ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສະຫຼຸບວຽກງານ ພະລາທິການ-ການເງິນທົ່ວອົງການກົມໃຫຍ່ເສນາທິການກອງທັບ
ປະຈຳປີ 2020

     ກອງປະຊຸມສະຫຼຸບວຽກງານ ພະລາທິການ-ການເງິນທົ່ວອົງການ ກົມໃຫຍ່ເສນາທິການ ກອງທັບປະຈຳປີ 2020
ໄດ້ຈັດຂຶ້ນໃນວັນທີ 26 ມີນາ 2021 ນີ້, ທີ່ສະໂມສອນ ກສນ, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ຈັນທອງ
ສອນຕະອາດ ກຳມະການຄະນະປະຈຳພັກ ກະ ຊວງປ້ອງກັນປະເທດ ຮັກສາການຫົວໜ້າກົມໃຫຍ່ເສນາທິການກອງ
ທັບ, ມີຄະນະພັກ-ຄະນະບັນຊາ, ກົມ, ຫ້ອງການ, ກອງ, ພະແນກການ
(ກປທ)                                                           (ອ່ານຕໍ່............)

   

ສະຫຼຸບການ​ຮ່ວມ​ມື​ກວດ​ກູ້​ທຳລາຍ​ລະ​ເບີດ​ບໍ່​ທັນ​ແຕກລະຫວ່າງ ກອງທັບປະຊາຊົນລາວ ກັບ ກໍາລັງ
ປະກອບອາວຸດ ແຫ່ງ ສ ຣັດເຊຍ

     ໃນວັນທີ 26 ມີນາ 2021, ພາຍຫຼັງສໍາເລັດການຢ້ຽມຢາມສະໝາມກວດກູ້ລະເບີດບໍ່ທັນແຕກ (ລບຕ) ພ້ອມ
ທັງສັງເກດການທໍາລາຍ ລບຕ ທີ່ສະໜາມທຳລາຍຂອງກອງພັນໃຫຍ່ 702, ບັນດາຜູ້ແທນໄດ້ສືບຕໍ່ເຂົ້າຮ່ວມພິທີ
ສະຫຼຸບຜົນການຮ່ວມມືກວດກູ້ ແລະ ທໍາລາຍ ລບຕ ລະຫວ່າງກອງທັບ ປະຊາຊົນລາວ ກັບ ກໍາລັງປະກອບອາວຸດ
ແຫ່ງ ສ ຣັດເຊຍ ທີ່ສະໜາມບິນທົ່ງໄຫຫີນ ແຂວງ ຊຽງຂວາງ ປະຈໍາສົກປີ 2020-2021
(ກປທ)                                                           (ອ່ານຕໍ່............)

   

ປະກາດການເລື່ອນ​ຊັ້ນ​ນາຍ​ທະຫານ ຈາກ​ຊັ້ນ​ພັນ​ຕີ​ຂຶ້ນ​ຊັ້ນ​ພັນ​ໂທ​ທົ່ວ​ກອງທັບ

     ພິທີປະກາດເລື່ອນຊັ້ນ ນາຍທະຫານ ຈາກຊັ້ນພັນຕີ ຂຶ້ນ ຊັ້ນພັນໂທ ທົ່ວກອງທັບ ຈຳນວນ 343 ສະຫາຍ ໄດ້
ຈັດຂຶ້ນໃນ ວັນທີ 26 ມີນາ 2021 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ກຳມະ
ການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າ ກົມໃຫຍ່ການເມືອງກອງທັບ, ມີບັນດາຄະນະ
ກົມ, ຫ້ອງການພ້ອມດ້ວຍນາຍທະຫານ
(ກປທ)                                                           (ອ່ານຕໍ່............)

   

ສະຫຼຸບວຽກງານການເຄື່ອນໄຫວຂອງຄະນະຊ່ຽວຊານ ໂຮງໝໍ ຊີຈິງ ກອງທັບປົດປ່ອຍປະຊາຊົນຈີນ

     ກອງປະຊຸມສະຫຼຸບວຽກງານການເຄື່ອນໄຫວຂອງຄະນະຊ່ຽວຊານ ໂຮງໝໍ ຊີຈິງ ກອງທັບປົດປ່ອຍປະຊາຊົນຈີນ
ທີ່ມາເຮັດວຽກຢູ່ໂຮງໝໍສູນກາງ 103 ກອງທັບ ໄດ້ຈັດຂຶ້ນກາງເດືອນມີນາ 2021. ໂດຍການເປັນປະທານຂອງສະ
ຫາຍ ພົນຈັດຕະວາ ຄຳເພັດ ສີຊານົນ ກຳມະການຄະນະປະຈຳພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າ ກົມໃຫຍ່
ພະລາທິການກອງທັບ, ມີ ສະຫາຍ ພັນເອກ ຫຼີປິງ ທີ່ປຶກສາທູດປ້ອງກັນຊາດ ສປ ຈີນ ປະຈຳລາວ
(ກປທ)                                                           (ອ່ານຕໍ່............)

   

ກົມວິທະຍາສາດ-ປະຫວັດສາດ ການທະຫານ ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຜູ້ແທນຊາວໜຸ່ມທົ່ວ
ປະເທດ ຄັ້ງທີ VIII

     ວັນທີ 24 ມີນາ 2021 ນີ້ ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ຈັດຕັ້ງພິທີ
ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະຜູ້ແທນຊາວໜຸ່ມ ທົ່ວປະເທດ ຄັ້ງທີ VIII ຂຶ້ນໂດຍການເປັນປະທານ
ຂອງ ສະຫາຍ ພັນເອກ ບຸນຍົງ ໜໍ່ແກ້ວ ຮອງຫົວໜ້າ ກົມວິທະຍາສາດ-ປະຫວັດສາດ ການທະຫານ
(ກປທ)                                                           (ອ່ານຕໍ່............)

   

ສະເຫຼີມສະຫຼອງວັນຊ່ຽວຊານ ປ້ອງກັນຄວາມສະຫງົບ ຫວຽດນາມ ປະຈໍາ ສປປ ລາວ ຄົບຮອບ 60 ປີ

     ພິທີສະເຫຼີມສະຫຼອງວັນຊ່ຽວຊານ ປ້ອງກັນຄວາມສະຫງົບ ຫວຽດນາມ ປະຈໍາ ສປປ ລາວ ຄົບຮອບ 60 ປີ
(22 ມີນາ 1961-22 ມີນາ 2021) ໄດ້ຈັດຂຶ້ນໃນວັນທີ 24 ມີນາ 2021, ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນ
ເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີ ກະ
ຊວງປ້ອງກັນປະເທດ, ມີລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ
(ກປທ)                                                           (ອ່ານຕໍ່............)

   

ໂຮມຊຸມນຸມລະນຶກວັນຄຽດແຄ້ນສັດຕູ ຂອງປະຊາຊົນລາວ, ວັນນັກຮົບ, ເສຍອົງຄະ ​ແລະ ເສຍສະຫຼະ
ຊີວິດ ເພື່ອປະເທດຊາດ

     ໃນວັນທີ 23 ມີນາ 2021 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງພິທີໂຮມຊຸມນຸມລະນຶກວັນຄຽດແຄ້ນສັດຕູ
ຂອງປະຊາຊົນລາວ, ວັນນັກຮົບເສຍອົງຄະ-ເສຍສະຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 75 ປີ (21 ມີນາ 1946-21
ມີນາ 2021) ໂດຍການເປັນປະທານຂອງ ສະຫາຍ ພົນໂທ ທອງລອຍ ສີລິວົງ ກໍາມະການສູນການພັກ, ຮອງລັດຖະ
ມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ
(ກປທ)                                                           (ອ່ານຕໍ່............)

   

ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຢ້ຽມຢາມໂຄງການ ກໍ່ສ້າງຄ້າຍຄຸມຂັງທັນສະໄໝ ແຂວງ
ຈໍາປາສັກ

     ວັນທີ 19 ມີນາ 2021, ສະຫາຍ ພົນໂທ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີ
ກະຊວງປ້ອງກັນຄວາມສະຫງົບ ໄດ້ລົງເຄື່ອນໄຫວຢ້ຽມຢາມ ໂຄງການກໍ່ສ້າງຄ້າຍຄຸມຂັງທັນສະໄໝ ແຂວງ ຈໍາປາ
ສັກ, ໂດຍມີ ທ່ານ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງ ຈໍາ
ປາສັກ, ມີຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງ ຈໍາປາສັກ
(ກປທ)                                                           (ອ່ານຕໍ່............)

   

ປະກາດການແຕ່ງຕັ້ງຫົວໜ້າການ​ເມືອງ ​ແລະ ການ​ທະຫານ​ຢູ່​ກອງພົນ​ທີ 3

     ພິທີປະກາດການແຕ່ງຕັ້ງຢູ່ ກອງພົນທີ 3 ໄດ້ຈັດຂຶ້ນ ໃນວັນທີ 18 ມີນາ 2021 ນີ້, ທີ່ສະໂມສອນກອງພົນທີ 3
ໂດຍການ ເປັນປະທານຂອງ ສະຫາຍ ພົນໂທ ທອງລອຍ ສີລິວົງ ກຳມະການສູນກາງພັກ ຮອງລັດຖະມົນຕີ ກະຊວງ
ປ້ອງກັນປະເທດ ຫົວໜ້າ ກົມໃຫຍ່ການເມືອງກອງທັບ, ມີ ສະຫາຍ ພັນເອກ ໄຊຍະວົງ ໄຊນາມທິລາດ ເລຂາຄະນະ
ພັກ ຫົວໜ້າການທະຫານ ກອງພົນທີ 3, ມີບັນດາການນຳ ແຂວງ ອຸດົມໄຊ
(ກປທ)                                                           (ອ່ານຕໍ່............)

   

ກອງປະຊຸມສະຫຼຸບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ແຂວງ, 1 ກອງພົນ
ປະຈຳປີ 2020

     ກອງປະຊຸມສະຫຼຸບວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ແຂວງ, 1 ກອງພົນ (ແຂວງບໍລິຄໍາໄຊ,
ຄໍາມ່ວນ, ສະຫວັນນະເຂດ ແລະ ກອງພົນທີ 4) ປະຈຳປີ 2020 ແລະ ທິດທາງແຜນການວຽກງານຈຸດສຸມ ປີ 2021
ທີ່ ແຂວງ ຄໍາມ່ວນ ເປັນເຈົ້າພາບ ໄດ້ຈັດຂຶ້ນໃນ ວັນທີ 18 ມີນາ 2021 ນີ້, ພາຍໃຕ້ການເປັນປະທານຂອງ ສະຫາຍ
ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ
(ກປທ)                                                           (ອ່ານຕໍ່............)

   

ປະກາດການແຕ່ງຕັ້ງ ປະທານຮອງ, ປະທານ ແລະ ກໍາມະການ ຄະນະກໍາມະການ ປກຊ-ປກສ ແຂວງ
ບໍລິຄໍາໄຊ

     ໃນວັນທີ 17 ມີນາ ນີ້ີ, ຢູ່ທີ່ຫ້ອງວ່າການປົກຄອງ ແຂວງ ບໍລິຄໍາໄຊ ໄດ້ມີພິທີປະກາດການແຕ່ງຕັ້ງ ປະທານ,
ຮອງປະທານ ແລະ ກໍາມະການ ຄະນະກໍາມະການ ປກຊ-ປກສ ແຂວງ ບໍລິຄໍາໄຊ, ໂດຍການເຂົ້າຮ່ວມເປັນປະທານ
ຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມ ການເມືອງສູນກາງພັກ, ຮອງ ປະທານຜູ້ປະຈໍາ
ການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ລັດຖະມົນຕີ ກະຊວງປ້ອງກັນປະເທດ
(ກປທ)                                                           (ອ່ານຕໍ່............)

   

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບ ເອກອັກຄະຣາຊະທູດ ຣາຊະອານາຈັກໄທ ເຂົ້າຢ້ຽມ
ຂ່ຳນັບ

     ວັນທີ 16 ມີນາ ນີ້, ທີ່ກະຊວງປ້ອງກັນປະເທດ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງ
ປ້ອງກັນປະເທດ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ເຈດສະດາ ກະຕະເວທີ ເອກອັກຄະຣາຊະທູດ
ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນໂອກາດທີ່ ທ່ານມາດໍາລົງຕໍາແໜ່ງເປັນເອກອັກຄະຣາຊະທູດຄົນໃໝ່
ປະຈໍາ ສປປ ລາວ
(ກປທ)                                                           (ອ່ານຕໍ່............)

   

ກົມອຸດສາຫະກຳປ້ອງກັນຊາດ ສະຫຼຸບຖອດຖອນບົດຮຽນ ໃນການເຄື່ອນໄຫວວຽກງານໃນໄລຍະ 1 ປີ
ຜ່ານມາ

     ວັນທີ 11 ມີນາ 2021 ນີ້, ກົມອຸດສາຫະກຳປ້ອງກັນຊາດ ໄດ້ເປີດກອງປະຊຸມສະຫຼຸບຖອດຖອນບົດຮຽນ ໃນ
ການເຄື່ອນໄຫວວຽກງານຂອງຂະແໜງການອຸດສາຫະກຳ ໃນໄລຍະ 1 ປີ ຜ່ານມາ ໂດຍການເປັນປະທານຂອງ ສະ
ຫາຍ ພົນຈັດຕະວາ ທອງພັນ ສຸທຳມະວົງ ກຳມະການ ຄະນະພັກກະຊວງ ປ້ອງກັນປະເທດ ຮອງຫົວໜ້າ ກົມໃຫຍ່
ເຕັກນິກກອງທັບ, ມີຄະນະກົມ, ຄະນະຫ້ອງ, ຄະນະພັກ-ຄະນະບັນຊາ ກົມກອງຮາກຖານ
(ກປທ)                                                           (ອ່ານຕໍ່............)

   

ຕົກລົງ​ແຕ່ງຕັ້ງ ສະຫາຍ ພົນ​ຕີ ປະສິດ​ທ່ຽງທຳ ​ເປັນ​ຫົວໜ້າກົມ​ໃຫ່ຍ​ເຕັກນິກ​ກອງທັບ

     ໃນວັນທີ 12 ມີນາ 2021 ນີ້, ຢູ່ກົມໃຫຍ່ເຕັກນິກກອງທັບ ໄດ້ຈັດພິທີປະກາດການຈັດຕັ້ງ ໂດຍການເປັນປະ
ທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີ ກະຊວງ
ປ້ອງກັນປະເທດ, ມີ ຄະນະພັກ-ຄະນະບັນຊາ ຈາກ 4 ກົມໃຫຍ່, ກົມ, ຫ້ອງການ, ກອງຕະຫຼອດຮອດພະນັກງານທົ່ວ
ກົມໃຫຍ່ເຕັກນິກເຂົ້າຮ່ວມ
(ກປທ)                                                           (ອ່ານຕໍ່............)

   

ສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ແຂວງພາກເໜືອ

     ກອງປະຊຸມສະຫຼຸບຖອດຖອນບົດຮຽນ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ແຂວງ ພາກເໜືອ
ຄື: ແຂວງ ຊຽງຂວາງ, ໄຊສົມບູນ ແລະ ຫົວພັນ ປະຈໍາປີ 2020 ແລະ ຜ່ານທິດທາງແຜນການ ວຽກງານຈຸດສຸມ ປີ
2021 ໄດ້ຈັດຂຶ້ນໃນວັນທີ 11 ມີນາ 2021 ນີ້, ທີ່ຫ້ອງປະຊຸມ ແຂວງ ຊຽງຂວາງ ໂດຍການເປັນປະທານຂອງ ສະ
ຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ
(ກປທ)                                                           (ອ່ານຕໍ່............)

   

ປະກາດສ້າງຕັ້ງບໍລິສັດ 20 ມັງກອນພັດທະນາຂຶ້ນກັບກະຊວງປ້ອງກັນປະເທດ

     ວັນທີ 10 ມີນາ 2021 ນີ້, ທີ່ສະໂມສອນຫ້ອງວ່າການ ກະຊວງປ້ອງກັນປະເທດ ໄດ້ມີພິທີປະກາດສ້າງຕັ້ງ ແລະ
ແຕ່ງຕັ້ງຜູ້ອໍານວຍການ ບໍລິສັດ 20 ມັງກອນ ພັດທະນາ ແລະ ແຕ່ງຕັ້ງຮອງຫົວໜ້າກົມ, ຫ້ອງການທີ່ຂຶ້ນກັບຫ້ອງວ່າ
ການ ກະຊວງປ້ອງກັນປະເທດ ໂດຍເຂົ້າຮ່ວມ ເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະ
ການກົມການເມືອງສູນກາງພັກ ລັດຖະມົນຕີ ກະຊວງປ້ອງກັນປະເທດ
(ກປທ)                                                           (ອ່ານຕໍ່............)

   

ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານກໍ່ສ້າງຮາກຖານ ການເມືອງ-ພັດທະນາ 3 ຈຸດສຸມ
ແຂວງ ໄຊສົມບູນ

     ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາ 3 ຈຸດສຸມ ແຂວງ ໄຊສົມ
ບູນ ຂອງ ກະຊວງປ້ອງກັນປະເທດ ໃນໄລຍະ 5 ປີ (2015-2020) ແລະ ທິດທາງແຜນການ 5 ປີ (2021-2025)
ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 5 ມີນາ 2021 ນີ້, ຢູ່ທີ່ສະໂມສອນ ຫ້ອງວ່າການປົກຄອງ ແຂວງ ໄຊສົມບູນ,
ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງ
ພັກ, ລັດຖະມົນຕີ ກະຊວງປ້ອງກັນປະເທດ
(ກປທ)                                                           (ອ່ານຕໍ່............)

   

ເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການສຶກສາ-ກໍ່ສ້າງເສັ້ນທາງ ແລະ ຄ້າຍທະຫານ ທີ່ຕິດພັນກັບວຽກ
ງານພັດທະນາດ້ານກະສິກຳ ເພື່ອທໍາການຜະລິດ

     ໃນວັນທີ 4 ມີນາ 2021 ນີ້ , ຢູ່ກະຊວງປ້ອງກັນປະເທດ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈໂຄງການ
ສຶກສາ-ກໍ່ສ້າງເສັ້ນທາງ ແລະ ຄ້າຍທະຫານ ທີ່ຕິດພັນກັບວຽກງານພັດທະນາດ້ານກະສິກຳ ເພື່ອທໍາການຜະລິດ ລະ
ຫວ່າງ ກະຊວງປ້ອງກັນປະເທດ ກັບ ບໍລິສັດເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງຈໍາກັດຜູ້ດຽວ.
(ກປທ)                                                           (ອ່ານຕໍ່............)

   
ໜ້າ

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ແລະ ໃບອະນຸຍາດຈົດທະບຽນ ເລກທີ 381/ສອຊ,
ລົງວັນທີ 05/05/2016 ແລະ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012