ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງບັນຊາການທະຫານແຂວງຄຳມ່ວນຮັບເຄື່ອງອຸປະກອນຕ້ານໂຄວິດ-19 ຈາກ
ກອງບັນຊາການທະຫານແຂວງກວາງບິ່ງ ສສ ຫວຽດນາມ


     ວັນທີ 21 ເມສາ 2020 ນີ້, ກອງບັນຊາການທະຫານແຂວງຄຳມ່ວນ,ໄດ້ຮັບເຄື່ອງຊ່ວຍເຫລືອ ອຸປະກອນການແພດຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄ
ວິດ-19ຈາກກອງບັນຊາການທະຫານແຂວງກວາງບິ່ງ ແຫ່ງ ສສ ຫວຽດນາມ, ເຊິ່ງພິທີດັ່ງກ່າວໄດ້ຈັດຂຶ້ນ ຢູ່ທີ່ ດ່ານສາກົນນາເພົ້າ ແຂວງຄຳມ່ວນ ແລະ ດ່ານຈາຫລໍ ແຂວງກວາງບິ່ງ
ສສ ຫວຽດນາມ.

     ເຄື່ອງທີ່ນຳມາມອບໃນຄັ້ງນີ້ ມີນ້ຳຢາຂ້າເຊື້ອ 500 CC ຈຳນວນ 49 ກວດ, ສະເປເຫລົ້າ 100 CC ຈຳນວນ 150 ກວດ, ຖົງມືບໍ່ອະເຊື້ອ 1000 ຄູ່,ຊຸດ PPE 200 ຊຸດ, ຜ້າ
ອັດປາກການແພດ 2000 ອັນ, ຜ້າອັດປາກຊະນິດແພ 1000 ອັນ ລວມທັງໝົດ ມີ 6 ລາຍການ, ມູນຄ່າ 63.650.000 ດົ້ງ (ສະກຸນເງິນຫວຽດນາມ) ໂດຍກ່າວມອບຂອງ ສະ
ຫາຍ ພັນເອກ ຮ່ວາງຊ໋ວນວິ່ງ ຫົວໜ້າການເມືອງ, ກອງບັນຊາການທະຫານແຂວງກວາງບິ່ງ ສສ ຫວຽດນາມ ແລະ ກ່າວຮັບຂອງ ສະຫາຍ ພົນຈັດຕະວາ ສົມແຄນ ອັບປະສອນ,
ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຄຳມ່ວນ, ພ້ອມທັງກ່າວສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ຄະນະນຳກອງບັນຊາການທະຫານແຂວງກວາງບິ່ງ ເຊິ່ງຍາມໃດ
ກໍ່ມີຄວາມເປັນຫ່ວງເປັນໃຍຕໍ່ກຳລັງປະກອບອາວຸດຂອງພວກເຮົາ ແລະໃຫ້ການຊ່ວຍເຫລືອຕະຫລອດມາ, ບົນຟື້ນຖານເສີມຂະຫຍາຍສາຍພົວພັນຮ່ວມມືຮອບດ້ານ, ຄວາມສາມັກ
ຄີແບບພິເສດ ຊ່ວຍເຫລືອເຊິ່ງ ກັນ ແລະ ກັນ ມາແຕ່ດົນນານ ລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ຫາໄດ້ຍາກໃນໂລກ, ພ້ອມກັນຮັກສາສາຍພົວພັນ ລະຫວ່າງ ສອງ
ພັກ-ສອງລັດ, ສອງກອງທັບເວົ້າລວມ, ເວົ້າສະເພາະສອງກອງບັນຊາການທະຫານແຂວງຄຳມ່ວນ ກັບ ກອງບັນຊາການທະຫານແຂວງກວາງບິ່ງ ໃຫ້ໝັ້ນຄົງທະນົງແກ່ນ ເພີ່ມພູນຄູນ
ສ້າງຍິ່ງໆຂຶ້ນ.