ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດ ປະກາດການເລື່ອນຊັ້ນໃຫ້ນາຍທະຫານ
ຈາກຊັ້ນພັນເອກ ຂຶ້ນເປັນ ພົນຈັດຕະວາ


     ໃນວັນທີ່ 3 ເມສານີ້ ຢູທີ່ຫ້ອງປະຊຸມກະຊວງປ້ອງກັນປະເທດໄດ້ຈັດຕັ້ງພິທີປະກາດການເລື່ອນຊັ້ນໃຫ້ນາຍທະຫານຂັ້ນສູງຈາກຊັ້ນ ພັນເອກ ຂຶ້ນເປັນ ພົນຈັດຕະວາ ຈໍນວນ 7
ສະຫາຍ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປເທດ
ພ້ອມດ້ວຍບັນດາກົມທີ່ກ່ຽວຂ້ອງ ແລະ ນາຍທະຫານຂັ້ນສູງທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ວົງສອນ ອິນປານພິມ ກໍາມະການຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ ການເມືອງກອງທັບ ໄດ້ຜ່ານ ລັດຖະດໍາລັດ ຂອງປະທານປະເທດ ແຫ່ງ
ສປປ ລາວ ສະບັບເລກທີ 074-080/ປປທ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານ ຊັ້ນພັນເອກ ຂຶ້ນຊັ້ນ ພົນຈັດຕະວາ, ອີງຕາມລັດທະທໍາມະນູນ ແຫ່ງ ສປປ ລາວ (ສະບັບ
ປັບປຸງ ປີ 2015) ມາດຕາ 67 ຂໍ້ 06. ອີງຕາມກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ສະບັບເລກທີ 43/ສພຊ, ລົງວັນທີ່ 14 ມິຖຸນາ 2018. ອີງຕາມໜັງສືສະເໜີ
ຂອງນາຍົກລັດະມົນຕີ, ສະບັບເລກທີ 25/ນຍ, ລົງວັນທີ 19 ມີນາ 2020. ປະທານປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດໍາລັດ ຕົກລົງ
ເລື່ອນຊັ້ນ ພັນເອກ ຂຶ້ນ ພົນຈັດຕະວາ ຈໍານວນ 07 ສະຫາຍ, ລະອຽດຄື: ພັນເອກ ທອງພັນ ສຸທໍາມະວົງ ຮອງຫົວໜ້າກົມໃຫຍ່ ເຕັກນິກກອງທັບ, ພັນເອກ ຄໍາເຫຼັກ ແສງພະຈັນ ຜູ້
ບັນຊາການ ທະຫານ ອາກາດ ກບຊ ທະຫານ ອາກາດ ກອງທັບປະຊາຊົນລາວ, ພັນເອກ ສົມປອງ ລຸດຈະດາ ຫົວໜ້າກົມປະກັນສັງຄົມ, ພັນເອກ ວັນທອງ ບຸດຕະວົງ ຫົວໜ້າການ
ທະຫານ ກອງພົນທີ່ 5, ພັນເອກ ພັນທະມິດ ວໍລະບຸດ ຮອງຫົວໜ້າ ກອງບັນຊາການ ທະຫານ ອາກາດ ກອງທັບປະຊາຊົນລາວ, ພັນເອກ ຄໍາສະເຫວີຍ ສິນທະນູໄຊ ຫົວໜ້າກົມທະ
ຫານທ້ອງຖິ່ນ ແລະ ພັນເອກ ຄໍາຜາຍ ສະພັງເໜືອ ຫົວໜ້າການເມືອງ ໂຮງຮຽນທິດສະດີການເມືອງກອງທັບ.

     ໂອກາດນີ້ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນໍາຫຼາຍບັນຫາສໍາຄັນຕໍ່ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ໃນຄັ້ງນີ້, ພ້ອມທັງ
ໄດ້ເນັ້ນໜັກໃຫ້ນາຍທະຫານແຕ່ລະສະຫາຍສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງໃນຮອບດ້ານ, ພ້ອມກັນຍົກສູງຄວາມຮັບຜິດຊອບການເມືອງຂອງຕົນຢ່າງເປັນເຈົ້າການ, ເປັນຫຼັກແຫຼ່ງໃນ
ການເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ສຸມໃສ່ປັບປຸງແບບແຜນວິທີເຮັດວຽກໃຫ້ຮັດກຸ່ມ ແລະ ເປັນບັນຫາສໍາຄັນບົນພື້ນຖານຕ້ອງປະຕິບັດຕາມຫຼັກການລວມສູນປະ
ຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ແບບແຜນການເຮັດວຽກຕ້ອງມີຂັ້ນມີຕອນ ແລະ ມີຈຸດສຸມ ແລະ ປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ສໍາເລັດຜົນສູງກວ່າເກົ່າເພື່ອພ້ອມກັນ
ກໍ່ສ້າງກອງທັບປະຊາຊົນລາວ ກ້າວຂຶ້ນເປັນກອງທັບທີ່ມີແບບແຜນ ແລະ ທັນສະໄໝ.