ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບ
ຮອງຫົວໜ້າກົມໃຫຍ່ພາລາທິການກອງທັບປະຊາຊົນຫວຽດນາມ


     ໃນຕອນບ່າຍ ວັນທີ 8 ເມສາ 2020 ນີ້ ຢູ່ທີ່ ຫ້ອງຮັບແຂກສະໂມສອນຫ້ອງວ່າການກະຊວງປ້ອງກັນປະເທດ ສະຫາຍ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊວງປ້ອງ
ກັນປະເທດ ພ້ອມຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ພົນຈັດຕະວາ ຫງວຽນ ຮຸງ ຖັງ ຮອງຫົວໜ້າກົມໃຫຍ່ພາລາທິການກອງທັບປະຊາຊົນຫວຽດນາມ ພ້ອມ
ຄະນະ ເນື່ອງໃນໂອກາດເຄື່ອນໄຫວເຮັດວຽກຢູ່ ສປປ ລາວ.

     ໂອກາດນີ້ ສະຫາຍ ພົນຕີ ອ່ອນສີ ແສນສຸກ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບດ້ວຍໄມຕີຈິດມິດຕະພາບອັນອົບອຸ່ນ ສະນິດສະໜົມ ພ້ອມກັບລາຍງານສະພາບການແຜ່ລະ
ບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ຕໍ່ກັບ ສະຫາຍ ພົນຈັດຕະວາ ຫງວຽນ ຮຸງ ຖັງ ຮອງຫົວໜ້າກົມໃຫຍ່ພາລາທິການກອງທັບປະຊາຊົນຫວຽດນາມ ພ້ອມຄະນະ ທີ່ມາ
ເຄື່ອນໄຫວເຮັດວຽກກ່ຽວກັບການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ສະຫາຍ ພົນຈັດຕະວາ ຫງວຽນ ຮຸງ ຖັງ ໄດ້ກ່າວສະແດງຄວາມ
ຂອບໃຈທີ່ ສະຫາຍ ພົນຕີ ອ່ອນສີ ແສນສຸກ ໃຫ້ກຽດຕ້ອນຮັບອັນອົບອຸ່ນ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບ ພ້ອມທັງກ່າວຈຸດປະສົງໃນການມາເຄື່ອນໄຫວ ແລະ ເຮັດວຽກຢູ່
ສປປ ລາວ ໃນຄັ້ງນີ້ ໃຫ້ສະຫາຍ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຮັບຊາບອີກດ້ວຍ.