ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການຈັດຕັ້ງຄະນະພັກ-ຄະນະບັນຊາກອງພົນທີ 1


ສະຫາຍ ພົນຕີ ແອສະໄໝ ເລືອງວັນໄຊ ກຳມະການຄະນະປະຈໍາພັກ ກະຊວງຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ

     ໃນວັນທີ 29 ກັນຍາ 2020 ນີ້, ກອງພົນທີ 1 ໄດ້ຈັດພິທີປະກາດການຈັດຕັ້ງຄະນະພັກ-ຄະນະບັນຊາກອງພົນທີ 1, ໂດຍການເຂົ້າຮ່ວມເປັນປະທານ
ຂອງ ສະຫາຍ ພົນຕີ ແອສະໄໝ ເລືອງວັນໄຊ ກຳມະການຄະນະປະຈໍາພັກ ກະຊວງຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີຄະນະປະຈຳພັກ ແຂວງ
ວຽງຈັນ, ຕາງໜ້າກົມຈັດຕັ້ງພັກ, ກົມພະນັກງານ, ກອງບັນຊາການທະຫານ ແຂວງ ວຽງຈັນ, ແຂວງ ໄຊສົມບູນ, ຄະນະປະຈຳພັກເມືອງວັງວຽງ, ຄະນະອໍາ
ນວຍການໂຮງງານຊີມັງລາວວັງວຽງ, ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງທົ່ວ ກອງພົນທີ 1 ເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ຫົວໜ້າ ກົມພະນັກ ງານກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນປະເທດ ວ່າ
ດ້ວຍການແຕ່ງຕັ້ງ ແລະ ຍົກຍ້າຍນາຍທະຫານ ໄປຮັບໜ້າທີ່ໃໝ່, ອີງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ຕົວຈິງໃນສະເພາະໜ້າ ແລະ ຍາວນານຂອງ
ກົມກອງ, ອີງຕາມກົດໝາຍນາຍທະຫານ ກອງທັບປະຊາຊົນລາວ (ສະບັບປັບປຸງ) ທີ່ກຳນົດໄວ້ໃນພາກທີ II ໝວດທີ 4 ມາດຕາທີ 26 ວ່າ ດ້ວຍການແຕ່ງ
ຕັ້ງ-ຍົກຍ້າຍນາຍທະຫານ, ອີງຕາມທິດທາງກ່ຽວກັບການປັບປຸງບູລະນະ ກົງຈັກການຈັດຕັ້ງ ນຳພາ-ບັນຊາ ໃນກໍາລັງປະກອບອາວຸດ, ກະຊວງປ້ອງກັນປະ
ເທດ ຕົກລົງແຕ່ງຕັ້ງ ສະຫາຍ ພັນເອກ ອຸ່ນຈັນ ແດງວັນສົມ ຫົວໜ້າ ຫ້ອງເສນາທິການ ຂຶ້ນເປັນຮັກສາການ ຫົວໜ້າ ການທະຫານ ກອງພົນທີ1, ສະຫາຍ
ພັນໂທ ແສງເພັດ ແສງມະນີ ຮອງຫົວໜ້າ ຫ້ອງເສນາທິການ ຂຶ້ນເປັນ ຫົວໜ້າ ຫ້ອງເສນາທິການ, ສະຫາຍ ພັນໂທ ໄມພອນ ພິພັກ ຮອງຫົວໜ້າຫ້ອງການ
ເມືອງ ເປັນຫົວໜ້າ ຫ້ອງການ ແລະ ບໍລິຫານກອງພົນ, ສະຫາຍ ພັນໂທ ສຸດໃຈ ເຈີບົວແພງ ຫົວໜ້າ ຫ້ອງການ ແລະ ບໍລິຫານກອງ ພົນທີ 1 ໄປຮັບໜ້າທີ່
ໃໝ່ເປັນ ຫົວໜ້າ ຫ້ອງການເມືອງກອງບັນຊາການທະຫານ ແຂວງ ໄຊສົມບູນ ແລະ ຄະນະພັກກະຊວງປ້ອງກັນເທດ ຕົກລົງບົ່ງຕົວແຕ່ງຕັ້ງປ່ຽນແທນເລຂາ,
ຮອງເລຂາ, ຄະນະປະຈໍາພັກ ແລະ ກຳມະການຄະນະພັກ ກອງພົນທີ 1 ປະກອບມີບັນດາ ສະຫາຍ ດັ່ງນີ້: ສະຫາຍ ພັນເອກ ວົງຈັນ ພັນຈັນທະມານ ເປັນເລ
ຂາຄະນະພັກ, ສະຫາຍ ພັນເອກ ອຸ່ນຈັນ ແດງວັນສົມ ເປັນຮອງເລຂາຄະນະພັກ, ສະຫາຍ ພັນໂທ ປອ ສອນໄຊ ຈັນຍາລາດ ເປັນຄະນະປະຈໍາພັກ, ສະຫາຍ
ພັນໂທ ໄມພອນ ພິພັກ ເປັນກຳມະການຄະນະພັກ ແລະ ສະຫາຍ ພັນໂທ ສຸລິໄຊ ພິຈິດ ເປັນກຳມະການຄະນະພັກ.

     ໂອກາດທີ່ມີຄວາມໝາຍສຳຄັນນີ້, ສະຫາຍ ພົນຕີ ແອສະໄໝ ເລືອງວັນໄຊ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ໄດ້ສະແດງຄວາມຍ້ອງຍໍຊົມ
ເຊີຍຕໍ່ຜົນງານການຊີ້ນຳ-ນຳພາຂອງຄະນະພັກ-ຄະນະບັນຊາ ກອງພົນທີ 1 ໃນໄລຍະທີ່ຜ່ານມາເຮັດໃຫ້ຂອບເຂດກົມກອງຮັບຜິດຊອບມີຄວາມສະຫງົບ
ປອດໄພ ແລະ ເປັນລະບຽບຮຽບຮ້ອຍ, ພ້ອມທັງຍົກໃຫ້ເຫັນຄວາມຈຳເປັນພາວະວິໄສ ກໍຄືຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່
ສະນັ້ນ, ທາງພັກ-ລັດ ການຈັດຕັ້ງຂັ້ນເທິງຈຶ່ງ ໄດ້ຕົກລົງບົ່ງຕົວແຕ່ງຕັ້ງຄະນະ ພັກ-ຄະນະບັນຊາ ກອງພົນທີ1 ເພື່ອເປັນການສືບຕໍ່ຈັດຕັ້ງປະຕິບັດສອງໜ້າ
ທີ່ຍຸດທະສາດໃຫ້ປະສົບຜົນສຳເລັດນັ້ນ, ເພື່ອຕອບສະໜອງກັບຄວາມຮຽກຮ້ອງ ຕ້ອງການຂອງໜ້າທີ່ການເມືອງ ຂອງກົມກອງຄະນະພັກ-ຄະນະ ບັນຊາ
ກອງພົນທີ 1 ຕະຫຼອດ ຮອດພະນັກງານຫຼັກແຫຼ່ງ ແລະ ຜູ້ທີ່ໄປຮັບໜ້າທີ່ໃໝ່ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນໃຫ້ສູງກວ່າ
ເກົ່າ, ເຝິກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄວາມໜັກແໜ້ນເຂັ້ມ ແຂງ, ເພີ່ມຄວາມສາມັກຄີພາຍໃນ ແລະ ຮັກສາແໜ້ນມູນເຊື້ອອັນສະຫງ່າງາມຂອງກົມກອງ,
ອອກແຮງປັບປຸງກໍ່ສ້າງພັກກໍ່ສ້າງພະນັກງານທັງ 3 ຮຸ່ນ ແລະ ຕັ້ງໜ້າປະຕິບັດທຸກມະຕິຄໍາສັ່ງທຸກໜ້າທີ່ວຽກງານ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ
ທີ່ ຄະນະພັກກະຊວງປ້ອງກັນປະເທດ ວາງອອກເພື່ອພ້ອມກັນນໍາພາກອງທັບ, ນໍາພາກົມກອງກ້າວຂຶ້ນເຮັດສຳເລັດໜ້າທີ່ສໍາຄັນອັນມີກຽດທີ່ປະເທດຊາດ
ແລະ ປະຊາຊົນມອບໝາຍໃຫ້ຢ່າງມີຜົນສໍາເລັດ.