ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການທະຫານ ເຜີຍແຜ່ມະຕິຄຳສັ່ງຂອງກົມການເມືອງສູນກາງພັກ


     ວັນທີ 6 ຕຸລາ 2020 ນີ້, ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຈັດຕັ້ງເຜີຍແຜ່ມະຕິຄຳສັ່ງຂອງກົມການເມືອງສູນກາງພັກ ໂດຍການ
ເປັນປະທານຂອງ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າ ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ມີຄະນະພັກ-ຄະນະບັນຊາພະແນກ
ການ ແລະ ພະນັກງານ-ນັກຮົບພາຍໃນກົມເຂົ້າຮ່ວມ.

     ການເຜີຍແຜ່ໃນຄັ້ງນີ້ ແມ່ນໄດ້ຜ່ານມະຕິວ່າດ້ວຍການເພີ່ມທະວີການຊີ້ນຳ-ນຳພາຂອງຄະນະພັກຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX
ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ ຊຸດທີ II ແມ່ນເຫດການ ການເມືອງທີ່ສຳຄັນຂອງຊາດ ເຊິ່ງດຳເນີນບັນຍາກາດທີ່ປະເທດຊາດ ສືບຕໍ່ຮັບໄຊ້ການ
ພັດທະນາຢ່າງຮອບດ້ານ ແລະ ຕໍ່ເນື່ອງຕະຫຼອດໄລຍະ 30 ປີ ກວ່າ ແຫ່ງການປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການ ແລະ ດຳເນີນ​ໄປ​ທ່າມ
ກາງບັນຍາກາດແຫ່ງຜົນສຳເລັດຂອງກອງປະຊຸມໃຫຍ່ 3 ຂັ້ນ, ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກກໍຄືການ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ດັ່ງ
ກ່າວຂອງບັນດາ ກະຊວງອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ການເລືອກຕັ້ງສະມາຊິກສະພາແຫ່ງ
ຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ ຊຸດທີ II (2021- 2026) ໄດ້ຮັບຜົນດີ. ພ້ອມທັງ ໄດ້ຜ່ານຄຳແນະນຳຂອງຄະນະ ກຳມະການ
ເລືອກຕັ້ງລະດັບຊາດ ກ່ຽວກັບການແຕ່ງຕັ້ງຄະນະກຳມະການເລືອກຕັ້ງ ແລະ ຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງຂັ້ນທ້ອງຖິ່ນ ແລະ ຢູ່ສະຖານທູດ,
ສະຖານກົງສຸນລາວ ແລະ ສຳນັກງານຜູ້ຕາງໜ້າຖາວອນຂອງ ສປປ ລາວ ຢູ່ຕ່າງປະເທດ ອີງຕາມກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ
ແລະ ສະພາປະຊາຊົນຂັ້ນແຂວງ ສະບັບປັບປຸງ 2020, ອີງຕາມມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການຊີ້ນຳ-ນຳພາ ຂອງຄະນະ
ພັກຕໍ່ການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II, ອີງຕາມລັດຖະດຳລັດຂອງປະທານປະເທດ ແຫ່ງ ສປປ
ລາວ ວ່າດ້ວຍການປະກາດແຕ່ງຕັ້ງກຳມະການເລືອກຕັ້ງລະດັບຊາດ ເພື່ອການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ
ຊຸດ ທີ II. ການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດ ທີ II ຄັ້ງນີ້ຈະໄດ້ຈັດຂຶ້ນໄວກວ່າການເລືອກຕັ້ງຊຸດຜ່ານ
ມາ. ສະນັ້ນເພື່ອຮັບປະກັນໃຫ້ແກ່ການກະກຽມ ແລະ ດຳເນີນການເລືອກຕັ້ງທັນກຳນົດເວລາ ບັນລຸຄາດໝາຍທີ່ວາງໄວ້ ຄະນະກຳມະການເລືອກຕັ້ງລະດັບ
ຊາດ ອອກຄຳແນະນຳການແຕ່ງຕັ້ງ ຄະນະກຳມະການເລືອກຕັ້ງຂັ້ນແຂວງ, ຂັ້ນເມືອງ ແລະ ຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງໃຫ້ຖືກຕ້ອງຕາມລະ
ບຽບການທີ່ວາງໄວ້.

     ການເຜີຍແຜ່ມະຕິຂອງ ກົມການເມືອງສູນກາງພັກໃນຄັ້ງນີ້ ເພື່ອເຮັດໃຫ້ພະນັກງານ-ນັກຮົບ ຮັບຮູ້ເຂົ້າໃຈເຊື່ອມຊຶມ ແລະ ເປັນເອກະພາບປະຕິບັດ
ຕາມ​ແນວທາງ​ຂອງຂັ້ນເທິງວາງອອກ ເພື່ອນຳເອົາມະຕິການແຈ້ງການ ແລະ ຄຳແນະນຳຂອງຂັ້ນເທິງນຳໄປຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານ​ໃຫ້ປະກົດ
ຜົນເປັນຈິງ.