໃນ ມີ 540 ຄົນ ແລະ ຕິດ
ເຊື້ອນໍາເຂົ້າ 9 ຄົນ)

   ການຖະແຫຼງຂ່າວປະຈໍາວັນທີ 12 ຕຸລາ 2021, ໂດຍທ່ານ ດຣ. ສະໜອງ ທອງສະນະ ຮອງລັດຖະມົນຕີ ກະຊວງ
ສາທາລະນະສຸກ ພ້ອມດ້ວຍ ດຣ ບົວຜັນ ຄໍາພາພົງຜ່ານ ຮອງຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກ່ຽວກັບສະ
ພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ວັນທີ 11 ຕຸລາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາ
ກວດຊອກຫາເຊືື້ອ COVID-19 ທັງໝົດ 5,240 ຕົວຢ່າງ

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 13/10/2021

(ກປທ)                                                           (ອ່ານຕໍ່............)

   

 

ຄວາມເປັນມາຂອງ ວັນການທູດລາວ (ເນື່ອງໃນໂອກາດ ຄົບຮອບ 76 ປີ ວັນການທູດລາວ: 12 ຕຸລາ
1945-12 ຕຸລາ 2021)

   ວັນການທູດ ລາວ 12 ຕຸລາ 1945 ແມ່ນກົງກັບວັນປະກາດເອກະລາດ ໂຮມລາວ ທີ່ເຮັດໃຫ້ປະຊາຄົມໂລກ ຮັບ
ຮູ້ເຖິງ ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດລາວ, ເປັນວັນແຫ່ງຄວາມພາກພູມໃຈ ຂອງປະຊາຊົນ
ລາວບັນດາເຜົ່າ ກໍຄື ວັນປະກາດເອກະລາດ ຄັ້ງທໍາອິດຂອງປະເທດລາວ, ຊຶ່ງເປັນການໄຂສັງກາດໃໝ່ທີ່ໄດ້ເຮັດໃຫ້
ສາກົນຮັບຮູ້ຄວາມເປັນເອກະລາດຂອງລາວ

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 13/10/2021

(ກປທ)                                                           (ອ່ານຕໍ່............)

   

 

ຄະນະນໍາກອງພົນທີ 2 ເຂົ້າວາງພວງມາລາ ແລະ ກະຕ່າດອກໄມ້ ເຖີ່ງນັກຮົບປະຕິວັດ ໃນໂອກາດວັນ
ສ້າງຕັ້ງກົມກອງ ຄົບຮອບ 40 ປີ

   ເນື່ອງໃນໂອກາດວັນສ້າງຕັ້ງກອງພົນທີ 2 ຄົບຮອບ 40 ປີ (12/10/1981-12/ 10 /2021), ໃນວັນທີ 12 ຕຸລາ
2021 ນີ້, ຄະນະນຳກອງພົນທີ 2 ນໍາໂດຍ ສະຫາຍ ພົນຈັດຕະວາ ວຽງແກ້ວ ສິສຸລາດ ຫົວໜ້າການເມືອງກອງພົນທີ
2 ພ້ອມດ້ວຍຄະນະໄດ້ເຂົ້າວາງພວງມາລາ ແລະ ກະຕ່າດອກໄມ້ຢູ່ອະນຸສາວະລີ ນັກຮົບນິລະນາມ (ຂອງກົມກອງ)

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 12/10/2021

(ກປທ)                                                           (ອ່ານຕໍ່............)

   

 

ມູນເຊື້ອວັນປະກາດເອກະລາດ 12 ຕຸລາ 1945 (ໃນໂອກາດຄົບຮອບ 76 ປີ 12/10/1945-
12/10/2021)

   ກ່ອນໜ້ານີ້ຄື ວັນທີ 12 ຕຸລາ 1945 ໄດ້ມີການໂຮມຊຸມນຸມໃຫຍ່ຢູ່ວຽງຈັນ ເພື່ອປະກາດຄວາມເປັນເອກະລາດ
ຂອງຊາດລາວເຮົາ ເປັນຄັ້ງທຳອິດຈາກແອກປົກຄອງ ຂອງພວກລ່າເມືອງຂຶ້ນ ແລະ ພວກຮຸກຮານຕ່າງຊາດ ວັນດັ່ງກ່າວ
ນັ້ນໄດ້ເປັນຂີດໝາຍແຫ່ງໄຊ¬ຊະນະ ຂອງການຕໍ່ສູ້ອັນພິລະອາດຫານ, ດ້ວຍຄວາມສາມັກຄີ ແລະ ການເສຍສະຫຼະ
ອັນໃຫຍ່ຫລວງ ຂອງກອງທັບ ແລະ ປະຊາຊົນເຮົາ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 12/10/2021

(ກປທ)                                                           (ອ່ານຕໍ່............)

   

 

ມື້ນີ້ ກວດພົບຜູ້ຕິດເຊື້ອໃໝ່ 414 ຄົນ ຊຸມຊົນ 404 ຄົນ ແລະ ນຳເຂົ້າ 10 ຄົນ

   ວັນທີ 7 ຕຸລາ 2021 ນີ້, ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະ
ຊວງສາທາລະນະສຸກ ໂດຍໄດ້ຮັບການມອບໝາຍຈາກຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການ
ລະບາດພະຍາດCOVID-19, ໄດ້ຖະແຫຼງຂ່າວກ່ຽວກັບສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ
ລາວ ມາຮອດວັນທີ 6 ຕຸລາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງ ມາກວດຊອກຫາເຊືື້ອ COVID-19

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 08/10/2021

(ກປທ)                                                           (ອ່ານຕໍ່............)

   

 

ທ່ານ ສະເຫຼີມໄຊ ກົມມະສິດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແລະ ກອງປະຊຸມ
ອື່ນທີ່ກ່ຽວຂ້ອງ (ແບບທາງໄກ)

   ໃນວັນທີ 4 ຕຸລາ 2021 ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການ
ຕ່າງປະເທດ, ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນຄັ້ງ
ທີ 24, ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 30 ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ( ແບບ
ທາງໄກ) ໂດຍການເປັນປະທານຂອງ ບຣູໄນ ດາຣູຊາລາມ ໃນຖານະປະທານອາຊຽນ ປີ 2021.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 06/10/2021

(ກປທ)                                                           (ອ່ານຕໍ່............)

   

 

ກອງປະຊຸມສໍາມະນາ ເຄືອຂ່າຍສະຖາບັນປ້ອງກັນຊາດ ແລະ ຄວາມໝັ້ນຄົງອາຊຽນ (NADI)

   ໃນລະຫວ່າງວັນທີ 29-30 ກັນຍາ 2021 ນີ້, ທ່ານ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມ ວິທະຍາສາດ-
ປະຫວັດສາດ ການທະຫານ ໄດ້ເຂົ້າຮ່ວມກອງປະຊຸມສໍາມະນາ ເຄືອຂ່າຍສະຖາບັນປ້ອງກັນຊາດ ແລະ ຄວາມຫມັ້ນ
ຄົງອາຊຽນ NADI ຜ່ານລະບົບທາງໄກ ໃນຫົວຂໍ້: ‘’ຜົນກະທົບຂອງເຕັກໂນໂລຊີທີ່ພົ້ນເດັ່ນຕໍ່ວຽກງານປ້ອງກັນຊາດ

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 06/10/2021

(ກປທ)                                                           (ອ່ານຕໍ່............)

   

 

ມອບ-ຮັບໂຄງການຕິດຕັັ້ງ-ນຳໃຊ້ລະບົບບັນທຶກຂໍ້ມູນຮູບພາບທາງການແພດ ລະຫວ່າງໂຮງໝໍ 108
ຫວຽດນາມ ແລະໂຮງໝໍ 103 ກອງທັບ

   ວັນທີ 23 ກັນຍາ 2021, ທີ່ໂຮງໝໍສູນກາງ 103 ກອງທັບ ໄດ້ຈັດພິທີມອບ-ຮັບ ໂຄງການຕິດຕັັ້ງ ແລະ ນຳໃຊ້
ການແພດທາງໄກ (Telemedicine) ແລະ ລະບົບບັນທຶກຂໍ້ມູນຮູບພາບທາງການແພດ (DICOM) ໄລຍະ 03
ຂອງໂຮງໝໍສູນກາງ 108 ກອງທັບປະຊາຊົນຫວຽດນາມ ມອບໃຫ້ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ຂຶ້ນ
ຢ່າງເປັນທາງການ, ໃຫ້ກຽດເຂົ້າຮ່ວມເປັນປະທານໃນພິທີ ໂດຍສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ຮອງຫົວ
ໜ້າກົມໃຫຍ່ພະລາທິການກອງທັບ

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 28/09/2021

(ກປທ)                                                           (ອ່ານຕໍ່............)

   

 

ມື້ນີ້ກວດພົບຜູ້ຕິດເຊື້ອໃໝ່ 292 ກໍລະນີ,ຊຸມຊົນ 280 ກໍລະນີແລະເສຍຊິວິດສະສົມ 16 ກໍລະນີ

   ອີງຕາມຖະແຫຼ່ງຂ່າວຂອງຄະນະສະເພາະກິດ ປະຈໍາວັນທີ 26 ກັນຍາ ປີ 2021. ສະພາບການລະບາດຂອງພະຍາດ
COVID-19 ຢູ່ ສປປ ລາວ ຮອດປະຈຸບັນເຫັນວ່າ ສະພາບການການຕິດເຊືື້ອໃນຊຸມຊົນແມ່ນມີຈໍານວນເພີື້ມຂຶ້ນຫຼາຍ
ໃນມືື້ວັນທີ 25 ກັນຍາ 2021 ທົ່ວປະເທດ

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 27/09/2021

(ກປທ)                                                           (ອ່ານຕໍ່............)

   

 

ຫົວໜ້າກົມໃຫຍ່ພະລາທິການກອງທັບ ຕ້ອນຮັບຄະນະວິຊາການກົມໃຫຍ່ພະລາທິການ ກອງທັບປະຊາ
ຊົນຫວຽດນາມ

   ໃນຕອນເຊົ້າວັນທີ 24 ກັນຍາ ປີ 2021 ນີ້, ສະຫາຍ ພົນຕີ ຄໍາເພັດ ສີຊານົນ ຫົວໜ້າກົມໃຫຍ່ພະລາທິການກອງ
ທັບ ພ້ອມດ້ວຍຄະນະ ໄດ້ໃຫ້ກຽດຕ້ອນຮັບ ສະຫາຍ ພັນເອກພິເສດ ຫງວຽນ ກວາງ ຮັວນ ຫົວໜ້າພະແນກ ເຕັກໂນ
ໂລຢີ ແລະ ຂໍ້ມູນ ຂ່າວສານ ກົມໃຫຍ່ພະລາທິການ ກອງທັບ ປະຊາຊົນຫວຽດນາມ ພ້ອມດ້ວຍຄະນະວິຊາການ, ມີ
ຄະນະນໍາກົມ, ຫ້ອງການ

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 25/09/2021

(ກປທ)                                                           (ອ່ານຕໍ່............)

   

 

ກມທ ປະກາດເລື່ອນຊັ້ນນາຍທະຫານຈາກຊັ້ນພັນຕີຂຶ້ນຊັ້ນພັນໂທ

   ພິທີປະກາດເລື່ອນຊັ້ນນາຍທະຫານ ຈາກຊັ້ນ ພັນຕີ ຂຶ້ນ ຊັ້ນພັນໂທ ຢູ່ກົມໃຫຍ່ການເມືອງກອງທັບ ຈຳນວນ 15
ສະຫາຍ ໄດ້ຈັດຂຶ້ນ ໃນວັນທີ 24 ກັນຍາ 2021 ນີ້, ໂດຍການເປັນປະທານຂອງສະຫາຍ ພົນຕີ ວົງສອນ ອິນປານພິມ
ຮອງຫົວຫນ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ ຈາກຫ້ອງການ, ກົມ, ກອງ ພ້ອມດ້ວຍນາຍ
ທະຫານ ທີ່ໄດ້ຮັບການເລື່ອນຊັ້ນໃຫມ່ເຂົ້າຮ່ວມ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 25/09/2021

(ກປທ)                                                           (ອ່ານຕໍ່............)

   

 

ກວດພົບຜູ້ຕິດເຊື້ອໂຄວິດເພີ່ມໃໝ່ທັງໝົດ 694 ກໍລະນີ

   ອີງຕາມ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວ
ກ່ຽວກັບ ສະພາບ ໂຄວິດ-19 ຢູ່ ສປປ ລາວ, ໃນທົົ່ວໂລກ ປະຈໍາວັນພະຫັດ ວັນທີ 23 ກັນຍາ 2021, ສະພາບການ
ລະບາດພະຍາດ ໂຄວິດ-19 ຢູ່ສປປ ລາວ, ມາຮອດວັນທ 22 ກັນຍາ ໄດ້ກວດວິເຄາະທັງໝົດ 5,652 ຄົນ

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 23/09/2021

(ກປທ)                                                           (ອ່ານຕໍ່............)

   

 

ໂຮງຮຽນທິດສະດີການເມືອງກອງທັບ ປິດຊຸດເຝິກອົບຮົມວຽກງານວິຊາສະເພາະສືບສວນ-ສອບສວນ
ລະບົບ 2 ເດືອນປະຈຳປີ 2021

   ວັນທີ 22 ກັນຍາ 2021 ນີ້, ໂຮງຮຽນທິດສະດີການເມືອງກອງທັບ ໄດ້ຈັດພິທີປິດຊຸດເຝິກອົບຮົມ ວຽກງານ ວິ
ຊາສະເພາະ ສືບສວນ-ສອບສວນ ໃຫ້ພະນັກງານປ້ອງກັນພາຍໃນ ກອງທັບປະຊາຊົນລາວ ລະບົບ 2 ເດືອນປະຈຳປີ
2021 ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ປອ ຄຳຜາຍ ສະພັງເໜືອ ຫົວໜ້າການເມືອງໂຮງຮຽນທິດ
ສະດີການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ທອງດຳ ພົງສະຫວັດ ຫົວໜ້າກົມປ້ອງກັນພາຍໃນ ກົມໃຫຍ່
ການເມືອງກອງທັບ

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 22/09/2021

(ກປທ)                                                           (ອ່ານຕໍ່............)

   

 

ເປັນເຈົ້າການປ້ອງກັນຕ້ານ ແລະ ສະກັດກັ້ນການລະບາດພະຍາດຂອງໂຄວິດ-19

   ຄະນະສະເພາະກິດປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດຂອງ ໂຄວິດ-19 ເມືອງໄຊເສດຖາ ນະຄອນ
ຫຼວງວຽງຈັນ ໄດ້ສົມທົບກັບ ກຳລັງ ປກຊ-ປກສ ລົງຕັ້ງດ່ານກວດກາຄັດກອງຄົນເຂົ້າ-ອອກ ຢູ່ທີ່ຈຸດກວດຂັດກ່ອງ
ຕ່າງໆຕາມເສັ້ນທາງ 450 ປີ ນັບແຕ່ໄຟຟ້າເຂດບ້ານໂຊກນ້ອຍ ຫາ 3 ແຍກທ່າເດືອ ເມືອງຫາດຊາຍຟອງ ເຊິ່ງເປັນ
ຊາຍແດນເຊື່ອມຕໍ່ລະຫວ່າງ ເມືອງໄຊເສດຖາ ຕໍ່ ເມືອງຫາດຊາຍຟອງ ຢ່າງເຂັ້ມງວດ

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 22/09/2021

(ກປທ)                                                           (ອ່ານຕໍ່............)

   

 

ມື້້ນີ້ກວດພົບຜູ້ຕິດເຊື້ອໃໝ່ 331 ຄົນ, ນຳເຂົ້າ 35 ຄົນ ແລະ ຊຸມຊົນ 296 ຄົນ

   ວັນທີ 21 ກັນຍາ ປີ 2021 ນີ້, ທ່ານ ປອ. ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ, ທັງ
ເປັນຮອງຫົວຫນ້າຄະນະສະເພາະກິດ ຂັ້ນສູນກາງ ພ້ອມດ້ວຍທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວຫນ້າກົມຄວບ
ຄຸມພະຍາດຕິດຕໍ່ ໄດ້ແຫຼງຂ່າວ ກ່ຽວກັບສະພາບຜູ້ຕິດເຊື້ອ ໂຄວິດ-19 ຢູ່ ສປປ ລາວ ມາເຖີງປະຈຸບັນສະພາບການ
ລະບາດ ພະຍາດໂຄວິດ-19 ຢູ່ ສປປ ລາວ, ໂດຍລວມແລ້ວເຫັນວ່າ ການຕິດເຊື້ອຈາກກໍລະນີນໍາເຂົ້າຂອງແຮງງານ
ແມ່ນມີທ່າອ່ຽງຫຼຸດລົງ ແຕ່ການຕິດເຊື້ອໃນຊຸມຊົນແມ່ນເພີ່ມຂື້ນຢ່າງຕໍ່ເນື່ອງຢູ່ຫຼາຍແຂວງ

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 21/09/2021

(ກປທ)                                                           (ອ່ານຕໍ່............)

   

 

ຫົວໜ້າກົມໃຫຍ່ເຕັກນິກກອງທັບ ກວດກາການສາທິດການປະຕິບັດງານຂັ້ນຕົ້ນກ່ຽວກັບການປະດິດ
ເຄື່ອງມ້າງລູກກະສຸນ

   ວັນທີ 15 ກັນຍາ 2021 ນີ້, ສະຫາຍ ພົນຕີ ປະສິດ ທ່ຽງທໍາ ຫົວໜ້າກົມໃຫຍ່ເຕັກນິກ ກອງທັບ ໄດ້ກວດກາການ
ສາທິດການປະຕິບັດງານ ຂັ້ນຕົ້ນກ່ຽວກັບການປະດິດເຄື່ອງມ້າງລູກ ກະສຸນຢູ່ທີ່ສະໂມສອນກົມໃຫຍ່ເຕັກນິກ, ໃນນັ້ນ
ມີຄະນະພັກກົມໃຫຍ່, ຄະນະກົມ, ຄະນະຫ້ອງ, ບັນດາພະແນກການ ທີ່ກ່ຽວຂ້ອງ ແລະ ວິຊາການມ້າງປະກອບປືນຕະ
ຫຼອດຮອດພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 20/09/2021

(ກປທ)                                                           (ອ່ານຕໍ່............)

   

 

ເປີດສົກ​ຮຽນ​ໃໝ່ໃຫ້​ແກ່​ນັກຮຽນ​ 3 ລະບົບ ປະຈຳປີ 2021-2022

   ພິທີ​​ ​ເປີດສົກ​ຮຽນ​ໃໝ່ໃຫ້​ແກ່​ນັກຮຽນ​ 3 ລະບົບ ປະຈຳປີ 2021-2022 ຢູ່ໂຮງຮຽນ​ກໍ່ສ້າງ​ນາຍ​ສີ​ບ​ເລກ1 ​ໄດ້​ໄຂ
ຂື້ນ ​ໃນ​ ​ວັນ​ທີ່ 15 ກັນຍາ 2021 ນີ້. ໂດຍ​ການ​ເຂົ້າ​ຮ່ວມ​ເປັນ​ປະທານ​ຂອງ​ສະຫາຍ ພັນ​ເອກ ບົວ​ວັນ​ ພົມມະ​ເພັງ ຫົວ
ໜ້າ​ການ​ທະຫານ​, ມີ​ສະຫາຍ ​ພັນ​ເອກ ສີ​ລາ​ວົງ ບຸນ​ມີ​ໄຊ​ ຫົວໜ້າ​ການເມືອງ​ໂຮງຮຽນ, ມີ ຄະນະ​ພັກ-​ຄະນະ​ອຳນວຍ
​ການ​, ພະນັກງານ-​ນັກຮົບ, ອົງການ 5 ຫ້ອງ, 4 ກອງພັນ, ບັນດາ​ຄູ-​ອາຈານ

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 20/09/2021

(ກປທ)                                                           (ອ່ານຕໍ່............)

   

 

ມີ 5 ບ້ານຂອງເມືອງສາລະວັນ ໄດ້ຮັບຜົນກະທົບຈາກພະຍຸໂກນເຊີນ

   ອິງຕາມການລາຍງານຂອງ ທ່ານ ຈັນສີລອນ ສີສົມບູນ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆສາລະ
ວັນ ໃຫ້ຮູ້ວ່າ: ໃນວັນທີ 11 ກັນຍາ 2021 ນີ້ ເວລາ 18:00 ໄດ້ເກີດເຫດມີລົມພະຍຸໂກນເຊີນພັດຜ່ານເຂົ້າ 5 ໝູ່
ບ້ານຂອງເມືອງ ສາລະວັນ ຄື: ບ້ານໂພນໄຜ່, ບ້ານ ກ້ວຍ ບ້ານ ແບ່ງອຸດົມ, ບ້ານ ທາດຫ້ວຍ, ບ້ານ ວຽງຄໍາ. ລວມມີ
207 ຫຼັງຄາເຮືອນ

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 20/09/2021

(ກປທ)                                                           (ອ່ານຕໍ່............)

   
ໜ້າ

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ແລະ ໃບອະນຸຍາດຈົດທະບຽນ ເລກທີ 381/ສອຊ,
ລົງວັນທີ 05/05/2016 ແລະ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012