ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພົບຜູ້ຕິດເຊື້ອໂຄວິດເພີ່ມ 65 ກໍລະນີ

     ວັນທີ 13 ພຶດສະພາ ປີ 2021, ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດ
ທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ (COVID-19) ໂດຍທ່ານ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບ
ຄຸມພະຍາດຕິດຕໍ່ ຕາງໜ້າກອງເລຂາ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະ
ຍາດ COVID-19, ໄດ້ລາຍງານ ສະພາບໂຄວິດ ຢູ່ ສປປ ລາວ

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 14/05/2021

(ກປທ)                                                           (ອ່ານຕໍ່............)

   

ຫຼາຍພາກສ່ວນສືບຕໍ່ມອບເຄື່ອງບໍລິໂພກ-ອຸປະໂພກ ໃຫ້ແກ່ໂຮງໝໍສູນກາງ 103 ກອງທັບ

     ໃນວັນທີ 12 ພຶດສະພາ 2021 ນີ້, ມີຫຼາຍພາກສ່ວນຍັງສືບຕໍ່ມອບ ເຄື່ອງອຸປະໂພກ-ບໍລິໂພກ ໃຫ້ແກ່ໂຮງໝໍ
ສູນກາງ 103 ກອງທັບ ເພື່ອຊຸກຍູ້ເຂົ້າໃນວຽກງານປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19, ວຽກງານຕ້ານ ແລະ ສະ
ກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໃນໂຮງໝໍດັ່ງກ່າວ, ໃນນີ້ມີ: ບໍລິສັດ ພີທີທີ (ລາວ) ຈຳກັດ
ລວມມູນຄ່າ 4 ລ້ານກ່ວາກີບ, ກຸ່ມລວມນ້ຳໃຈ ຕ້ານໄພໂຄວິດ ມູນຄ່າ 2 ລ້ານກ່ວາກີບ

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 13/05/2021

(ກປທ)                                                           (ອ່ານຕໍ່............)

   

ມີ 84 ຄົນທີ່ເຂົ້າມາປິ່ນປົວພະຍາດໂຄວິດ-19 ຢູ່ໂຮງໝໍສຸນກາງ 103 ກອງທັບ

     ທາ່ນ ພັນເອກ ດຣ. ສຸລິພັນ ເພັດຈັນທະລາ ຫົວໜ້າການທະຫານ, ໂຮງໝໍສຸນກາງ 103 ກອງທັບ ໄດ້ໃຫ້ຮູ້ວ່າ
ໂດຍປະຕິບັດຕາມທິດຊີ້ນຳ ຂອງຄະນະນຳ ກະຊວງປ້ອງກັນປະເທດ, ຄະນະສະເພາະກິດຂັ້ນສຸນກາງ ເພື່ອການຄວບ
ຄຸມ ແລະ ແກ້ໄຂພະຍາດໂຄວິດ-19, ໂຮງໝໍສຸນກາງ 103 ກອງທັບ ຂອງພວກເຮົາໄດ້ຖືສຳຄັນ ແລະ ກຽມພ້ອມ
ໃນການ ປ້ອງກັນ ແລະ ຕອບໂຕ້ພະຍາດດັ່ງກ່າວ ແຕ່ຫົວທີ, ເຊີ່ງລັດຖະບານ

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 13/05/2021

(ກປທ)                                                           (ອ່ານຕໍ່............)

   

ສປປ ລາວ ມີລາຍງານຜູ້ຕິດເຊື້ອ ທັງໝົດ 1,417 ຄົນ (ໃໝ່ 55), ເສຍຊີວີດ 1 ຄົນ ແລະ ປິ່ນປົວ
ຫາຍດີ 328 ຄົນ

     ວັນທີ 12 ພຶດສະພາ ປີ 2021 ທ່ານ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ພ້ອມ
ດ້ວຍ ທ່ານ ປະເດີມພອນ ສົນທະນີ, ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈະມາຖະແຫຼງ
ຂ່າວກ່ຽວກັບ ນະໂຍບາຍ ແລະ ມາດຕະການ ເພື່ອແກ້ໄຂຜົນກະທົບ ຈາກການລະບາດພະຍາດ COVID-19 ຂອງ
ຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍ ທ່ານ ປອ ດຣ ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິ
ເຄາະ ແລະ ລະບາດວິທະຍາ ຮ່ວມຖະແຫຼງນຳ

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 13/05/2021

(ກປທ)                                                           (ອ່ານຕໍ່............)

   

ວັນອັງຄານ ວັນທີ 11 ພຶດສະພາ 2021 ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມໃໝ່ 35 ກໍລະນີ

     ຕອນບ່າຍວັນທີ 11 ພຶດສະພາ 2021, ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່
ພ້ອມດ້ວຍ ທ່ານ ນາງ. ພອນວັນ ອຸທະວົງ, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ຈະມາຖະແຫຼງ
ຂ່າວກ່ຽວກັບ ນະໂຍບາຍ ແລະ ມາດຕະການ ເພື່ອແກ້ໄຂຜົນກະທົບ ຂອງການລະບາດພະຍາດ COVID-19 ຕໍ່
ເສດຖະກິດ ແລະ ດຣ. ບັນດິດ ຊຸມພົນພັກດີ ຄະນະກຳມະການທີ່ປຶກສາແຫ່ງຊາດໃນການໃຫ້ວັກຊີນ

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 12/05/2021

(ກປທ)                                                           (ອ່ານຕໍ່............)

   

ກະຊວງປ້ອງກັນປະເທດ ປະກາດການແຕ່ງຕັ້ງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ
ການລະບາດຂອງພະຍາດ ໂຄວິດ-19

     ໃນວັນທີ 10 ພຶດສະພາ 2021 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງພິທີປະກາດການແຕ່ງຕັ້ງຄະນະສະເພາະ
ກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ ໂຄວິດ-19, ໂດຍການເປັນປະທານຂອງ ສະ
ຫາຍ ພົນຕີ ວົງຄຳ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາຈາກບັນດາ
ກົມ, ກອງຕະຫຼອດຮອດພະນັກງານວິຊາການໄດ້ຮັບການແຕ່ງຕັ່ງເຂົ້າຮ່ວມ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 11/05/2021

(ກປທ)                                                           (ອ່ານຕໍ່............)

   

ລາວ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ 25 ຄົນ

     ອີງຕາມການລາຍງານຂອງ ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ພ້ອມດ້ວຍ
ທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ຕາງໜ້າກອງເລຂາ ຄະນະ
ສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃນວັນທີ 10 ພຶດສະພາ ນີ້
ວ່າ: ມາຮອດປັດຈຸບັນ ສປປ ລາວ

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 11/05/2021

(ກປທ)                                                           (ອ່ານຕໍ່............)

   

ຄະນະສະເພາະກິດ ກະຊວງປ້ອງກັນປະເທດ ເຄື່ອນໄຫວຊຸກຍູ້ການປ້ອງກັນ ພະຍາດໂຄວິດ-19 ຢູ່
ແຂວງຈໍາປາສັກ

     ໃນວັນທີ 7 ພຶດສະພາ 2021 ນີ້, ຄະນະສະເພາະກິດ ກະຊວງປ້ອງກັນປະເທດ ໄດ້ເຄື່ອນໄຫວ ຊີ້ນໍາ-ຊຸກຍູ້ ການ
ປ້ອງກັນ ແລະ ສະກັດກັ້ນພະຍາດໂຄວິດ-19 ກໍາລັງທ້ອງຖິ່ນແຂວງຈໍາປາສັກ ຢູ່ກອງບັນຊາການທະຫານແຂວງຈໍາປາ
ສັກ. ເຊີ່ງນໍາໂດຍສະຫາຍ ພົນຕີ ວົງຄໍາ ພົມມະກອນ ກໍາມະການສູນກາງພັກ

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 10/05/2021

(ກປທ)                                                           (ອ່ານຕໍ່............)

   

ຄະນະຊ່ຽວຊານການແພດຈີນຊ່ວຍຕ້ານພະຍາດໂຄວິດ-19 ຢູ່ບາງແຂວງພາກເໜືອຂອງລາວ

     ໂດຍຕອບສະໜອງຕາມຄຳຮ້ອງຂໍຈາກຝ່າຍລາວ, ໃນຕອນເຊົ້າວັນທີ 9 ພຶດສະພາ 2021ນີ້, ຄະນະຊ່ຽວຊານ
ການແພດຈີນ ໄດ້ມຸ່ງໜ້າໄປສູ່ນະຄອນຫຼວງພະບາງ ທາງພາກເໜືອ ປະເທດລາວ ໂດຍດ່ວນ ເພື່ອຮ່ວມມືກັບຝ່າຍ
ລາວ ຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ຕາມແຂວງທີ່ມີຜູ້ຕິດເຊື້ອ. ຄະນະຊ່ຽວຊານການແພດຈີນ
ປະກອບມີຊ່ຽວຊານໃນຂົງເຂດດັບເຊື້ອ

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 10/05/2021

(ກປທ)                                                           (ອ່ານຕໍ່............)

   

ສປປ ລາວ ມີຜູ້ເສຍຊີວິດ 1 ຄົນ ຈາກພະຍາດໂຄວິດ-19 ແລະ ມີຜູ້ຕິດເຊື້ອເພີ່ມອີກ 69 ຄົນ

     ໃນວັນທີ 09 ພຶດສະພາ ປີ 2021 ທ່ານ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່
ພ້ອມດ້ວຍ ທ່ານ ສະຫວັນຄອນ ຊາມຸນຕີ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ,
ໄດ້ນຳສະເໜີກ່ຽວກັບມາດຕະການການປ້ອງກັນການຕິດເຊື້ອ ຢູ່ໃນສະຖານທີ່ບໍລິການຕ່າງໆ ພ້ອມທັງ ຊີ້ແຈງຂ່າວ
ລືໃນສື່ສັງຄົມອອນລາຍ ແລະ ຮສ. ດຣ. ບົວເທບ ພູມິນ ຮອງຫົວໜ້າກົມປິ່ນປົວ

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 10/05/2021

(ກປທ)                                                           (ອ່ານຕໍ່............)

   

ສະຖາບັນອະນາໄມກັນພະຍາດພົ່ນຢາຂ້າເຊື້ອພະຍາດໂຄວິດ 19 ຢູ່ ວປກ

     ວັນທີ 8 ພຶດສະພາ 2021 ນີ້, ສະຫາຍ ພັນໂທ ດຣ ໂພສະເດັດ ເສນາມຸນຕີ, ເລຂາຄະນະພັກຮາກຖານ, ຫົວ
ໜ້າການເມືອງສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ ໄດ້ນໍາພາບັນດາຈຸທີມງານວິຊາການ
ປ້ອງກັນຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດສາຍພັນໃໝ່ ໂຄວິດ 19 ລົງເຄຶ່ອນໄຫວ ເກັບຕົວຢ່າງ ແລະ ພົ່ນ
ຢາຂ້າເຊື້ອພະຍາດໂຄວິດ 19 ຢູ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 09/05/2021

(ກປທ)                                                           (ອ່ານຕໍ່............)

   

ປັດຈຸບັນ ສປປ ລາວ ມີຕົວເລກຜູ້ຕິດເຊື້ອສະສົມ ທັງໝົດ 1233 ຄົນ ຜູ້ຕິດເຊື້ອໃໝ່ມື້ນີ້ 28 ຄົນ

     ວັນທີ 08 ພຶດສະພາ ປີ 2021 ທ່ານ ໝໍ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່
ກະຊວງສາທາລະນະສຸກ, ພ້ອມດ້ວຍ ທ່ານ ພຸດທະໄຊ ສີວິໄລ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຕາງໜ້າ
ກອງເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19, ລາຍ
ງານສະພາບການການລະບາດຂອງພະຍາດ COVID-19 ປະຈຳ ວັນທີ 08 ພຶດສະພາ ປີ 2021

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 09/05/2021

(ກປທ)                                                           (ອ່ານຕໍ່............)

   

ສປປ ລາວ ພົບຜູ້ຕິດເຊື້ອພະຍາດໂຄວິດໃໝ່ 28 ກໍລະນີ

     ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິຕໍ່ກະຊວງສາທາລະນະສຸກ ຄະນະສະເພາະກິດ
ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19, ໄດ້ລາຍງານປະຈໍາ ວັນທີ 7 ພຶດສະ
ພາ 2021 ນີ້ ກ່ຽວກັບພະຍາດໂຄວິດ-19 (COVID-19)ວ່າ: ສຳລັບ ສປປ ລາວ ມາຮອດປັດຈຸບັນ ມີຜູ້ຕິດເຊື້ອສະ
ສົມ 1,205 ຄົນ (ໃໝ່ 28)

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 07/05/2021

(ກປທ)                                                           (ອ່ານຕໍ່............)

   

ກອງປະຊຸມພົບປະທາງໄກລະຫວ່າງ ລັດຖະມົນຕີສອງກະຊວງປ້ອງກັນປະເທດ ລາວ - ຫວຽດນາມ

     ກອງປະຊຸມພົບປະທາງໄກ ລະຫວ່າງ ລັດຖະມົນຕີກະຊວງ ປ້ອງກັນປະເທດ ລາວ - ຫວຽດນາມ ໄດ້ຈັດຂຶ້ນໃນ
ວັນທີ 6 ພຶດສະພາ ນີ້, ຝ່າຍລາວ ນໍາໂດຍສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນ
ກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ, ຝ່າຍຫວຽດນາມ ນໍາໂດຍ
ສະຫາຍ ພົນໂທ ຟານ ວັນ ຢາງ

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 07/05/2021

(ກປທ)                                                           (ອ່ານຕໍ່............)

   

ແຂວງບໍ່ແກ້ວ ພົບຜູ້ຕິດເຊື້ອໃໝ່ 72 ຄົນ, ທົ່ວປະເທດ 105 ຄົນ

     ວັນທີ 6 ພຶດສະພາ ປີ 2021, ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່
ກະຊວງ ພ້ອມດ້ວຍ ທ່ານ ດຣ. ປະນອມ ຟອງມະນີ ຮອງຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາ
ທາລະນະສຸກ, ຕາງໜ້າກອງເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະ
ຍາດ COVID-19

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 07/05/2021

(ກປທ)                                                           (ອ່ານຕໍ່............)

   

ຄຳຖະແຫຼງ ຂອງທ່ານ ນາຍົກລັດຖະມົນຕີ ກ່ຽວກັບການສືບຕໍ່ປະຕິບັດມາດຕະການສະກັດກັ້ນ
ແລະ ຕ້ານການແຜ່ລະບາດ ຂອງພະຍາດ COVID-19 ຢູ່ ສປປ ລາວ

     ພະນັກງານ, ນັກຮົບ, ປະຊາຊົນລາວບັນດາເຜົ່າ, ທຸກຊັ້ນຄົນ ຕະຫຼອດຮອດ ຊາວຕ່າງປະເທດ ທີ່ ພວມປະຕິບັດ
ໜ້າທີ່ ແລະ ພັກເຊົາ ຢູ່ ສປປ ລາວ ທີ່ເຄົາລົບ ຮັກແພງ ທັງຫຼາຍ ! ມື້ນີ້ວັນທີ 05 ພຶດສະພາ 2021 ຍັງອີກບໍ່ເທົ່າໃດ
ຊົ່ວໂມງ ກໍ່ຮອດ 24 ໂມງ ຊຶ່ງເຖິງກຳນົດເວລາສຸດທ້າຍ ຂອງການຈັດຕັ້ງປະຕິບັດ ຄຳສັ່ງຂອງ ນາຍົກລັດຖະມົນຕີ
ເລກທີ 15 ວ່າດວ້ຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 06/05/2021

(ກປທ)                                                           (ອ່ານຕໍ່............)

   

ຜູ້ຕິດເຊື້ອພະຍາດໂຄວິດ-19 ໃນ ສປປ ລາວ ຍັງສືບຕໍ່ເພີ່ມຂຶ້ນອີກ 46 ຄົນ

     ໃນວັນທີ 5 ພຶດສະພາ ປີ 2021 ທ່ານ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະ
ຊວງສາທາລະນະສຸກ, ຕາງໜ້າກອງເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດ
ຂອງພະຍາດ COVID-19, ໄດ້ລາຍງານວ່າ: ໃນວັນທີ 04 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງ
ໝົດ 1,072 ຕົວຢ່າງ ຜົນກວດວິເຄາະ ແມ່ນພົບຜູ້ຕິດເຊື້ອໃໝ່ 46 ຄົນ

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 06/05/2021

(ກປທ)                                                           (ອ່ານຕໍ່............)

   

ຄະນະຊ່ຽວຊານແພດຈີນ ພ້ອມອຸປະກອນປ້ອງກັນໂຄວິດ-19 ເດີນທາງມາເຖິງນະຄອນຫຼວງວຽງຈັນ
ຢ່າງຮີບດວ່ນ ແລະ ທັນການ

     ຄະນະຜູ້ຊ່ຽວຊານການແພດຈີນພ້ອມອຸປະກອນການແພດໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະ
ຄອນຫຼວງວຽງຈັນແລ້ວ ໃນຕອນບ່າຍ ວັນທີ 4 ພຶດສະພານີ້ ເພື່ອຊ່ວຍເຫຼືອຕ້ານ ແລະ ສະກັດກັ້ນການແຜ່ລະບາດ
ຂອງ ພະຍາດ ໂຄວິດ-19 ຮອບໃໝ່ຢູ່ ສປປ ລາວ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 05/05/2021

(ກປທ)                                                           (ອ່ານຕໍ່............)

   
ໜ້າ

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ແລະ ໃບອະນຸຍາດຈົດທະບຽນ ເລກທີ 381/ສອຊ,
ລົງວັນທີ 05/05/2016 ແລະ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012