ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການ​ທະຫານ ຈັດ​ຕັ້ງ​ປະຖະກະຖາວັນ​ສ້າງ​ຕັ້ງ​ພັກ​ປະຊາຊົນ​ປະຕິວັດ​ລາວ
ຄົບຮອບ 65 ປີ ( 22/03/1955 – 22/03/2020 )



     ວັນ​ທີ 24 ມີນາ 2020 ນີ້,​ກົມ ວິທະຍາສາດ-ປະຫວັດສາດ ການ​ທະຫານ ກະຊວງ​ປ້ອງ​ກັນ​ປະ​ເທດ ​ໄດ້​ຈັດ​ຕັ້ງ​ປະຖະກະຖາ ວັນ​ສ້າງ​ຕັ້ງ​ພັກ​ປະຊາຊົນ​ປະຕິວັດ​ລາວ ຄົບ
ຮອບ 65 ປີ ( 22/03/1955 – 22/03/2020 ) ​ແລະ ປິດ​ຂະ​ບວນການ​ແຂ່ງຂັນ​ສ້າງ​ຜົນງານ ປະຈຳ​ປີ 2019. ສືບຕໍ່ສ້າງ​ຂະ​ບວນການ​ແຂ່ງຂັນ​ສ້າງ​ຜົນງານ ປີ 2020.
​ພ້ອມທັງເຜີ​ຍ​ແຜ່​ເອກະສານ ​ແລະ ​ແຈ້ງ​ການ​ຕ່າງໆ ​ໂດຍ​ການ​ເຂົ້າ​ຮ່ວມ​ເປັນ​ປະທານ​ຂອງ ສະຫາຍ ພົນ​ຈັດຕະວາ ວຽງ​ໄຊ ສົມ​ວິຈິດ ​ເລຂາ​ຄະນະ​ພັກ​ຮາກ​ຖານ ຫົວໜ້າ ກົມ,
ມີ​ຄະນະ​ພັກ-ຄະນະ​ບັນຊາ, ​ສະມາຊິກ​ພັກ, ພະນັກງານ-ນັກຮົບ​ ທົ່ວ​ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ​ເຂົ້າ​ຮ່ວມ.

     ສະຫາຍ ພັນ​ເອກ ສຸ​ລິ​ວັນ ​ແສງ​ຈັນ ​ຄະນະ​ພັກ​ຮາກ​ຖານ ຮອງ​ຫົວໜ້າ ກົມ ວິທະຍາສາດ-ປະຫວັດສາດ ການ​ທະຫານ ຂຶ້ນ​ເລົ່າ​ມູນ​ເຊື້ອ​ປະຫວັດ​ຄວາມ​ເປັນ​ມາ​ ຂອງ​ພັກ
​ປະຊາຊົນ​ປະຕິວັດ​ລາວ. ຍ້ອນ​ມີ​ ພັກປະຊາຊົນ​ປະຕິວັດ​ລາວ ນຳພາປະ​ເທດ​ຊາດ​ຂອງ​ພວກ​ເຮົາ​ຈຶ່ງ​ກ້າວ​ມາ​ເຖິງ​ຈຸດ​ນີ້. ​ໂອກາດ​ນີ້ກ​ອງປະຊຸມຍັງ​ໄດ້​ຜ່ານ​ບົດ​ສະຫຼຸບຂະ​ບວນ
ການ​ແຂ່ງຂັນ​ ສ້າງ​ຜົນງານ​ປະຈຳ​ປີ 2019 ຜ່ານ​​ໄລຍະ 1 ປີ ຜ່ານ​ມາ ກົມ​ກອງ​ກໍ່​ໄດ້ສ້າງ​ຂະ​ບວນການ​ຕ່າງໆ ​ເພື່ອ​ຄຳນັບ​ຮັບ​ຕ້ອນ ບັນດາ​ວັນ​ສຳ​ຄັນ​ຕ່າງໆ, ຂອງພັກ ຂອງ
​ກອງທັບ ຂອງ​ຊາດ. ​ໂດຍ​ເນັ້ນ​ໃສ່​ການ​ແຂ່ງຂັນ ສ້າງ​ຜົນງານ​ປະ​ຈຳປີ ​ແລະ ຂະ​ບວນການ​ກໍ່ສ້າງໜ່ວຍພັກ ກັນປອດ​ໄສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ.

     ຕອນ​ທ້າຍ​ສະຫາຍ ພົນ​ຈັດຕະວາ ວຽງ​ໄຊ ສົມ​ວິຈິດ ຫົວໜ​້າກົມ ວິທະຍາສາດ-ປະຫວັດສາດ ການ​ທະຫານ ​ຍັງ​ໄດ້​ສະ​ແດງ​ຄວາມ​ຄິດ​ເຫັນ​ຕໍ່​ພະນັກງານ-ນັກຮົບ ຈົ່ງ
​ພ້ອມກັນ​ຕັ້ງໜ້າປັບປຸງ ​ແຜນ​ວຽກ, ​ໃຫ້​ມີ​ຄຸນ​ນະພາ​ບ​ ​ແນວ​ຄິດ​ການ​ເມືອງໜັກ​ແໜ້ນ, ມີ​ລະບຽບ​ແບບ​ແຜນ​ຈົ່ງ​ພ້ອມກັນຄົ້ນ​ຄ້ວາ​ຮໍ່​າຮຽນ ​ເອົາ​ຄຸນງາມຄວາມດີ ​ເຮັດ​ສຳ​
ເລັດ​ທຸກໜ້າທີ​່ວຽກງານ ທີ່​ການຈັດ​ຕັ້ງ​ມອບໝາຍ​ໃຫ້ສຳ​ເລັດໜ້າທີ່.