ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຜີຍແຜ່ກົດໝາຍວ່າດ້ວຍການຕ້ານ ສະກັດກັ້ນການຟອກເງີນ ແລະ ການສະໜອງທຶນໃຫ້ແກ່ການ
ກໍ່ການຮ້າຍ

     ໃນວັນທີ 30 ມິຖຸນາ ນີ້, ກົມ ໃຫຍ່ການເມືອງກອງທັບ ໄດ້ຈັດຕັ້ງເຜີຍແຜ່ກົດໝາຍ ວ່າດ້ວຍ ການຕ້ານສະກັດ
ກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ
ວໍລະສານ ວິລັດດາວົງ ກໍາມະການຄະນະພັກກະຊວງ ປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ ການເມືອງກອງທັບ
(ກປທ)                                                           (ອ່ານຕໍ່............)

   

ຫົວໜ້າ​ເສນາ​ທິການ​ກອງທັບ ລົງ​ເຄື່ອນ​ໄຫວຊຸກຍູ້ ​ແລະ ຕິດຕາມ​ໂຄງການ​ກໍ່ສ້າງ​ໂຮງຮຽນທະຫານ
​ທ້ອງ​ຖິ່ນແຂວງໄຊສົມບູນ

     ໃນວັນທີ 25 ມິຖຸນາ 2020 ນີ້, ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນ
ຕີ ກະຊວງປ້ອງກັນປະເທດ, ຫົວໜ້າ ກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຊຸກຍູ້ ແລະ
ຕິດຕາມຄວາມຄືບໜ້າຂອງໂຄງການກໍ່ສ້າງໂຮງຮຽນທະຫານທ້ອງຖິ່ນ ແຂວງ ໄຊສົມບູນ ເຊິ່ງເປັນກຽດຕ້ອນຮັບ
ຂອງ ສະຫາຍ ຫງວຽນ ເທ່ ວີງ ຜູ້ຄຸ້ມຄອງຊີ້ນຳພາກສະໝາມຂອງບໍລິສັດໂກເອໂກ
(ກປທ)                                                           (ອ່ານຕໍ່............)

   

ປະກາດ​ຮັບຮອງ​ຄະນະ​ບໍລິຫານ​ງານ​ພັກກົມໃຫ່ຍພາລາ​ທິການ​ກອງທັບຄັ້ງທີ VI

     ໃນວັນທີ 26 ມິຖຸນາ 2020 ນີ້, ກົມໃຫຍ່ພະລາທິການກອງທັບ ໄດ້ຈັດຕັ້ງພິທີປະກາດຮັບຮອງ ຄະນະບໍລິຫານ
ງານພັກ ກົມໃຫຍ່ພະລາທິການກອງທັບ ຄັ້ງທີ VI ຂຶ້ນຢູ່ທີ່ສະໂມສອນກົມໃຫຍ່ພະລາທິການ, ໂດຍພາຍໃຕ້ການເປັນ
ປະທານຂອງສະຫາຍ ພົນຕີ ແອສະໄໝ ເລືອງວັນໄຊ ກໍາມະການຄະນະປະຈໍາ ພັກກະຊວງ, ຮອງລັດຖະມົນຕີ ກະຊວງ
ປ້ອງກັນປະເທດ
(ກປທ)                                                           (ອ່ານຕໍ່............)

   

ກອງປະຊຸມສ່ອງແສງວຽກງານຮອບດ້ານປະຈຳໄຕມາດທີ II ຢູ່ເຂດ 4

     ໃນວັນທີ 22 ມິຖຸນາ 2020 ນີ້, ກອງພົນທີ 1 ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມສ່ອງແສງວຽກງານ
ຮອບດ້ານປະຈຳໄຕມາດທີ II ຢູ່ເຂດ 4 ເຊິ່ງເປັນກຽດເຂົ້າຮ່ວມຂອງສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກຳມະ
ການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າ ກົມໃຫຍ່ເສນາທິການກອງທັບ, ມີຄະນະ
ພັກ-ຄະນະບັນຊາກອງບັນຊາການທະຫານ ແຂວງວຽງຈັນ, ໄຊສົມບູນ, ວິທະຍາຄານກົມມະດຳ
(ກປທ)                                                           (ອ່ານຕໍ່............)

   

ກອງປະຊຸມສ່ອງແສງວຽກງານຮອບດ້ານປະຈຳ​ໄຕ​ມາດ 2 ບັນດາ​ກົມ​ກອງ​ພາກ​ເໜືອ

     ກອງປະຊຸມສ່ອງແສງວຽກງານຮອບດ້ານ ບັນດາກົມກອງພາກເໜືອ ປະຈຳໄຕມາດ II ປີ 2020 ຈັດຂຶ້ນໃນວັນ
ທີ 19 ມິຖຸນາ ນີ້, ໂດຍແມ່ນ ໂຮງໝໍບໍລິເວນ 107 ກອງທັບ ເປັນເຈົ້າພາບ, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ
ຂອງ ສະຫາຍ ພົນຕີ ວົງຄຳ ພົມມະກອນ ກໍາມະການຄະນະພັກ ກະຊວງປ້ອງກັນປະເທດ, ຫົວໜ້າ ກົມໃຫຍ່ພະລາທິ
ການກອງທັບ
(ກປທ)                                                           (ອ່ານຕໍ່............)

   

ກະຊວງປ້ອງກັນປະເທດ ປະກາດການເລື່ອນຊັ້ນນາຍທະຫານຂັ້ນສູງ

     ກະຊວງປ້ອງກັນປະເທດ ໄດ້ປະກາດການເລື່ອນຊັ້ນໃຫ້ນາຍທະຫານຂັ້ນສູງເລື່ອນຊັ້ນຈາກຊັ້ນ ພັນໂທ ຂຶ້ນ ພັນ
ເອກ ຈຳນວນ 35 ສະຫາຍ ໃນວັນທີ 19 ມິຖຸນາ 2020 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະ
ໝອນ ຈັນຍາລາດ ກຳມະການກົມ ການເມືອງສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນປະເທດ,
(ກປທ)                                                           (ອ່ານຕໍ່............)

   

ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VI ຂອງ​ອົງຄະ​ນະ​ພັກ​ກົມ​ໃຫຍ່​ເສນາ​ທິການ​ກອງທັບ ສຳ​ເລັດ​ລົງ​ດ້ວຍໝາກ
ຜົນ​ອັນ​ຈົບງາມ

     ກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ກົມໃຫຍ່ເສນາທິການກອງທັບສຳເລັດລົງດ້ວຍໝາກຜົນອັນຈົບ
ງາມ ໃນວັນທີ 18 ມິຖຸນາ 2020 ນີ້, ພາຍຫຼັງດຳເນີນມາເປັນເວລາ 1 ວັນ, ໂດຍການ ເຂົ້າຮ່ວມເປັນປະທານຂອງ
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການ ກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນ
ປະເທດ
(ກປທ)                                                           (ອ່ານຕໍ່............)

   

ສຳຫຼວດຈຸດການກໍ່ສ້າງເດີ່ນບິນ ອະນຸສາວະລີ ນັກຮົບນິລະນາມ ອະນຸສາວະລີວິລະຊົນ ນາງເຄນ ແລະ
ໂຮງຮຽນມັດທະຍົມສົມບູນປາກແພ

     ໃນລະຫ່ວາງວັນທີ 11-12 ມິຖຸນາ 2020 ກະຊວງປ້ອງກັນປະເທດ ຮ່ວມກັບອົງການປົກຄອງແຂວງ ຜົ້ງສາລີ
ໄດ້ລົງສຳຫຼວດຈຸດການກໍ່ສ້າງເດີ່ນບິນ, ອະນຸສາວະລີນັກຮົບນິລະນາມ, ອະນຸສາວະລີວິລະຊົນ ນາງເຄນ ແລະ ໂຮງ
ຮຽນມັດທະຍົມສົມບູນປາກແພ. ເຊິ່ງນຳໂດຍ ທ່ານ ພົນຕີ ປອ ວົງຄຳ ພົມມະກອນ ຄະນະປະຈຳພັກ ກະຊວງປ້ອງ
ກັນປະເທດ, ຫົວໜ້າກົມໃຫຍ່ ພະລາທິການກອງທັບ
(ກປທ)                                                           (ອ່ານຕໍ່............)

   

ວິທະຍາຄານກົມມະດໍາ ຈັດຕັ້ງພິທີມອບປະກາສະນີຍະບັດ ໃຫ້ແກ່ນັກສຶກສາກໍ່ສ້າງມະຫາວິທະຍາໄລ
ການທະຫານລະບົບ 4 ປີ ຊຸດທີ 15

     ວັນທີ 15 ມິຖຸນານີ້, ວິທະຍາຄານກົມມະດໍາ ໄດ້ຈັດຕັ້ງພິທີມອບປະກາສະນີຍະບັດ ໃຫ້ແກ່ນັກສຶກສາກໍ່ສ້າງມະ
ຫາວິທະຍາໄລການທະຫານ ລະບົບ 4 ປີ ຊຸດທີ 15 ສົກຮຽນ 2019 -2020, ໂດຍການເຂົ້າຮ່ວມເປັນປະທານຂອງ
ສະຫາຍ ພົນຕີ ປະສິດ ທ່ຽງທໍາ ຮອງຫົວໜ້າ ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະອໍານວຍການ ວິທະ
ຍາຄານ, ແຂກຮັບເຊີນ
(ກປທ)                                                           (ອ່ານຕໍ່............)

   

ກົມໃຫຍ່ເຕັກນິກກອງທັບເຜີຍແຜ່ກົດໝາຍສໍ້ລາດບັງຫຼວງ

     ວັນທີ 11 ມິຖຸນາ 2020 ນີ້, ກົມໃຫຍ່ເຕັກນິກກອງທັບ ຈັດຕັ້ງເຜີຍແຜ່ກົດໝາຍວ່າດ້ວຍການຕ້ານການສໍ້ລາດ
ບັງຫຼວງ ( ສະບັບປັບປຸງ ), ກົດໝາຍວ່າດ້ວຍການກວດກາລັດ, ກົດໝາຍວ່າດ້ວຍການຕ້ານສະກັດກັ້ນການຟອກ
ເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ກົດໝາຍວ່າດ້ວຍສະຫະພັນນັກຮົບເກົ່າ ແລະ ດຳລັດວ່າດ້ວຍ
ຍຸດທະສາດຕ້ານການສໍ້ລາດບັງຫຼວງ
(ກປທ)                                                           (ອ່ານຕໍ່............)

   

ກົມໃຫຍ່ພະລາທິການຈັດຕັ້ງ​ເຜີຍ​ແຜ່​ກົດໝາຍການສໍ້ລາດ​ບັງຫຼວງ

     ວັນທີ 12 ມິຖຸນາ 2020 ນີ້, ຢູ່ຫ້ອງປະຊຸມ ກົມໃຫຍ່ການເມືອງກອງທັບ ໄດ້ມີພິທີເຊັນ ບົດບັນທຶກມອບ-ຮັບ
ໂຄງການກໍ່ສ້າງສີລາຈາລຶກກອງຮ້ອຍຫີນເພັດ ທີ່ກໍ່ສ້າງສໍາເລັດ 100% ລະຫວ່າງ ກົມໃຫຍ່ການເມືອງກອງທັບ ກັບ
ບໍລິສັດແສງທອງກໍ່ສ້າງຈຳກັດຜູ້ດຽວ ໂດຍການເປັນປະທານ ຂອງສະຫາຍ ພົນຕີ ສອນທອງ ພົມລາວົງ ກໍາມະການ
ຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າ ກົມໃຫຍ່ການເມືອງກອງທັບ
(ກປທ)                                                           (ອ່ານຕໍ່............)

   

ກົມໃຫຍ່ພະລາທິການຈັດຕັ້ງ​ເຜີຍ​ແຜ່​ກົດໝາຍການສໍ້ລາດ​ບັງຫຼວງ

     ໃນວັນທີ 5 ມິຖຸນາ 2020 ນີ້, ກົມໃຫຍ່ພະລາທິການກອງທັບ ໄດ້ຈັດຕັ້ງເຜີຍແຜ່ກົດໝາຍການສໍ້ລາດບັງຫຼວງ
ຂຶ້ນ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຄໍາເພັດ ສີຊານົນ ກໍາມະການຄະນະພັກກະຊວງປ້ອງກັນປະ
ເທດ, ປະທານກວດກາພັກກົມໃຫຍ່, ຮອງຫົວໜ້າ ກົມໃຫຍ່ພະລາທິການກອງທັບ, ມີບັນດາກົມ, ຫ້ອງການ, ພະ
ແນກການ
(ກປທ)                                                           (ອ່ານຕໍ່............)

   

ຮອງຫົວໜ້າ ກົມໃຫຍ່ພະລາທິການ ລົງ​ຊຸກຍູ້​ກວດກາ​ວຽກງານ​ການ​ຜະລິ​ດ ຢູ່​ກຸ່ມ​ຜະລິດ​ຄົບ
​ວົງ​ຈອນ​ເລກ 1 ກອງທັບ

     ໃນວັນທີ 4 ມິຖຸນາ 2020 ນີ້, ສະຫາຍ ພົນຈັດຕະວາ ປອ ວົງສັກ ພັນທະວົງ ກໍາມະການຄະນະພັກ ກະຊວງ
ປ້ອງກັນປະເທດ ຮອງຫົວໜ້າ ກົມໃຫຍ່ພະລາທິການກອງທັບ, ຜູ້ຊີ້ນໍາໂຄງການຟາມໝູ ແລະ ໂຮງງານຂ້າສັດ ຂອງ
ກົມໃຫຍ່ພະລາທິການກອງທັບ ພ້ອມດ້ວຍຄະນະໄດ້ລົງຕິດຕາມກວດກາ ແລະ ຊຸກຍູ້ວຽກງານການຜະລິດກະສິກໍາ
ຂອງກຸ່ມຜະລິດຄົບວົງຈອນເລກ 1 ກອງທັບ
(ກປທ)                                                           (ອ່ານຕໍ່............)

   

ເຊັນສັນຍາໂຄງການກໍ່ສ້າງອານຸສາວະລີນັກບິນທະຫານຂອງອະດີດ ສະຫະພາບໂຊວຽດ

     ໃນວັນທີ 5 ມິຖຸນາ 2020 ນີ້, ກະຊວງປ້ອງກັນປະເທດ ກົມໃຫຍ່ການເມືອງກອງທັບ ໄດ້ຈັດພິທີເຊັນສັນຍາ
ໂຄງການກໍ່ສ້າງອານຸສາວະລີນັກບິນທະຫານຂອງອະດີດ ສະຫະພາບໂຊວຽດ ທີ່ໄດ້ເສຍຊີວິດໃນການປະຕິບັດພັນ
ທະສາກົນຢູ່ ສປປ ລາວ ລະຫວ່າງກົມໃຫຍ່ການເມືອງກອງທັບປະຊາຊົນລາວ ໃນນາມເຈົ້າຂອງໂຄງການ ແລະ ບໍ
ລິສັດ ສຸພັດທອນ ທີ່ປຶກສາ ແລະ ບໍລິການຄົບ ວົງຈອນ SCS
(ກປທ)                                                           (ອ່ານຕໍ່............)

   

ປະກາດແຕ່ງຕັ້ງ ຄະນະໜ່ວຍຊາວໜຸ່ມ-ແມ່ຍິງກອງບັນຊາການທະຫານອາກາດ

     ກອງບັນຊາການທະຫານອາກາດ ໄດ້ປະກາດແຕ່ງຕັ້ງ ຄະນະໜ່ວຍຊາວໜຸ່ມ-ແມ່ຍິງ ທີ່ຂຶ້້ນກັບກອງບັນຊາການ
ທະຫານອາກາດ, ໃນນັ້ນໄດ້ຕົກລົງແຕ່ງຕັ້ງ ສະຫາຍ ຮ້ອຍເອກ ສົມພູວຽງ ມິດໄຊສີ ເປັນເລຂາໜ່ວຍຊາວໜຸ່ມ ກອງ
ບັນຊາການທະຫານອາກາດ, ສະຫາຍ ຮ້ອຍເອກ ນິຍົມ ບັນດາສັກ ເປັນຮອງເລຂາໜ່ວຍ ແລະ ສະຫາຍ ຮ້ອຍເອກ
ນາງ ລາມີ ຄອງເຊືອງ ເປັນກໍາມະການ
(ກປທ)                                                           (ອ່ານຕໍ່............)

   

ປະກາດເລື່ອນຊັ້ນໃຫ້ນາຍທະຫານຊັ້ນ ພັນຕີ ຂຶ້ນ ພັນໂທ ໃນເຂດກົມ​ກອງພາກກາງ

     ວັນທີ 29 ພຶດສະພາ 2020 ນີ້, ຢູ່ທີ່ກອງບັນຊາການທະຫານ ແຂວງຄຳມ່ວນ ໄດ້ຈັດພິທີປະກາດ ເລື່ອນຊັ້ນ
ໃຫ້ນາຍທະຫານຊັ້ນ ພັນຕີ ຂຶ້ນ ພັນໂທ ຈຳນວນ 46 ສະຫາຍ ໃນເຂດພາກກາງໂດຍພາຍໃຕ້ການເຂົ້າຮ່ວມເປັນປະ
ທານຂອງສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ
ຫົວໜ້າ ກົມໃຫຍ່ການເມືອງກອງທັບ
(ກປທ)                                                           (ອ່ານຕໍ່............)

   

ກອງທັບປົດປ່ອຍປະຊາຊົນຈີນ ສຶບຕໍ່​ມາ​ມອບ​ເຄື່ອງ​ອຸປະກອນ​ການ​ແພດ​ ໃຫ້​ກະຊວງ​ປ້ອງ​ກັນ​ປະ​ເທດ

     ວັນທີ 2 ມິຖຸນາ ນີ້, ສະຫາຍ ພັນເອກ ພິເສດ ເສີນ ຢົງຈີງ ທີ່ປຶກສາທູດຝ່າຍປ້ອງກັນຊາດ ແຫ່ງ ສປຈີນ ປະຈໍາ
ສປປ ລາວ ພ້ອມດ້ວຍຄະນະໄດ້ຕາງໜ້າໃຫ້ ກອງທັບປົດປ່ອຍປະຊາຊົນຈີນ ໄດ້ມອບເຄື່ອງຊ່ວຍເຫຼືອຕ້ານພະຍາດ
ໂຄວິດ-19 ໃຫ້ກະຊວງປ້ອງກັນປະເທດ, ຕາງໜ້າກ່າວຮັບໂດຍສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ຫົວໜ້າ
ກົມເສນາຮັກ, ເຂົ້າຮ່ວມເປັນສັກຂີພະຍານໂດຍສະຫາຍ ພົນຕີ ປອ ວົງຄໍາ ພົມມະກອນ
(ກປທ)                                                           (ອ່ານຕໍ່............)

   

ປະກາດຮັບຮອງເອົາຄະນະພັກ ກອງພົນທີ 4 ສະໄໝທີ VI

     ວັນທີ 28 ພຶດສະພາ 2020 ນີ້, ຢູ່ທີ່ສະໂມສອນ ກອງພົນທີ 4 ກະຊວງປ້ອງກັນປະເທດ ໄດ້ປະກາດຮັບຮອງເອົາ
ຄະນະພັກ ກອງພົນທີ 4 ສະໄໝທີ VI, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກຳມະ
ການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ
(ກປທ)                                                           (ອ່ານຕໍ່............)

   
ໜ້າ

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ແລະ ໃບອະນຸຍາດຈົດທະບຽນ ເລກທີ 381/ສອຊ,
ລົງວັນທີ 05/05/2016 ແລະ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012