ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມື້ນີ້ກວດພົບຜູ້ຕິດເຊື້ອໃໝ່ 292 ກໍລະນີ,ຊຸມຊົນ 280 ກໍລະນີແລະເສຍຊິວິດສະສົມ 16 ກໍລະນີ

     ອີງຕາມຖະແຫຼ່ງຂ່າວຂອງຄະນະສະເພາະກິດ ປະຈໍາວັນທີ 26 ກັນຍາ ປີ 2021. ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ຮອດ
ປະຈຸບັນເຫັນວ່າ ສະພາບການການຕິດເຊືື້ອໃນຊຸມຊົນແມ່ນມີຈໍານວນເພີື້ມຂຶ້ນຫຼາຍ ໃນມືື້ວັນທີ 25 ກັນຍາ 2021 ທົ່ວປະເທດ ໄດ້ມີການ ເກັບຕົວຢ່າງ
ມາກວດຊອກຫາເຊືື້ອ COVID-19 ທັງໝົດ 4,816 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 292 ຄົນ ( ຊຸມຊົນ ເທົ່າກັບ 280 ຄົນ ເດີນທາງຈາກ
ຕ່າງປະເທດ 12 ຄົນ ) ເຮັດໃຫ້ຕົວ ເລກຜູ້ຕິດເຊື້ອສະສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 21,819 ຄົນ, ເສຍຊີວິດສະສົມ 16 ຍັງສືບຕໍ່ປິ່ນປົວ
4,492 ຄົນ.

     ນະຄອນຫຼວງວຽງຈັນ ການຕິດເຊືື້ອໃນຊຸມຊົນ ທັງໝົດ 135 ຄົນ , ນໍາເຂົ້າ 3 ຄົນ, ແຂວງຄໍາມ່ວນ ຊຸມຊົນ 85 ຄົນ,ນໍາເຂົ້າ 1 ຄົນ,ແຂວງວຽງຈັນ
16 ຄົນ,ແຂວງສະຫວັນນະເຂດ ຊຸມຊົນ 14 ຄົນ,ນໍາເຂົ້າ 5 ຄົນ, ແຂວງສາລະວັນ ຊຸມຊົນ 7 ຄົນ. ບໍລິຄໍາໄຊ ຊຸມຊົນ 4 ຄົນ,ແຂວງຫຼວງພະບາງຊຸມຊົນ 3
ຄົນ, ແຂວງບໍ່ແກ້ວ ຊຸມຊົນ 2 ຄົນ, ແຂວງຫຼວງນໍ້າທາ ຊຸມຊົນ 1 ຄົນ, ແຂວງ ອັດຕະປື ຊຸມຊົນ 1 ຄົນ, ນໍາເຂົ້າ 1 ຄົນ, ແຂວງ ຈໍາປາສັກ ຊຸມຊົນ 12
ຄົນ, ນໍາເຂົ້າ 2 ຄົນ. ເຊິ່ງສາຍເຫດທີ່ເຮັດໃຫ້ພະຍາດ ມີການລະບາດ ຂອງພະຍາດ ໃນຊຸມຊົນຍ້ອນການເດີນທາງໄປມາລະຫວ່າງທ້ອງຖິ່ນຫາທ້ອງຖິ່ນ
ໂດຍສະເພາະແມ່ນເຂດທີ່ມີການລະບາດຂອງພະຍາດໃນຊຸມຊົນ, ແລະ ການດໍາເນີນບາງກິດຈະກໍາໃນສັງຄົມແມ່ນ ຍັງບໍ່ປະຕິບັດມາດຕະການສະກັດກັ້ນ
ແລະ ຄວບຄຸມການລະບາດຂອງພະຍາດ ໄດ້ຢ່າງຖືກຕ້ອງ ແລະ ຮັດກຸມເທົ່າທີຄວນ ພ້ອມດຽວກັນ ກໍ່ແມ່ນຍ້ອນເກີດມີການຕິດເຊືື້ອໃນໂຮງງານຢູ່່ນະຄອນ
ຫຼວງວຽງຈັນເຊິ່ງເປັນສະຖານທີ່ ທີ່ມີກໍາມະກອນຈໍານວນຫຼາຍກວ່າ 100 ຄົນ ເຮັດໃຫ້ພະຍາດແຜ່ອອກໄປສູ່ຊຸມຊົນ ແລະ ຂະຫຍາຍເປັນວົງກ້ວາງຢ່າງ
ໄວວາ.

     ດັ່ງນັ້ນຂໍໃຫ້ບັນດາກຸ່ມເປົ້າໝາຍແຕ່ລະແຂວງ, ນະຄອນຫຼວງວຽງຈັນຈົ່ງໄດ້ພ້ອມໃຈກັນໄປຮັບວັກຊິນເພື່ອໃຫ້ສາມາດ ບັນລຸຕາມຕົວເລກເປົ້າໝາຍ
ການປົກຄຸມດ້ວຍວັກຊິນໃນແຕ່ລະແຂວງ,ນະຄອນຫຼວງ ເມືອປະຊາຊົນໄດ້ຮັບວັກຊີນຕາມຄາດໝາຍ ນັ້ນກໍ່ ໝາຍເຖີງ ສປປລາວ ເຮົາກໍ່ຈະສາມາດບັນລຸ
ຄາດໝາຍທີ່ວາງໄວ້ ແລະ ສາມາດຫຼຸດຜ່ອນການເຈັບເປັນຮຸນແຮງ, ການເຂົ້ານອນໂຮງໝໍ ແລະການເສຍຊີວິດຍ້ອນພະຍາດໂຄວິດ 19 , ມາຮອດປະຈຸບັນ
ທົ່ວປະເທດແມ່ນສາມາດສັກວັກຊີນ ໄດ້ດັ່ງນີື້:ເຂັມທີ 1 ໄດ້ 2,915,317 ຄິດເປັນເປີເຊັນ 39.73 % ທຸກເຂັມທີ່ແນະນໍາໄດ້ 2,008,738 ຄິດເປັນ ເປີ
ເຊັນ 27.38 % ,ການໄດ້ຮັບວັກຊີນຄົບ ແມ່ນຈະເປັນການສ້າງພຸມຄຸ້ມກັນ ຂອງທ່ານ ແລະ ຫຼຸດຜ່ອນຄວາມສ່ຽງທີຈະຕິດເຊືື້ອພະຍາດ ໂຄວິດ 19, ແຕ່
ວັກຊີນທີ່ໃຊ້ໃນປະຈຸບັນຍັງບໍ່ມີວັກຊີນໃດ ທີ່ສາມາດປ້ອງກັນ ພະຍາດ ໂຄວິດ 19 ໄດ້ 100% ,ດັ່ງນັ້ນເຖິງແມ່ນວ່າຈະໄດຮັບວັກຊີນແລ້ວແຕ່ພວກເຮົາ
ຕ້ອງຍັງສືບຕໍ່ປະຕິບັດ ມາດຕະການຮັກສາໄລຍະຫ່າງໃນສັງຄົມ ແລະ ປະຕິບັດມາດຕະການ ປ້ອງກັນຕົນເອງ ຢ່າງ ເຂັ້ມງວດ ເພື່ອຄວາມປອດໄພຂອງໂຕ
ເຮົາເອງ ແລະທຸກຄົນໃນສັງຄົມ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 27/09/2021