ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VI ຂອງ​ອົງຄະ​ນະ​ພັກ​ກົມ​ໃຫຍ່​ເສນາ​ທິການ​ກອງທັບ
ສຳ​ເລັດ​ລົງ​ດ້ວຍໝາກຜົນ​ອັນ​ຈົບງາມ


     ກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ກົມໃຫຍ່ເສນາທິການກອງທັບສຳເລັດລົງດ້ວຍໝາກຜົນອັນຈົບງາມ ໃນວັນທີ 18 ມິຖຸນາ 2020 ນີ້, ພາຍຫຼັງດຳ
ເນີນມາເປັນເວລາ 1 ວັນ, ໂດຍການ ເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການ ກົມການເມືອງສູນກາງພັກ, ລັດຖະມົນຕີ
ກະຊວງປ້ອງກັນປະເທດ, ມີຄະນະພັກບັນດາກົມໃຫຍ່, ຫ້ອງວ່າການກະຊວງ, ພະນັກງານປະຕິວັດອາວຸໂສບຳນານ, ບັນດາສະຫາຍຄະນະພັກກົມໃຫຍ່ເສນາທິການ
ແລະ ຜູ້ແທນສົມບູນທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກ ທົ່ວອົງການກົມໃຫຍ່ເສນາທິການ ກອງທັບເຂົ້າຮ່ວມ.

     ໃນກອງປະຊຸມ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ເລຂາຄະນະພັກ, ຫົວໜ້າ ກົມໃຫຍ່ເສ
ນາທິການກອງທັບ ໄດ້ສະເໜີບົດລາຍງານການເມືອງທັງສອງພາກຕໍ່ກອງປະຊຸມ, ເຊິ່ງໄດ້ຍົກໃຫ້ເຫັນຜົນສຳເລັດທີ່ພົ້ນເດັ່ນໃນຊຸມປີຜ່ານມາ ຄະນະພັກ-ຄະນະບັນຊາ
ກໍໄດ້ເອົາໃຈໃສ່ສູ້ຊົນຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ
ຢ່າງມີໝາກຜົນ, ພົ້ນເດັ່ນແມ່ນ: ວຽກງານເຮັດໃຫ້ສະພາບມີຄວາມສະຫງົບ, ຄະນະພັກໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາກົມກອງ-ທ້ອງຖິ່ນຕິດຕາມກໍາແໜ້ນສະພາບການ,
ກົນອຸບາຍການເຄື່ອນໄຫວ ທໍາລາຍມ້າງເພຂອງສັດຕູ, ພ້ອມກັນນັ້ນ ກໍໄດ້ຕີລາຄາ, ວາງຄວາມຕັດສິນໃຈແກ້ໄຂກໍລະນີ ທີ່ເກີດຂຶ້ນທັນສະພາບການ, ຖືກຕ້ອງ ແລະ
ຊັດເຈນ, ຮັບປະກັນ ຄວາມສະຫງົບປອດໄພ, ເອົາໃຈໃສ່ຊີ້ນໍາ-ນໍາພາ ວຽກງານຫັນກໍາລັງລົງກໍ່ສ້າງຮາກຖານການ ເມືອງຕິດພັນກັບການກໍ່ສ້າງບ້ານ-ກຸ່ມບ້ານພັດທະ
ນາ; ສ້າງບ້ານປ້ອມໝັ້ນສູ້ຮົບ, ກຸ່ມບ້ານ ສູ້ຮົບຕິດລຽນ ແລະ ພັດທະນາ ແນວຫຼັງຍຸດທະສາດ, ທັງເປັນກໍາລັງຫຼັກແຫຼ່ງແກ່ສົງຄາມປະຊາຊົນ, ເອົາໃຈໃສ່ການຊ່ວຍເຫຼືອ
ປະຊາຊົນກອບກູ້ໄພພິບັດ ທໍາມະຊາດ ແລະ ອື່ນໆ. ຮັບປະກັນເຮັດໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ປອດໄພ ໂດຍພື້ນ
ຖານ. ເອົາໃຈໃສ່ ຊີ້ນໍາ-ນໍາພາວຽກງານປັບປຸງກໍ່ສ້າງກໍາລັງໃຫ້ເຂັ້ມແຂງໃນທຸກດ້ານ, ຊີ້ນໍາກົມກອງຈັດຕັ້ງຮໍ່າຮຽນ, ອົບຮົມ-ຫັດແອບ (ການເມືອງ, ການທະຫານ ແລະ
ວິຊາສະເພາະ) ຕາມແຜນການອົບຮົມປະຈໍາປີ, ພົ້ນເດັ່ນແມ່ນໄດ້ ສົມທົບກັບກໍາລັງທ້ອງຖິ່ນຈັດຕັ້ງຊ້ອມຮົບອິນຊີແດງ, ອົບຮົມ-ຫັດແອບກອບກູ້ໄພພິບັດ ແລະ ອື່ນໆ
ເພື່ອຍົກລະດັບສະຕິຄວາມຕື່ນຕົວທາງດ້ານການເມືອງ, ວິຊາການ ແລະ ຄວາມຊໍານິຊໍານານທາງດ້ານສິລະປະຍຸດ-ຍຸດທະວິທີໃຫ້ສູງຂຶ້ນ, ພ້ອມກັນ ນັ້ນກໍໄດ້ເອົາໃຈ
ໃສ່ປັບປຸງລະບົບໂຮງຮຽນ, ປັບປຸງລະບຽບ ແບບແຜນຂອງກອງທັບ, ປັບປຸງລະບອບປະຈໍາການກຽມພ້ອມສູ້ຮົບຢ່າງເປັນລະບົບ-ເຂັ້ມງວດ, ເຮັດໃຫ້ຄຸນນະພາບການນໍາ
ພາ-ບັນຊາດີຂຶ້ນຢ່າງຕັ້ງໜ້າ ແລະ ການຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບຄົບຮອບ 70 ປີ ແລະ ການຊ້ອມຮົບລົດຕັງ ຮ່ວມລາວ-ຣັດເຊຍ ໄດ້ມີຜົນສໍາເລັດຢ່າງ
ຈົບງາມ, ເຮັດໃຫ້ ຊື່ສຽງ ແລະ ອິດທິພົນຂອງກອງທັບປະຊາຊົນລາວສູງເດັ່ນຂຶ້ນ ໃນເວທີສາກົນ ແລະ ພາກພື້ນ. ພ້ອມທັງໄດ້ເອົາໃຈໃສ່ປັບປຸງ ກໍ່ສ້າງພັກໃຫ້ປອດໃສ,
ເຂັ້ມແຂງ, ໜັກແໜ້ນທັງ 4 ດ້ານຢ່າງແຂງແຮງຄື: ດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ແບບແຜນ ນໍາພາເຮັດໃຫ້ລະບົບ ການຈັດຕັ້ງ ຢູ່ຮາກຖານພັກມີຄວາມ
ສະຫງົບ, ໃນແຕ່ລະປີໄດ້ມີການຊຸກຍູ້ຕິດຕາມກວດກາ-ຕີລາຄາ, ຈັດແບ່ງ ປະເພດຄຸນນະພາບຂອງພະນັກງານ-ສະມາຊິກພັກ, ຄະນະພັກຮາກຖານ, ໜ່ວຍພັກເປັນປົກ
ກະຕິ. ໄດ້ເປີດກອງປະຊຸມສະຫຼຸບ ຖອດຖອນບົດຮຽນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ກອງປະຊຸມມອບຮັບນາມມະຍົດໜ່ວຍພັກປອດໃສ ເຂັ້ມ
ແຂງ ໜັກແໜ້ນ ໃນແຕ່ລະປີສໍາເລັດຕາມແຜນການ ແລະ ນໍາພາຈັດຕັ້ງເຝິກອົບຮົມກົມກອງປອດໃສ, ປອດໄພ ແລະ ປອດຄະດີໃນທົ່ວອົງຄະນະ ພັກກົມໃຫຍ່ເສນາທິ
ການກອງທັບ. ປັດຈຸບັນມີ 1 ຄະນະພັກກົມໃຫຍ່ເສນາທິການກອງທັບ ແລະ 22 ຄະນະພັກຮາກຖານ, 127 ໜ່ວຍພັກ, ໃນນີ້ເປັນໜ່ວຍພັກ ຂຶ້ນກັບຄະນະພັກຮາກຖານ
96 ໜ່ວຍ, ໜ່ວຍພັກເອກະລາດ 31 ໜ່ວຍ, ສ້າງຕັ້ງຄະນະພັກຮາກຖານຂຶ້ນໃໝ່ 2 ຄະນະ, ໜ່ວຍພັກ 10 ໜ່ວຍ, ມີສະມາຊິກພັກທັງໝົດ 3.525 ສະຫາຍ, ຍິງ 709
ສະຫາຍ, ສໍາຮອງ 248 ສະຫາຍ, ຍິງ 72 ສະຫາຍ, ໃນ 5 ປີຜ່ານມາໄດ້ມອບ-ໂອນຄະນະພັກຮາກຖານ 3 ຄະນະ, ໜ່ວຍພັກເອກະລາດ 2 ໜ່ວຍ, ມີຈໍານວນສະມາຊິກ
ພັກໂອນທັງໝົດ 388 ສະຫາຍ, ຍົກຍ້າຍອອກ978 ສະຫາຍ, ເຂົ້າມາ 956 ສະຫາຍ, ໄດ້ຈັດຕັ້ງມອບບັດສະມາຊິກພັກ 4 ຄັ້ງ. ດ້ານຄຸນນະພາບຂອງ ສະມາຊິກພັກ: ມີ
ສະມາຊິກພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຈຳນວນ 2.980 ສະຫາຍ, ຍິງ 682 ສະຫາຍ ເທົ່າກັບ 84,5% ທຽບໃສ່ປີ 2015 ເພີ່ມຂຶ້ນ 920 ສະຫາຍ, ສະມາຊິກ
ພັກກາງ 342 ສະຫາຍ, ຍິງ 29 ສະຫາຍ ເທົ່າກັບ 9,8%, ສະມາຊິກພັກອ່ອນ 16 ສະຫາຍ, ບໍ່ໄດ້ແບ່ງ 207 ສະຫາຍ, ຍິງ 8 ສະຫາຍ ເທົ່າກັບ 5,8%, ດ້ານວຽກງານ
ຂະຫຍາຍພັກ: ປະຕິບັດຕາມກົດລະບຽບ ຂອງພັກຖືກຕ້ອງຕາມວຽກງານ ຂະຫຍາຍພັກ, ຖືເອົາຄຸນນະພາບເປັນກົກ, ເອົາປະລິມານເປັນສໍາຄັນ, ຄະນະພັກພວກເຮົາໄດ້:
ຈັດຕັ້ງຮຽນສະໜັບສະໜູນໃຫ້ ມະຫາຊົນຜູ້ກ້າວໜ້າໄດ້ 8 ຊຸດ ມີຈໍານວນເຂົ້າຮ່ວມ 1.666 ສະຫາຍ, ຍິງ 353 ສະຫາຍ, ໃນນີ້ ໄດ້ຄົ້ນຄວ້າມະຫາຊົນກ້າວໜ້າເຂົ້າພັກ
ໄດ້ 1.475 ສະຫາຍ ແລະ ສະເໜີ ເລື່ອນສໍາຮອງຂຶ້ນສົມບູນ 1.602 ສະຫາຍ. ຈາກນັ້ນ, ຜູ້ ແທນສົມບູນໄດ້ໃຊ້ສິດປະຊາທິ ປະໄຕຂອງຕົນປ່ອນບັດຄັດເລືອກ ເອົາຄະ
ນະພັກຊຸດໃໝ່ 15 ສະຫາຍ ເຊິ່ງກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະສັນເລືອກເອົາສະຫາຍ ພົນໂທ ສຸວອນ ເລືອງບຸນມີ ເປັນເລຂາຄະນະພັກ, ສະຫາຍ ພົນຕີ ຈັນ
ທອງ ສອນຕະອາດ ເປັນຮອງເລຂາຄະນະພັກ, ສະຫາຍ ພົນຕີ ປະສິດ ທ່ຽງທຳ ເປັນ ປະທານກວດກາພັກ ແລະ ເລືອກ ເອົາຄະນະປະຈຳພັກ 5 ສະຫາຍ ຄື: ສະຫາຍ ພົນໂທ
ສຸວອນ ເລືອງບຸນມີ, ສະຫາຍ ພົນຕີ ຈັນທອງ ສອນຕະອາດ, ສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ, ສະຫາຍ ພົນຕີ ປະສິດ ທ່ຽງທຳ, ສະຫາຍ ພັນເອກ ສົມພອນ ມິດຕະ
ພອນ ແລະ ອີກ 10 ສະຫາຍ ເປັນກຳມະການຄະນະພັກ. ພ້ອມນີ້ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກ ເອົາຜູ້ແທນສົມບູນໄປຮ່ວມກອງ ປະຊຸມໃຫຍ່ຂອງອົງຄະນະພັກ ຂັ້ນ
ເທິງໄດ້ຕາມລະດັບຄາດໝາຍ.

     ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ເນັ້ນໜັກໃຫ້ຄະນະພັກຊຸດໃໝ່ຕ້ອງເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍ ໃນຄະນະພັກ-ຄະນະບັນຊາຕິດ
ພັນກັບການເຊີດຊູນ້ໍາໃຈຮັກຊາດ, ສະຕິເປັນເຈົ້າຕົນເອງ, ຍົກສູງ ບົດບາດການນໍາພາຂອງພັກເຂົ້າ ໃນທຸກຂົງເຂດວຽກງານ, ສິ່ງສໍາຄັນແມ່ນປັບປຸງແບບແຜນວິທີເຮັດ
ວຽກຂອງຄະນະພັກໃຫ້ ມີການຫັນປ່ຽນໃໝ່ຕາມຫຼັກການຂອງພັກຢ່າງເຂັ້ມງວດ, ປະຕິບັດລະບອບດໍາເນີນຊີວິດພາຍໃນ, ວຽກງານກວດກາ ແລະ ວຽກງານປ້ອງກັນ
ພັກ-ພະນັກງານ ໃຫ້ເຂັ້ມງວດ ແລະ ເຮັດເປັນປະຈໍາ, ຖືເອົາການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເປັນປັດໄຈຕັດສິນຕິດ ພັນກັບການເຊີດຊູຄວາມເປັນ
ແບບຢ່າງຂອງຄະນະພັກ, ສະມາຊິກພັກ ຈຶ່ງຈະເຂັ້ມແຂງ ໜັກແໜ້ນ, ຕ້ອງເອົາໃຈໃສ່ສຶກສາອົບຮົມ ການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ສະມາຊິກພັກ, ນັກຮົບ
ເຊື່ອມຊຶມກໍາແໜ້ນແນວທາງ ປ່ຽນແປງໃໝ່ຂອງພັກ, ເຊື່ອມຊຶມ ກໍາແໜ້ນໜ້າທີ່ການເມືອງຂອງ ກອງທັບ, ມີຄວາມເຊື່ອໝັ້ນຕໍ່ອຸດົມການຂອງພັກ, ມີຄວາມຈົງ ຮັກພັກ
ດີຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ, ເຮັດໃຫ້ພະນັກງານ ນັກຮົບໄດ້ຮູ້, ມີຄວາມເອກອ້າງ ທະນົງໃຈຕໍ່ປະຫວັດສາດການ ຕໍ່ສູ້ມີໄຊ ແລະ ການເຄື່ອນໄຫວ ທີ່ສະຫງ່າອົງ
ອາດຂອງກອງທັບ ເຮົາ, ຕັ້ງໜ້າເສີມຂະຫຍາຍທາດແທ້ມູນເຊື້ອອັນດີງາມດັ່ງກ່າວ ໃຫ້ຈະເລີນງອກງາມ ແລະ ສູງເດັ່ນຂຶ້ນຢ່າງບໍ່ຢຸດຢັ້ງ. ພ້ອມນັ້ນ, ຕ້ອງມີສະຕິລະວັງ
ຕົວສູງຕໍ່ກົນ ອຸບາຍລ່ຽມລາຍຂອງສັດຕູ, ມີ ນ້ໍາໃຈເສຍສະຫຼະ, ອົດທົນຜ່ານຜ່າຂໍ້ຫຍຸ້ງຍາກ, ຕັ້ງໜ້າສະກັດ ກັ້ນ ແລະ ແກ້ໄຂປາກົດການຫຍໍ້ທໍ້ຕ່າງໆພາຍໃນພັກ ແລະ
ກົມກອງ ໃຫ້ໝົດໄປ. ສືບຕໍ່ປະຕິບັດ ຍຸດທະສາດຫັນລົງກໍ່ສ້າງຮາກຖານການເມືອງຕິດພັນກັບການ ພັດທະນາຊົນນະບົດຮອບດ້ານ ແລະ ແກ້ໄຂຄວາມຫຍຸ້ງຍາກຂອງ
ປະຊາຊົນ ຕາມ 4 ເນື້ອໃນ 4 ຄາດໝາຍ ແລະ ມະຕິ 3 ສ້າງ ທີ່ ກົມການເມືອງສູນກາງພັກວາງອອກ ໂດຍສົມທົບກັບອໍານາດການປົກຄອງທ້ອງຖິ່ນໂຄສະນາ ແນວທາງ
ແຜນນະໂຍບາຍຂອງ ພັກ, ປັບປຸງຮາກຖານການເມືອງ, ສ້າງທ່າສະໜາມສົງຄາມປະຊາຊົນ 3 ຂັ້ນ, ຊ່ວຍເຫຼືອປະຊາຊົນ ພັດທະນາເສດຖະກິດ, ວັດທະນະທໍາ-ສັງຄົມ,
ແກ້ໄຂບັນດາໜໍ່ແໜງຄວາມ ບໍ່ສະຫງົບໂດຍສະເພາະເຂດຊາຍແດນ, ເຂດຫ່າງໄກສອກຫຼີກ ເພື່ອເຮັດໃຫ້ສະພາບ ໃນທົ່ວປະເທດມີຄວາມສະຫງົບໂດຍພື້ນຖານ. ພ້ອມ
ກັນນັ້ນ ຕ້ອງເສີມຂະຫຍາຍສາຍພົວພັນລະຫວ່າງກອງທັບກັບປະຊາຊົນຄືປາກັບນ້ໍາ, ປະຕິບັດ 3 ໜ້າທີ່ 4 ການພົວພັນ, ເຊິ່ງກອງທັບ ເຮົາຕ້ອງໄດ້ເຮັດເປັນປະຈໍາ ແລະ
ປົກກະຕິເພາະວ່າກອງທັບແມ່ນກອງທັບປະຊາຊົນລາວຕັ້ງໜ້າປ້ອງກັນບັນດາເປົ້າໝາຍທີ່ສໍາຄັນ, ວັນສໍາຄັນຕ່າງໆຂອງພັກ-ຂອງຊາດໃຫ້ມີຄວາມປອດໄພ 100%.