ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການຈັດຕັ້ງຄະນະກອງບັນຊາການທະຫານ ແຂວງໄຊຍະບູລີ


ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ,
ຫົວໜ້າກົມໃຫຍ່ການເມືອງກອງທັບເປັນປະທານ

     ພິທີປະກາດການຈັດຕັ້ງ ຄະນະກອງບັນຊາການທະຫານ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນ ວັນທີ 27 ມິນາ 2020 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ປອ
ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ເຂົ້າຮ່ວມມີ ສະຫາຍ ພົງສະຫວັນ ສິດທະວົງ
ກຳມະການສູນກາງພັກ, ເລຂາພັກ ແຂວງ, ເຈົ້າແຂວງໆໄຊຍະບູລີ, ມີຄະນະພັກ-ຄະນະບັນຊາອົງການ 5 ຫ້ອງ, ຫົວໜ້າພະແນກ, ແຂກຖືກເຊີນຕະຫຼອດຮອດພະນັກງານ
ຫຼັກແຫຼ່ງເຂົ້າຮ່ວມ.

     ສະຫາຍ ພັນເອກ ບຸນປັນ ຂຸນພູມີ ຮອງກົມພະນັກງານກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ກະຊວງປ້ອງປະເທດ ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍ
ນາຍທະຫານຢູ່ກອງບັນຊາການທະຫານແຂວງ ໄຊຍະບູລີ ເຊິ່ງໄດ້ຕົກລົງຍົກຍ້າຍ ສະຫາຍ ພົນຈັດຕະວາ ຄຳໝັ້ນ ວັນນະວົງ ຫົວໜ້າ ການເມືອງກອງບັນຊາການທະຫານ
ແຂວງໄຊຍະບູລີ ໄປຢູ່ ກະຊວງປ້ອງກັນປະເທດ ແລະ ດຳລັດຂອງນາຍົກ ລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ຫົວໜ້າການເມືອງກອງບັນຊາການທະຫານ ແຂວງໄຊຍະບູລີ,
ເຊິ່ງໄດ້ແຕ່ງຕັ້ງ ສະຫາຍ ພັນເອກ ດາວນ້ອຍ ບຸດບົວທອງ ເປັນຫົວໜ້າ ການເມືອງກອງບັນຊາການທະຫານ ແຂວງ ໄຊຍະບູລີ, ແຕ່ງຕັ້ງ ສະຫາຍ ພັນໂທ ລິດໄຊຍະ ຜາ
ແກ້ວ ເປັນຮອງຫົວໜ້າ ການເມືອງ ທັງເປັນຫົວໜ້າ ຫ້ອງການເມືອງ ກອງບັນຊາການທະຫານແຂວງ ໄຊຍະບູລີ, ສະຫາຍ ພັນໂທ ຄົວ ເນັ່ງຊົ່ງ ເປັນຮອງຫົວໜ້າ ຫ້ອງ
ການເມືອງ.

     ສະຫາຍ ພົນໂທ ທອງລອຍ ສີລິວົງ ໄດ້ໂອ້ລົມຕໍ່ພະນັກງານທີ່ໄດ້ຮັບໜ້າທີ່ໃໝ່ ເຊິ່ງໄດ້ກ່າວວ່າ: ນີ້ແມ່ນສິ່ງທີ່ທ້າທາຍໜັກໜ່ວງ ໃນການແບກຫາບໜ້າທີ່ອັນໃຫຍ່
ຫຼວງກວ່າເກົ່າໃນການກໍ່ສ້າງກອງທັບ, ກໍ່ສ້າງກົມກອງໃຫ້ກ້າວຂຶ້ນແບບແຜນທັນສະໄໝ, ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນທາດການເມືອງ, ຄຸນສົມບັດສິນທຳປະ
ຕິວັດຄວາມເປັນແບບຢ່າງດ້ານຕ່າງໆ ຮັກສາແບບແຜນວິທີເຮັດວຽກດຳລົງຊີວິດດ້ວຍ ຄວາມປອດໃສ, ມີຄວາມສາມັກຄີຮ່ວມມືກັບທ້ອງຖິ່ນໃຫ້ແໜ້ນແຟ້ນສຳຄັນສຸດ
ແມ່ນຍົກສູງສະຕິຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ເປັນເຈົ້າການນຳໜ້າປະຕິບັດຂໍ້ກຳນົດກົດລະບຽບຂອງພັກກົດໝາຍຂອງລັດ, ປະຕິບັດໜ້າທີ່ວຽກງານ
ດ້ວຍຄວາມຮັບຜິດຊອບສູງ, ມີຈັນຍາບັນຈັນຍາທຳຕ້ານ ແລະ ສະກັດກັ້ນປະ ກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນ ໂດຍສະເພາະກະແສຄວາມຄິດການກະທຳ ແລະ ຍົກສູງ
ພາລະບົດບາດຄວາມຮູ້-ຄວາມສາມາດໃນ ການນຳພາ-ບັນຊາ ແນໃສ່ເຮັດ ໃຫ້ພະນັກງານ-ນັກຮົບເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງ ພັກ-ລັດ, ເປັນເຈົ້າການ
ຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ ກະຊວງປ້ອງກັນປະ ເທດ ວາງອອກໃຫ້ໄດ້ຮັບໝາກຜົນສູງ.