ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ
ເອົາໃຈໃສ່ປະຕິບັດມາດຕະການ ແລະ ບັນດາຄໍາສັ່ງແນະນໍາ


     ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ຫຼາຍພາກສ່ວນໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາມາດຕະການ ແລະ ຄໍາສັ່ງແນະນໍາກ່ຽວກັບການປ້ອງກັນ, ສະກັດກັ້ນການ
ແຜ່ລະບາດຂອງພະຍາດໂຄວິດ-19. ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ ແມ່ນກົມກອງໜຶ່ງທີ່ໄດ້ຈັດຕັ້ງປະຕິບັດບັນດາມາດຕະການ ແລະ ຄໍາສັ່ງແນະ
ນໍາຕ່າງໆກ່ຽວກັບການປ້ອງກັນ, ການສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢ່າງເຂັ້ມງວດ.

     ສະຫາຍ ພັນໂທ ດຣ ໂພສະເດັດ ເສນາມົນຕີ ຫົວໜ້າການທະຫານ ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບໄດ້ໃຫ້ຮູ້ວ່າ: ສະຖາບັນອະນາໄມກັນພະ
ຍາດ ແລະ ສົ່ງເສີມສຸຂະພາບກອງທັບ ໄດ້ຮັບຄໍາສັ່ງແນະນໍາ ຂອງນາຍົກລັດຖະມົນຕີເລກທີ06/ນຍ, ແຈ້ງການຂອງກະຊວງສາທາລະນະສຸກ ແລະ ການແຈ້ງການຂອງກົມເສນາຮັກ
ກົມໃຫຍ່ພາລາທິການກອງທັບ ໃຫ້ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ ລົງເຜີຍແຜ່ກ່ຽວກັບວຽກງານສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19
ຂໍ້ມູນທີ່ນໍາມາເຜີຍແຜ່ແມ່ນເອກະພາບກັບສູນສື່ສານການແພດ ແລະ ສຸຂະສຶກສາ ໃນເບື່ອງຕົ້ນແມ່ນລົງເຜີຍແຜ່ໃນຂອບເຂດນະຄອນຫຼວງ ໄດ້ 22 ກົມກອງ. ໃນນັ້ນໄດ້ຈັດແບ່ງເປັນ
2 ທີມງານ. ທີມງານທີ 1 ມີ 4 ຈຸ ເຮັດໜ້າທີ່ລົງເຜີຍແຜ່ໂຄສະນາ ແລະ ສືບສວນເກັບກໍາການລະບາດຂອງພະຍາດ, ທີມງານທີ 2 ມີ 6 ຈຸ ເຮັດໜ້າທີລົງປາບເຊື້ອສົມທົບກັບກົມເຄມີ.

     ໃນປັດຈຸບັນທາງສະຖາບັນພວກເຮົາພວມເອົາໃຈໃສ່ປະຕິບັດຄຽງຄູ່ກັນ ແມ່ນວຽກງານປາບເຊື້ອພະຍາດ ວຽກງານສຸຂະສຶກສາ ເປັນຫຼັກ ສ່ວນວຽກງານສືບສວນເກັບກໍາຂໍ້ມູນ
ແມ່ນຖ້າມີຜູ້ທີສົງໄສ ແມ່ນທາງພວກເຮົາຈະໄດ້ໄປເກັບເອົາຕົວຢ່າງແລ້ວນໍາສົ່ງສູນວິເຄາະຂອງກະຊວງສາທາລະນະສຸກ. ພ້ອມກັນນັ້ນທາງສະຖາບັນຍັງຈະໄດ້ສືບຕໍ່ລົງເຜີຍແຜໂຄສະ
ນາບັນດາວີທີປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ແຕ່ລະກົມກອງໃນຂອບເຂດທົ່ວປະເທດ.

     ສະຫາຍ ພັນໂທ ດຣ ໂພສະເດັດ ເສນາມົນຕີ ຍັງໄດ້ກ່າວ ຕື່ມວ່າ: ໃຫ້ບັນດາກົມກອງໃນຂອບເຂດທົ່ວປະເທດເອົາໃຈໃສ່ວຽກງານປ້ອງກັນການແຜ່ລະບາດຂອງພະຍາດໂຄ
ວິດ-19 ເປັນສໍາຄັນ ຫັນເອົາວຽກງານປ້ອງກັນພະຍາດເຂົ້າໃນ 7 ລະບອບ 18 ວຽກແຕ່ລະມື້ ສໍາຄັນແມ່ນວຽກງານອະນາໄມ 3 ສະອາດເພື່ອພ້ອມກັນຕ້ານ ແລະ ສະກັດກັ້ນການ
ແຜ່ລະບາດຂອງພະຍາດໂຄວິດ-19.