ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບປະຊາຊົນ ຫວຽດນາມ ມອບອຸປະກອນການແພດ
ເພື່ອຕ້ານພະຍາດໂຄວິດ-19 ໃຫ້ ກອງທັບປະຊາຊົນ ລາວ


     ວັນທີ 07 ມີນາ 2020, ກົມໃຫຍ່ພະລາທິການ ແລະ ກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ໄດ້ເດີນທາງມາຊ່ວຍແນະນໍາ, ປຶກສາຫາລືກ່ຽວກັບ
ການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ-19, ພ້ອມທັງມອບເຄື່ອງອຸປະກອນການແພດ ໃຫ້ກະຊວງປ້ອງກັນປະເທດລາວ, ຢູ່ທີ່ ຄ້າຍທະຫານຊາຍແດນ
ນໍ້າພາວ(ແຂງບໍລິຄໍາໄຊ)-ເກົ໋າແຈ່ວ (ແຂວງຮ່າຕິງ). ເຄື່ອງຊ່ວຍເຫລືອດັ່ງກ່າວປະກອບມີ: ຜ້າອັດປາກຕ້ານພະຍາດ 100.000 ອັນ, ແພອັດປາກແພດ 30.000 ອັນ, ຊຸດປ້ອງກັນໂຄ
ວິດ 2.000 ຊຸດ, ນໍ້າຢາລ້າງມື 2.000 ຂວດ, ຖັງສິດດ້ວຍມື Semco 10 ອັນ, ຈັກສິດຢາຂ້າເຊື້ອ 05 ອັນ, Clorin 500 Kg, ປຶ້ມຄໍາຖາມ-ຕອບ ພະຍາດໂຄວິດ -19 ຈໍານວນ
2.000 ຫົວ, ປຶ້ມຫຼັກການປ້ອງກັນໂຄວິດ-19 ຈໍານວນ 10 ຫົວ, ລວມມູນຄ່າເປັນເງິນ 1 ຕື້ກວ່າກີບ. ເຊິ່ງໃຫ້ກຽດຕາງໜ້າມອບໂດຍສະຫາຍ ພົ.ວ ຫງວຽນ ຮຸງ ຖັງ ຮອງຫົວໜ້າ
ກົມໃຫຍ່ພະລາທິການ ກອງທັບປະຊາຊົນຫວຽດນາມ ແລະ ຕາງໜ້າຮັບໂດຍ ສະຫາຍ ພົ.ວ ວໍລະສານ ວິລັດດາວົງ ຮອງຫົວໜ້າກົມໃຫຍ່ການເມືຶອງ ກອງທັບປະຊາຊົນລາວ.

     ສະຫາຍ ພົ.ວ ວໍລະສານ ວິລັດດາວົງ ໄດ້ຕາງໜ້າໃຫ້ລັດຖະບານ, ກອງທັບ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ມາຍັງລັດຖະບານ, ກອງທັບ ແລະ ປະ
ຊາຊົນຫວຽດນາມ ທີ່ໄດ້ມອບອຸປະກອນການແພດທີ່ຈຳເປັນໃນຄັ້ງນີ້ ເພື່ອມາຊ່ວຍ ສປປ ລາວ ໃນການປ້ອງກັນ ແລະ ຕ້ານພະຍາດໂຄວິດ-19, ການຊ່ວຍເຫຼືອຄັ້ງນີ້ ນອກຈາກຈະ
ເປັນການຊ່ວຍຕ້ານພະຍາດທີ່ຮ້າຍແຮງດັ່ງກ່າວແລ້ວ ມັນຍັງເປັນການເສີມຂະຫຍາຍສາຍພົວພັນມິດຕະພາບສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ຂະຫຍາຍຕົວຍິີ່ງໆຂຶ້ນ, ພ້ອມທັງ
ໃຫ້ຄຳໝັ້ນສັນຍາວ່າ ຈະນໍາເອົາອຸປະກອນດັ່ງກ່າວ ນໍາໃຊ້ໃຫ້ຖືກເປົ້າໝາຍ, ມີປະສິດທິຜົນສູງສຸດ ແລະ ທົ່ວເຖິງ.

     ໂອກາດນີ້ ພົ.ວ ຫງວຽນ ຮຸງ ຖັງ ໄດ້ກ່າວວ່າ: ຍາມໃດສອງອ້າຍນ້ອງຫວຽດນາມ-ລາວ ກໍໄດ້ມີຄວາມເປັນຫ່ວງເປັນໄຍເຊິ່ງກັນ ແລະ ກັນ. ປັດຈຸບັນ ສປປ ລາວ ກໍາລັງຖືກວິກິດ
ໂຄວິດ-19 ມາຮຸກຮານ ສະນັ້ນ ສສ ຫວຽດນາມ ຈຶ່ງໄດ້ຫາວິທີທາງຊ່ວຍເຫຼືອ ຮີບໂຮມໄດ້ອຸປະກອນການແພດທີຈໍາເປັນຈໍານວນໜຶ່ງມາມອບໃຫ້ກອງທັບປະຊາຊົນລາວ, ເຖິງວ່າ
ເຄື່ອງຈໍານວນບໍ່ຫຼວງຫຼາຍ ແຕ່ພວກເຮົາກໍຄິດວ່າຈະເປັການຊ່ວຍຕ້ານພະຍາດໂຄວິດ-19 ໄດ້ບໍຫຼາຍກໍໜ້ອຍ.

     ຫຼັງຈາກພິທີມອບ-ຮັບສໍາເລັດເປັນທີ່ຮຽບຮ້ອຍ, ຄະນະພະນັກງານ, ວິຊາການກົມໃຫຍ່ພະລາທິການກອງທັບປະຊາຊົນຫວຽດນາມ ໄດ້ເດີນທາງມານະຄອນຫຼວງວຽງຈັນ ເພື່ອ
ຢ້ຽມຢາມ ແລະ ກວດກາເບິ່ງສະພາບໃນການຕ້ານ ແລະ ສະກັດກັ້ນ ພະຍາດ ໂຄວິດ-19, ໂດຍໄດ້ຮັບການຕ້ອນຮັນຢ່າງອົບອຸ່ນຂອງສະຫາຍ ພົ.ວ ປອ ວົງສັກ ພັນທະວົງ ຮອງຫົວ
ໜ້າກົມໃຫຍ່ພະລາທິການກອງທັບປະຊາຊົນລາວ, ຢູ່ທີ່ໂຮງແຮມເມືອງແທ໋ງ.