ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລະຫວ່າງ ລາວ-ຣັດເຊຍ ຄົບຮອບ 60 ປີ


ສະຫາຍ ພົນເອກ ຈັນສະຫມອນ ຈັນຍາລາດ ກໍາມະການ ກົມການເມືອງສູນກາງພັກລັດຖະມົນຕີ ກະຊວງປ້ອງກັນປະເທດ ແລະ
ສະຫາຍ ວະລາດີເມຍກາລີນິນ ເອກອັກຄະຣາຊະ​ທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສະຫະພັນ ຣັດເຊຍ ປະຈໍາສປປລາວ ​ເປັນ​ປະທານ

     ກະຊວງປ້ອງກັນປະເທດ ໄດ້ຮ່ວມກັບ ສະຖານເອກອັກຣາຊະ​ທູດ ຣັດເຊຍ ປະຈໍາ ສປປ ລາວ ໄດ້ຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການ
ທູດລະຫວ່າງ ລາວ-ຣັດເຊຍ ຄົບຮອບ 60 ປີ ( 7 ຕຸລາ 1960-7 ຕຸລາ 2020 ) ຢູ່ທີ່ສະໂມສອນ ກົມໃຫຍ່ການເມືອງກອງທັບ, ໃນວັນທີ 8 ຕຸລາ ນີ້,
ໂດຍການເປັນປະທານຮ່ວມຂອງ ສະຫາຍ ພົນເອກ ຈັນສະຫມອນ ຈັນຍາລາດ ກໍາມະການ ກົມການເມືອງສູນກາງພັກ ລັດຖະມົນຕີ ກະຊວງປ້ອງກັນປະ
ເທດ ແລະ ສະຫາຍ ວະລາດີເມຍ ກາລີນິນ ເອກອັກຄະຣາຖະທູດ ວິສາມັນຜູ້ມີອໍານາດເຕັມແຫ່ງ ສະຫະພັນ ຣັດເຊຍ ປະຈໍາ ສປປ ລາວ, ມີບັນດາສະຫາຍ
ກໍາມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຄະນະນໍາກົມໃຫຍ່, ຫ້ອງວ່າການກະຊວງ, ບັນດາແຂກຝ່າຍ ຣັດເຊຍ ແລະ ກົມກອງ
ອ້ອມຂ້າງ ກະຊວງປ້ອງກັນປະເທດ ເຂົ້າຮ່ວມ.

     ສະຫາຍ ພົນເອກ ຈັນສະຫມອນ ຈັນຍາລາດ ໄດ້ກ່າວຄໍາປາໄສ ຕໍ່ພິທີໂດຍມີເນື້ອໃນບາງຕອນວ່າ: ການສ້າງຕັ້ງສາຍພົວພັນການທູດລະຫວ່າງ ລາວ
ແລະ ຣັດເຊຍ ເປັນຂີດຫມາຍອັນສໍາຄັນ ທາງປະຫວັດສາດ ​ເຊິ່ງ​ໃນ​ໄລຍະ​ນັ້ນປະເທດລາວ ພວມ​ຢູ່​ໃຍ​ສະພາບ​ເກົ່າມີຄວາມຂັດແຍ່ງກັນໃນລະດັບສູງ, ເຖິງ
ວ່າການສ້າງຕັ້ງສໍານັກງານຂອງ ສະຖານທູດສະຫະພາບ ໂຊຫວຽດ ຢູ່ນະຄອນຫຼວງວຽງຈັນ ເຊິ່ງເປັນສູນກາງການເມືອງ-ການປົກຄອງຂອງຝ່າຍຣາຊະອານາ
ຈັກລາວ ກໍຕາມ, ແຕ່ການເຄື່ອນໄຫວແນວທາງການຕ່າງປະເທດຂອງອະດີດສະຫະພາບ ໂຊວຽດ ແມ່ນມີທ່າດີໃນທຸກດ້ານໃຫ້ແກ່ກໍາລັງປະຕິວັດ ໂດຍສະ
ເພາະ​ໄດ້​ຮັບ​ການສະໜັບສະໜູນຝ່າຍແນວລາວຮັກຊາດ ເຊິ່ງໄດ້ເຮັດໃຫ້ການປະຕິວັດຢູ່ປະເທດລາວ ໄດ້ຮັບໄຊຊະນະເປັນກ້າວໆມາ, ກ້າວໄປສູ່ການຕໍ່ສູ້ປົດ
ປ່ອຍຊາດ ກໍໄດ້ຮັບໄຊຊະນະຢ່າງສົມບູນ ແລະ ສາມາດສະຖາປະນາເປັນປະເທດ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ໃນປີ 1975. ພາຍຫຼັງ
ສປປ ລາວ ໄດ້ຮັບການສະຖາປະນາ, ອະດີດສະຫະພາບໂຊຫວຽດໄດ້ສືບຕໍ່ປະກອບສ່ວນໃຫ້ການຊ່ວຍເຫຼືອໃນໄລຍະຮໍາບາດແຜສົງຄາມ ກໍຄືປົກປັກຮັກສາ
ແລະ ພັດທະນາປະເທດຊາດ, ເປັນຕົ້ນແມ່ນໃຫ້ການຊ່ວຍເຫຼືອຟື້ນຟູພື້ນຖານໂຄງລ່າງ, ວັດຖຸພາຫະນະ-ເຕັກນິກ, ເຂື່ອນໄຟຟ້ານ້ຳຕົກ, ຂົວ-ທາງ, ດ້ານອຸດ
ສາຫະກໍາ, ກະສິກໍາ, ການສຶກສາ, ສາທາລະນະສຸກ, ເຕັກນິກການທະຫານ ແລະ ອື່ນໆ, ໄດ້ກາຍເປັນສັນຍາລັກແຫ່ງມິດຕະພາບອັນດີງາມລະຫວ່າງປະຊາ
ຊົນສອງຊາດລາວ ແລະ ຣັດເຊຍ, ອັນພົ້ນເດັ່ນ ແມ່ນການກໍ່ສ້າງຊັບພະຍາກອນມະນຸດ ເຊິ່ງ ສ ຣັດເຊຍ ໄດ້ສ້າງນັກວິຊາການດ້ານຕ່າງໆ ຈໍານວນຫຼວງຫຼາຍ
ໃຫ້ແກ່ ສປປ ລາວ ແລະ ບັນດາອະດີດນັກສຶກສາທີ່ຮຽນຈົບມາຈາກອະດີດ ສະຫະພາບໂຊຫວຽດ ກໍຄື ສ ຣັດເຊຍ ປັດຈຸບັນໄດ້ຖືກບັນຈຸຢູ່ໃນກົງຈັກ ລັດ
ຖະບານໃນຂະແຫນງການຕ່າງໆ, ໄດ້ກາຍເປັນພະນັກງານຫຼັກແຫຼ່ງໃນການຄຸ້ມຄອງລັດ ແລະ ກາຍເປັນພະນັກງານການ ນໍາຂອງບັນດາອົງການ, ກະຊວງ
ຕ່າງໆ ໃນ ສປປ ລາວ ລວມທັງການນໍາ ກະຊວງປ້ອງກັນ ປະເທດນັບແຕ່ອະດີດຈົນເຖິງປັດຈຸບັນ. ທາງດ້ານການພົວພັນຮ່ວມມືຂົງເຂດການທະຫານ ໄດ້
ມີບາດກ້າວຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ໂດຍປະຕິບັດຕາມການເຊື້ອເຊີນຂອງ ລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ, ຄະນະຜູ້ແທນ ກະ
ຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ເດີນທາງໄປຮ່ວມກອງປະຊຸມຄວາມໝັ້ນຄົງສາກົນ ມົດສະກູ ຄັ້ງທີ 6, 7, 8, 9 ຢູ່ ສະຫະພັນ ຣັດເຊຍ ເປັນປະ
ຈໍາທຸກໆປີ, ໃນແຕ່ລະຄັ້ງກໍມີການພົບປະສອງຝ່າຍລະຫວ່າງການນໍາຂັ້ນສູງຂອງສອງ ກະຊວງປ້ອງກັນປະເທດ, ເພື່ອເປັນການຕອບແທນ ບຸນຄຸນອະດີດ ສະ
ຫະພາບ ໂຊຫວຽດ ກໍຄື ສະຫະພັນ ຣັດເຊຍ ໃນປັດຈຸບັນ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນຍິ່ງໃຫຍ່ ແລະ ມີມູນຄ່າມະຫາສານໃນໄລຍະຜ່ານມາ, ທັງເປັນສັນ
ຍາລັກຂອງສາຍພົວພັນຮ່ວມມືສອງຊາດ ລາວ-ຣັດເຊຍ, ລັດຖະບານແຫ່ງ ສປປ ລາວ ມອບລົດຕັງເຕ-34 ຈໍານວນ 30 ຄັນ ເປັນຂອງຂວັນໃຫ້ແກ່ ສ
ຣັດເຊຍ ພ້ອມ ນີ້, ລັດຖະບານ ແຫ່ງ ສປປ ລາວ ຍັງໄດ້ອະນຸມັດສ້າງອະນຸສາວະລີ ຢູ່ 2 ແຫ່ງ ຄື: ນະຄອນຫຼວງວຽງຈັນ ແລະ ແຂວງ ຊຽງຂວາງ ເພື່ອອຸ
ທິດເຖິງດວງວິນຍານຂອງຊ່ຽວຊານອະດີດ ສະຫະພາບ ໂຊຫວຽດ ທີ່ເສຍສະຫຼະຊີວິດໃນພາລະກິດປະຕິວັດຢູ່ ສປປ ລາວ ອີກດ້ວຍ. ເພື່ອສືບຕໍ່ເສີມຂະ
ຫຍາຍການພົວພັນຮ່ວມມືລະຫວ່າງສອງ ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນປະເທດແຫ່ງ ສ ຣັດເຊຍ ໄດ້ໃຫ້ການຊ່ວຍເຫຼືອທາງດ້ານພາຫະນະເຕັກ
ນິກ ພ້ອມທັງເຝິກອົບຮົມການນໍາໃຊ້ໃຫ້ແຕ່ລະເຫຼົ່າຮົບຂອງ ກອງທັບປະຊາຊົນລາວ ເປັນຕົ້ນ: ເຫຼົ່າຮົບລົດຕັງ-ຍານເກາະ, ເຫຼົ່າຮົບທະຫານອາກາດ, ເຫຼົ່າຮົບ
ປືນໃຫຍ່ຫນ້າດິນ, ເຫຼົ່າຮົບຊ່າງແສງ, ແຜນທີ່ ແລະ ເຫຼົ່າຮົບອື່ນໆ, ໃນ ປີ 2018, ສ ຣັດເຊຍ ໄດ້ສົ່ງໜ່ວຍເກັບກູ້ລະເບີດຂອງສູນ ເກັບກູ້ລະເບີດສາກົນ
ກໍາລັງປະກອບອາວຸດ ແຫ່ງ ສ ຣັດເຊຍ ມາຊ່ວຍ​ເກັບກູ້ລະເບີດທີ່ຕົກຄ້າງຢູ່ ເມືອງ ຄໍາເກີດ ແຂວງບໍລິຄໍາໄຊ ແລະ ສະໜາມບິນທົ່ງໄຫຫີນ ແຂວງ ຊຽງ
ຂວາງ, ພິເສດໃນປີ 2019 ຜ່ານມາໄດ້ມີການດໍາເນີນການຊ້ອມຮົບຮ່ວມກັນເຫຼົ່າຮົບ ລົດຕັງ-ຍານເກາະ (ລາໂຣດ 2019) ຢູ່ ເມືອງ ພູກູດ ແຂວງ ຊຽງ
ຂວາງ ເຊິ່ງເປັນຄັ້ງທໍາອິດ ໃນປະຫວັດສາດພາຍໃຕ້ຄໍາຂວັນ “ຄຽງບ່າ, ຄຽງໄຫຼ່ກັນຕໍ່ສູ້ເພື່ອສັນຕິພາບ” ແລະ ໃນປີ 2020 ນີ້ ກອງທັບປະຊາຊົນລາວ ກໍ
ໄດ້ສົ່ງເຫຼົ່າຮົບ ລົດຕັງ-ຍານເກາະ, ເຫຼົ່າຮົບຊ່າງແສງ, ເຫຼົ່າຮົບປ້ອງກັນອາກາດ, ເຫຼົ່າຮົບເຄມີ, ເຫຼົ່າຮົບທະຫານອາກາດ (ໜ່ວຍກູ້ໄພສຸກເສີນ), ເຫຼົ່າຮົບສືບ
ຂ່າວຕີພິເສດ ແລະ ເຫຼົ່າຮົບເຕັກນິກອາວຸດ ເຂົ້າຮ່ວມແຂ່ງຂັນກີລາການທະຫານສາກົນຢູ່ ສ ຣັດເຊຍ ເຊິ່ງສາມາດຍາດໄດ້ອັນດັບ 2 ລວມມີເຫຼົ່າ ຮົບລົດ
ຕັງ-ຍານເກາະ, ເຫຼົ່າຮົບຊ່າງແສງ ແລະ ເຫຼົ່າຮົບປ້ອງກັນອາກາດ, ໄດ້ທີ 3 ລວມມີເຫຼົ່າຮົບເຄມີ, ເຫຼົ່າຮົບທະຫານອາກາດ (ໜ່ວຍກູ້ໄພສຸກເສີນ), ໄດ້ທີ 5
ແມ່ນເຫຼົ່າຮົບຕີພິເສດ ແລະ ເຫຼົ່າຮົບເຕັກນິກອາວຸດ. ສະຫາຍ ພົນເອກ ຈັນສະຫມອນ ຈັນຍາລາດ ຍັງໄດ້ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນອັນ
ລົ້ນເຫຼືອຕໍ່ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລ້ຳຄ່າໃຫ້ແກ່ ສປປ ລາວ ກໍຄື ກອງທັບປະຊາຊົນລາວ ຕະຫຼອດໄລຍະຜ່ານມາ, ພ້ອມທັງໄດ້ສະແດງຄວາມເຊື່ອ
ຫມັ້ນວ່າ ສະຫະພັນ ຣັດເຊຍ ໂດຍພາຍໃຕ້ການນໍາພາຂອງ ທ່ານ ວະ​ລາ​ດີ​ເມຍ ປູຕິນ ປະທານາທິບໍດີ ຣັດເຊຍ ຈະປະສົບຜົນສໍາເລັດອັນໃຫຍ່ຫຼວງ ໃນ
ພາລະກິດພັດທະນາປະເທດຊາດ, ປະກອບສ່ວນປົກປ້ອງສັນຕິພາບ ຂອງໂລກ ແລະ ຄວາມສະຫງົບສຸກຂອງປະຊາຊົນຊາວໂລກ ແລະ ກໍຫວັງຢ່າງຍິ່ງວ່າ
ສາຍພົວພັນມິດຕະພາບ, ການພົວພັນຮ່ວມມືທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ສປປ ລາວ ກັບ ສະຫະພັນ ຣັດເຊຍ ເຊິ່ງເປັນມໍລະດົກອັນລໍ້າຄ່າໂດຍ
ແມ່ນຜູ້ນໍາຫຼາຍຮຸ່ນ ແລະ ປະຊາຊົນສອງປະເທດ ໄດ້ພ້ອມກັນເພີ່ມພູນຄູນສ້າງຕະຫຼອດໄລຍະ 60 ປີຜ່ານມາ ຈະໄດ້ຮັບການຜັນຂະຫຍາຍເຂົ້າສູ່ລວງເລິກ,
ປົກປັກຮັກສາ ແລະ ພັດທະນາໃຫ້ຂະຫຍາຍຕົວກ້າວ ຂຶ້ນຢ່າງບໍ່ຢຸດຢັ້ງ. ຈາກນັ້ນ, ສະຫາຍ ວະລາດີເມຍ ກາລີນິນ ເອກອັກຄະຣາຖະທູດ ວິສາມັນ ຜູ້ມີອໍາ
ນາດເຕັມ ແຫ່ງ ສະຫະພັນ ຣັດເຊຍ ປະຈໍາສປປ ລາວ ກໍໄດ້ມີຄໍາເຫັນຫຼາຍບັນຫາສໍາຄັນ, ໂດຍໄດ້ຕີລາຄາ ສູງຕໍ່ການພົວພັນຮ່ວມມືອັນແໜ້ນແຟ້ນລະ
ຫວ່າງ ຣັດເຊຍ-ລາວ, ພ້ອມທັງໄດ້ຍົກໃຫ້ເຫັນການຮ່ວມມືຂົງເຂດການທະຫານ ເຊິ່ງມີຄວາມໂດດເດັ່ນເປັນພິເສດ ເປັນຕົ້ນແມ່ນການຮ່ວມມືດ້ານການ
ເກັບກູ້ລະເບີດເພື່ອມະນຸດສະທໍາ, ການຊ່ວຍເຫຼືອກໍ່ສ້າງອູ່ສ້ອມແປງເຕັກນິກການບິນຢູ່ ແຂວງ ຊຽງຂວາງ ສໍາລັບກວດກາ ແລະ ບົວລະບັດຮັກສາເຄື່ອງ
ບິນຂຶ້ນຊື່, ໄດ້ກະກຽມກໍ່ສ້າງໂຄງລ່າງພື້ນຖານດ້ານການເຝິກອົບຮົມເພື່ອປະກອບໃຫ້ ໂຮງຮຽນ ທະຫານຮາບເຂດບ້ານແປນລວມໄປເຖິງການຊ່ວຍເຫຼືອ
​ໂດຍ​ການ​ມອບ ລົດຕັງເຕ-72 ແລະ ລົດຫຸ້ມເກາະ ສືບຂ່າວໃຫ້ແກ່ ກອງທັບປະຊາຊົນລາວ ແລະ ອື່ນໆ, ການຮ່ວມມືດ້ານການທະຫານ ແລະ ເຕັກນິກ
ການທະຫານຂອງສອງປະເທດຍັງຈະສືບຕໍ່ເສີມຂະຫຍາຍ ແລະ ຈະຊ່ວຍຊຸກຍູ້ການຮັບປະກັນຄວາມເປັນເອກະລາດຂອງ ສປປ ລາວ ພ້ອມທັງຮັກສາຄວາມ
ອາດສາມາດດ້ານ ວຽກງານປ້ອງກັນຊາດ ຂອງ ສປປ ລາວ ໃຫ້ສູງຂຶ້ນ​ເລື້ອຍໆ.