ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສໍາມະນາ ເຄືອຂ່າຍສະຖາບັນປ້ອງກັນຊາດ ແລະ ຄວາມໝັ້ນຄົງອາຊຽນ (NADI)


     ໃນລະຫວ່າງວັນທີ 29-30 ກັນຍາ 2021 ນີ້, ທ່ານ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ເຂົ້າ
ຮ່ວມກອງປະຊຸມສໍາມະນາ ເຄືອຂ່າຍສະຖາບັນປ້ອງກັນຊາດ ແລະ ຄວາມຫມັ້ນຄົງອາຊຽນ NADI ຜ່ານລະບົບທາງໄກ ໃນຫົວຂໍ້: ‘’ຜົນກະທົບຂອງເຕັກໂນ
ໂລຊີທີ່ພົ້ນເດັ່ນຕໍ່ວຽກງານປ້ອງກັນຊາດ ແລະ ຄວາມໝັ້ນຄົງ’’ ເຊິ່ງໄດ້ຈັດຂຶ້ນຢູ່ທີ່ ປະເທດບຣູໄນ ດາຣູຊາລັມ ພາຍໃຕ້ການເປັນປະທານຂອງທ່ານ ນາງ ອໍາ
ພວນ ຍູລາ ກາຊູມາວາຕີ ຮັກສາການອໍານວຍການ ສະຖາບັນປ້ອງກັນຊາດ ແລະ ຄົ້ນຄ້ວາຍຸດທະສາດ ສຸລາຕານ ຮາຈິ ຮັດຊັນນໍ ໂບຍເກຍ. ມີບັນດາຜູ້
ຕາງໜ້າຈາກ 13 ສະຖາບັນປ້ອງກັນຊາດ ແລະ ຄວາມໝັ້ນຄົງ ຂອງບັນດາປະເທດສະມາຊິກອາຊຽນ ເຂົ້າຮ່ວມ.

     ກອງປະຊຸມ ໃນຄັ້ງນີໄດ້ແລກປ່ຽນທັດສະນະກ່ຽວກັບການປັບຕົວຕໍ່ຜົນກະທົບຂອງເຕັກໂນໂລຢີທີ່ພົ້ນເດັ່ນ ໃນວຽກງານປ້ອງກັນຊາດ ແລະ ຄວາມ
ໝັ້ນຄົງ, ພ້ອມທັງສໍາຫຼວດການພັດທະນາຂອງລະບົບກົນໄກທີ່ບໍ່ມີຄົນບັງຄັບ ແລະ ຄວາມປອດໄພທາງໄຊເບີໃນຍຸກຂອງ ປັນຍາປະດິດ ເອໄອ ‘’AI’’ ນອກ
ຈາກນີ້ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບ ໂອກາດໃນການເສີມສ້າງຄວາມສາມາດທາງການທະຫານ ໂດຍສະເພາະຄວາມຮັບຮູ້ທາງດ້ານເຕັກໂນໂລຊີ
ທີ່ນຳໃຊ້ເຂົ້າໃນພາກພົນລະເຮືອນ ແລະ ພາກການທະຫານ ເປັນຕົ້ນແມ່ນ ໄຊເບີເຕັກໂນໂຍຊີ, ປັນຍາປະດິດ ແລະ ລະບົບອັດຕະໂນມັດ, ລະບົບຫຸ່ນຍົນ ທີ່
ບໍ່ໃຊ້ຄົນບັງຄັບ ເຕັກໂນໂລຊີອະວະກາດ, ເຕັກໂນໂລຍີໄວກວ່າສຽງ, ແລະ ອາວຸດພະລັງງານໂດຍກົງ. ບັນຫາສີ່ງທ້າທາຍ ໃນການນຳໃຊ້ເຕັກໂນໂລຊີທາງ
ດ້ານການທະຫານ ເຊີ່ງໃນປະຈຸບັນມະນຸດເຮົາໄດ້ນຳເອົາ ລວມເຕັກໂນໂລຊີທີ່ພົ້ນເດັ່ນ ຂື້ນມາໃຊ້ເຂົ້າໃນການກໍານົດສີ່ງຕ່າງໆ ແລະ ການດໍາເນີນການປະຕິ
ບັດການແຊກແຊງຂອງປະເທດມະຫາອຳນາດ. ບັນນຫາການແຂ່ງຂັນດ້ານຍຸດໂທປະກອນດ້ານອາວຸດທີ່ທັນສະໄໝ. ການຂະຫຍາຍການແຂ່ງຂັນທາງດ້ານ
ພູມສາດການເມືອງທີ່ມີຢູ່ແລ້ວລະຫວ່າງບັນດາປະເທດມະຫາອຳນາດໃນພາກພື້ນ. ນອກຈາກນີ້ແລ້ວ ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບຄວາມແຕກ
ໂຕນດ້ານເຕັກໂນໂລຊີຂອງບັນດາປະເທດສະມາຊິກອາຊຽນ ທີ່ເປັນສິ່ງທ້າທາຍ ແລະ ເປັນໂອກາດອັນດີ ຕໍ່ການພັດທະນາ ເຕັກໂນໂລຊີການທະຫານ ເຊິ່ງ
ມີບົດບາດສໍາຄັນຕໍ່ກັບຄວາມໝັ້ນຄົງຂອງອາຊຽນ ແລະ ພາກພື້ນໃນອະນາຄົດ.

     ພ້ອມນັ້ນຍັງໄດ້ ກໍານົດທິດທາງແຜນການ ແລະ ກິດຈະກຳ ຂອງເຄືອຂ່າຍສະຖາບັນປ້ອງກັນ ຊາດ ແລະ ຄວາມໝັ້ນຄົງອາຊຽນ ໃນທ້າຍປີ 2021-
ກາງປີ 2022 ເພື່ອສືບຕໍ່ຮ່ວມມືກັບບັນດາປະເທດອາຊຽນໃນການແລກປ່ຽນຄວາມຮູ້ຄວາມສາມາດ, ປະສົບການ ແລະ ເຕັກໂນໂລຊີ ເພື່ອເປັນການເສີມ
ສ້າງທັກສະໃຫ້ແກ່ບຸກຄະລາກອນ ແລະ ກອງປະຊຸມຍັງໄດ້ນັ້ນໃສ່ການສືບຕໍ່ປະຕິບັດກົນໄກທີ່ມີຢູ່ແລ້ວໃຫ້ມີປະສິດທິພາບ ແລະ ດີຂຶ້ນກວ່າເກົ່າ ເພື່ອເປັນ
ການເສີມສ້າງການຮ່ວມມືດ້ານການປ້ອງກັນຊາດ. ກອງປະຊຸມຍັງໄດ້ສະເໜີໄປຍັງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ADMM ກ່ຽວກັບ:

     - ຄວາມສໍາຄັນຂອງລັດທິຫຼາຍຝ່າຍ ,ການສ້າງຂີດຄວາມສາມາດທາງດ້ານເຕັກໂນໂລຍີໃນພາກພື້ນ, ແລະ ການເພີ່ມທະວີການຮ່ວມມືດ້ານປ້ອງກັນ
ຊາດອາຊຽນ. ໂອກາດດັ່ງກ່າວປະທານກອງປະຊຸມໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມເຄືອຂ່າຍສະຖາບັນປ້ອງກັນຊາດ ແລະ ຄວາມ
ໝັນຄົງອາຊຽນ (NADI) ຜ່ານລະບົບແບບທາງໄກໃນຄັ້ງນີ້ ແລະ ສະແດງຄວາມຊົມເຊີຍຕໍ່ການປະກອບສ່ວນຂອງຄະນະຜູ້ແທນສະຖາບັນປ້ອງກັນ ແລະ
ຄວາມໝັ້ນຄົງແຕ່ລະປະເທດ ທີ່ມີຄວາມມູ່ງໝັ້ນໃນປະກອບສ່ວນເຂົ້າໃນການສົນທະນາ ທີ່ສ້າງສັນ ແລະ ເຕັມໄປດ້ວຍບັນຍາກາດທີ່ດີ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 06/10/2021