ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມື້້ນີ້ກວດພົບຜູ້ຕິດເຊື້ອໃໝ່ 331 ຄົນ, ນຳເຂົ້າ 35 ຄົນ ແລະ ຊຸມຊົນ 296 ຄົນ

     ວັນທີ 21 ກັນຍາ ປີ 2021 ນີ້, ທ່ານ ປອ. ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ, ທັງເປັນຮອງຫົວຫນ້າຄະນະສະເພາະ
ກິດຂັ້ນສູນກາງ ພ້ອມດ້ວຍທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວຫນ້າກົມຄວບຄຸມພະຍາດຕິດຕໍ່ ໄດ້ແຫຼງຂ່າວ ກ່ຽວກັບສະພາບຜູ້ຕິດເຊື້ອ ໂຄວິດ-19
ຢູ່ ສປປ ລາວ ມາເຖີງປະຈຸບັນສະພາບການລະບາດ ພະຍາດ ໂຄວິດ-19 ຢູ່ ສປປ ລາວ, ໂດຍລວມແລ້ວເຫັນວ່າ ການຕິດເຊື້ອຈາກກໍລະນີນໍາເຂົ້າຂອງແຮງ
ງານແມ່ນມີທ່າອ່ຽງຫຼຸດລົງ ແຕ່ການຕິດເຊື້ອໃນຊຸມຊົນແມ່ນເພີ່ມຂື້ນຢ່າງຕໍ່ເນື່ອງຢູ່ຫຼາຍແຂວງ, ຖ້າສົມທຽບໃສ່ໃນໄລຍະດຽວກັນໃນ ເດືອນຜ່ານມາເຫັນ
ວ່າອັດຕາການ ຕິດເຊື້ອໃນຊຸມຊົນແມ່ນເພີ່ມຂື້ນເຖິງ 72.79% (ເດືອນກັນຍາ ມີ 2.191 ທຽບກັບເດືອນສີງຫາ 345 ກໍລະນີ).

     ມາຮອດມື້ນີ້, ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງຫມົດ 19.730 ຄົນ, ເສຍຊີວິດສະສົມ 16 ຄົນ (ໃຫມ່ 0) ແລະ ຄົນເຈັບກໍາລັງປິ່ນປົວ ທັງ
ຫມົດ 4.596 ຄົນ. ສະເພາະວັນທີ 20 ກັນຍາ 2021, ໄດ້ກວດວິເຄາະທັງຫມົດ 6,508 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃຫມ່ທັງຫມົດ 331 ຄົນ: ກໍ
ລະນີນໍາເຂົ້າ ມີ 35 ຄົນ: ຈາກ ແຂວງ ສະຫວັນນະເຂດ 10 ຄົນ, ຫຼວງພະບາງ 8 ຄົນ, ຄໍາມ່ວນ 7 ຄົນ, ຈໍາປາສັກ 5 ຄົນ, ນະຄອນຫຼວງວຽງຈັນ 3 ຄົນ
ແລະ ສາລະວັນ 2 ຄົນ. ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກຕ່າງປະເທດ ເຂົ້າມາຕາມຈຸດຜ່ານແດນສາກົນ. "ສໍາລັບ ການຕິດເຊື້ອ ໃນ
ຊຸມຊົນ ມີ 296 ຄົນ, ລາຍລະອຽດ ດັ່ງຕໍ່ໄປນີ້: ສະຫວັນນະເຂດ 7 ຄົນ: - ພະນັກງານແພດ ມີ 02 ຄົນ (ເພດຊາຍ, ອາຍຸ 39 ປີ ເປັນທ່ານຫມໍ ແລະ ເພດ
ຍິງ ອາຍຸ 34 ປີ ເປັນພະຍາບານ) ເຮັດວຽກຢູ່ເມືອງພະລານໄຊ, ແຕ່ໄດ້ມາປະຈໍາການຢູ່ສູນອັບເກນ ໃນວັນທີ 9 ສີງຫາ 2021 ແລະ ອອກຈາກສູນ ໃນວັນ
ທີ 2 ກັນຍາ 2021 ແລ້ວໄປກັກໂຕ ຢູ່ ໂຮງແຮມ ແລະ ໃນວັນທີ່ 15 ກັນຍາ 2021 ໄດ້ກັບໄປເມືອງ ແລະ ໃນວັນທີ່ 19 ກັນຍາ 2021 ທັງສອງຄົນ ມີ
ອາການໄຂ້ ແລະ ໄອ ຊຶ່ງກວດດ້ວຍ RDT ກໍ່ແມ່ນໃຫ້ຜົນບວກ ແລະ ມາກວດດ້ວຍ PCR ກໍ່ໃຫ້ຜົນບວກເຊັ່ນດຽວກັນ. - ພະນັກງານຕໍາຫລວດ ຢູ່ຄ້າຍ
ຄຸມຂັງຫຼັກ 6 ມີ 02 ກໍລະນີ (ກັກໂຕຢູ່ສູນຫົວເມືອງ) ແລະນັກໂທດ ຢູ່ຄ້າຍຄຸມຂັງຫຼັກ 6 ມີ 01 ກໍລະນີ (ກວດຄັ້ງທີ່ 03) - ມີ 01 ກໍລະນີ ທີ່ເປັນພະນັກ
ງານບໍລິສັດເອຄອນ ທີ່ໄດ້ພົວພັນໃກ້ຊິດກັບພະນັກງານທີ່ເຮັດວຽກບ່ອນດຽວກັນຕິດເຊື້ອ ທີ່ຂື້ນກັບສະຫວັນປາກ - ມີ 01 ກໍລະນີ ເປັນຄົນຫວຽດ ຂັບ
ລົດຂົນສົ່ງສິນຄ້າ ຈໍາປາສັກ 59 ຄົນ: - ເມືອງບາຈຽງ 12 ຄົນ - ນະຄອນປາກເຊ 20 ຄົນ - ເມືອງປະທຸມພອນ 23 • ນະຄອນຫຼວງ 176 ຄົນ: 1). ກຸ່ມ
ໂຮງງານ ອານພີ ລາວ (ເກັບຈາກ ຈາກໂຮງງານ 191 ຕົວຢ່າງ) ໃຫ້ຜົນບວກ 72 ຕຢ; positive rate ເທົ່າ ກັບ 37,6% (72/191). 2). ຈຸດເກັບ ຕົວ
ຢ່າງ ຈາກບືງຂະຫຍອງ: ໃຫ້ຜົນບວກ 25 ຄົນ (ຕົວຢ່າງຄ້າງ 04ຕົວຢ່າງ ຂໍກວດຄືນໃຫມ່) 3. ໂຮງຫມໍເສດຖາທິລາດ ແລະ ໂຮງຫມໍເດັກ (ກວດຢູ່ IPL)
ໃຫ້ຜົນບວກ 19 ຄົນ (ໂຮງຫມໍ ເດັກ 01 ແລະ ເສດຖາ 18) ຄື: - ຈາກ ເມືອງສີໂຄດຕະບອງ ມີ 05 ຄົນ (05ບ້ານ) - ເມືອງ ຈັນທະບູລີ ມີ 03 ຄົນ
(ຈາກ 03 ບ້ານ) - ເມືອງ ສີສັດຕະນາກ ມີ 3 ຄົນ (02 ບ້ານ) - ເມືອງຫາດຊາຍຟອງ 01 ຄົນ (ບ້ານສົມຫວັງໄດ້) - ເມືອງໄຊທານີ 4 ຄົນ (ມີ 03 ບ້ານ)
- ເມືອງໄຊ ເສດຖາ ມີ 02 ຄົນ (02 ບ້ານ) - ເມືອງນາຊາຍທອງ 01 (ບ້ານ ນາຄູນນ້ອຍ) 4) ຈຸດມໍປາຍ ສີໂຄດ ແລະ ໂຮງຫມໍມະໂຫສົດ (ກວດຢູ່ ລົມຣູ
ມະໂຫສົດ): ໃຫ້ຜົນບວກ 12 ຄົນ, 10 ຄົນ ຈາກຈຸດມໍປາຍສີໂຄດ ແລະ 02 ຄົນ ຈາກ ໂຮງຫມໍ ມະໂຫສົດ. 5). ເມືອງນາຊາຍທອງ (ທີມ1 ແລະ 2)
ໃຫ້ຜົນບວກ 37ຄົນ ອັດຕາຜົນບວກ 25.8% (37/143); ກຸ່ມນີ້ແມ່ນ ເກັບຈາກກຸ່ມສໍາຜັດ C1 ທີ່ພົວພັນກັບ ໂຮງງານ ຕັດຫຍິບ ອັນພີລາວ ແລະ
ໂຮງງານ ຕັດຫຍິບ ທີໂອ (ຊື່ງກ່ອນຫນ້າ ນີ້ ແມ່ນ ມີແມ່ຄ້າ ຂາຍເຄື່ອງຫນ້າໂຮງງານ ຕິດເຊື້ອ). ຄໍາມ່ວນ 28 ຄົນ: - ທ່າແຂກ 24 ຕົວຢ່າງ - ຍົມະລາດ 2
ຕົວຢ່າງ - ເຊບັ້ງໄຟ 3 ຕົວຢ່າງ - ຫນອງບົກ 4 ຕົວຢ່າງ - ຫີນບູນ 1 ຕົວຢ່າງ - ໄຊບົວທອງ 1 ຕົວຢ່າງ ສາລະວັນ 3 ຄົນ: (ບ້ານຫນອງເຜີ້ງ, ບ້ານຫຼັກ ສອງ
ແລະ ບ້ານນາເຫຼັກ ມີບ້ານລະ 01 ກໍລະນີ ແລະ ທັງຫມົດເປັນພະນັກງານ ຊື່ງກັກໂຕຢູ່ບ້ານ ແລະ ໄດ້ເກັບຕົວຢ່າງເປັນຄັ້ງທີ່ 02 ໃນວັນທີ 18ກັນຍາ 2021
ແລະ ຜົນກວດອອກທີ່ 20 ກັນຍາ 2021 ແລະ ໄດ້ສໍາຜັດໃກ້ຊິດກັບພະນັກງານ ຕິດເຊື້ອທີ່ເຮັດວຽກບ່ອນດຽວກັນ. ບໍ່ແກ້ວ 3 ຄົນ: ຈາກເຂດເສດຖະກິດ
ພິເສດ ແລະ ຄົນຈາກ ເມືອງຕົ້ນເຜິ້ງ. ວຽງຈັນ 6 ຄົນ: ເຈົ້າຫນ້າທີ່ ຕໍາຫລວດ ພ້ອມຄອບຄົວ ໄປຍາມພີ່ນ້ອງ ຢູ່ບ້ານໂພນຊູ, ເມືອງວັງວຽງ ແລະ ໃນວັນ
ທີ 14 ກັນຍາ 2021 ພີ່ນ້ອງ ໄດ້ໂທມາແຈ້ງວ່າກວດພົບເຊື້ອ; ດັ່ງນັ້ນ, ໃນວັນ ທີ 19 ກັນຍາ 2021, ທັງຫມົດ 06 ຄົນ ຈື່ງໄດ້ໄປເກັບຕົວຢ່າງ ແລະ ວັນ
ທີ 20 ກັນຍາ 2021 ຜົນກວດອອກມາພົບເຊື້ອ. ຫຼວງພະບາງ 6 ຄົນ: ແມ່ນໄດ້ຈາກການລົງຄົນຫາກໍລະນີ ສໍາຜັດໃກ້ຊິດ ຊຽງຂວາງ 8 ຄົນ: ຈາກຊຸມຊົນ
ເປັນກໍລະນີສໍາຜັດຈາກຜູ້ຕິດເຊື້ອທີ່ລາຍງານກ່ອນຫນ້ານີ້ (ມີ ຄອບຄົວ ແລະ ຜູ້ທີ່ມາຮ່ວມງານສົບ ທີ່ເດີນທາງ ໄປຈາກ ນະຄອນຫລວງວຽງຈັນ ແລະຈໍາປາ
ສັກ) ປະຈຸບັນ ຜູ້ຕິດເຊື້ອໃຫມ່ທັງຫມົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານ ທີ່ປິ່ນປົວທີ່ ຖືກກໍານົດໄວ້. ” ປະຈຸບັນ ທົ່ວປະເທດ ບ້ານ
ທີ່ຍັງເປັນເຂດແດງ 119 ບ້ານ: * ໃນນະຄອນຫຼວງ ມີ 54 ບ້ານ * ໃນແຂວງສະຫວັນນະເຂດ 23 ບ້ານ ໃນແຂວງຄໍາມ່ວນ ມີ 46 ບ້ານ ” ສໍາລັບ ບ້ານ
ໃຫມ່ທີ່ກໍານົດເປັນເຂດແດງ ໃນນະຄອນຫຼວງວຽງຈັນ ມີ 04 ບ້ານ ຄື: - ບ້ານ ຫນອງທາໃຕ້, ເມືອງຈັນທະບູລີ - ບ້ານ ໂພນຕ້ອງສະຫວາດ, ເມືອງຈັນທະ
ບູລີ - ບ້ານ ໂນນສະຫວ່າງ, ເມືອງ ໄຊເສດຖາ - ບ້ານ ຫນອງວຽງຄໍາ, ເມືອງໄຊທານີ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 21/09/2021