ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສປປ ລາວ ພົບຜູ້ຕິດເຊື້ອພະຍາດໂຄວິດໃໝ່ 28 ກໍລະນີ


     ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິຕໍ່ກະຊວງສາທາລະນະສຸກ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ
ການລະບາດຂອງພະຍາດ COVID-19, ໄດ້ລາຍງານປະຈໍາ ວັນທີ 7 ພຶດສະພາ 2021 ນີ້ ກ່ຽວກັບພະຍາດໂຄວິດ-19 (COVID-19)ວ່າ: ສຳລັບ ສປປ
ລາວ ມາຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ 1,205 ຄົນ (ໃໝ່ 28), ບໍ່ມີຜູ້ເສຍຊີວີດ, ປິ່ນປົວຫາຍດີ 122 ຄົນ, ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ ທີ່
ຄະນະສະເພາະກິດ ກຳນົດໄວ້ ແຕ່ລະແຂວງຈຳນວນ 1,083 ຄົນ, ລາຍລະອຽດດັ່ງນີ້: ຢູ່ນະຄອນຫຼວງວຽງຈັນ 593 ຄົນ, ແຂວງຈໍາປາສັກ 173 ຄົນ,
ແຂວງສາລະວັນ 11 ຄົນ, ແຂວງບໍ່ແກ້ວ 211 ຄົນ, ແຂວງສະຫວັນນະເຂດ 39 ຄົນ, , ແຂວງວຽງຈັນ 17 , ແຂວງຄຳມ່ວນ 1 ຄົນ, ແຂວງບໍລິຄຳໄຊ 2
ຄົນ, ແຂວງຊຽງຂວາງ 1 ຄົນ, ແຂວງເຊກອງ 1 ຄົນ ແລະ ແຂວງອຸດົມໄຊ 9 ຄົນ.

     ໃນວັນທີ 6 ພຶດສະພາ ນີ້ ທົ່ວປະເທດມີຜູ້ເດີນທາງເຂົ້າມາ ທັງໝົດ 2,254 ຄົນ: ຢູ່ຈຸດຜ່ານດ່ານ ລາວ - ໄທ ທັງໝົດ 1,267 ຄົນ; ຈຸດຜ່ານດ່ານ
ລາວ - ຈີນ ທັງໝົດ 84 ຄົນ; ຈຸດຜ່ານດ່ານ ລາວ - ຫວຽດນາມ ທັງໝົດ 851 ຄົນ; ຈຸດຜ່ານສະໜາມບິນສາກົນວັດໄຕ ທັງໝົດ 52 ຄົນ, ທຸກຄົນທີ່
ເຂົ້າມາທາງຈຸດຜ່ານດ່ານ ໃນມື້ວານນີ້ ແມ່ນໄດ້ຜ່ານການວັດແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາ
ກວດຫາເຊື້ອ COVID-19, ນໍາສົ່ງໄປຈໍາກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້. ປັດຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ ທັງ
ໝົດ 50 ສູນ, ມີຜູ້ຈຳກັດບໍລິເວນທັງໝົດ 3,416 ຄົນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 07/05/2021