ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະສະເພາະກິດ ກະຊວງປ້ອງກັນປະເທດ
ເຄື່ອນໄຫວຊຸກຍູ້ການປ້ອງກັນ ພະຍາດໂຄວິດ-19 ຢູ່ ແຂວງຈໍາປາສັກ


     ໃນວັນທີ 7 ພຶດສະພາ 2021 ນີ້, ຄະນະສະເພາະກິດ ກະຊວງປ້ອງກັນປະເທດ ໄດ້ເຄື່ອນໄຫວ ຊີ້ນໍາ-ຊຸກຍູ້ ການປ້ອງກັນ ແລະ ສະກັດກັ້ນພະຍາດໂຄ
ວິດ-19 ກໍາລັງທ້ອງຖິ່ນແຂວງຈໍາປາສັກ ຢູ່ກອງບັນຊາການທະຫານແຂວງຈໍາປາສັກ. ເຊີ່ງນໍາໂດຍສະຫາຍ ພົນຕີ ວົງຄໍາ ພົມມະກອນ ກໍາມະການສູນກາງ
ພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ທັງເປັນຫົວໜ້າຄະນະສະເພາະກິດຂອງກະຊວງປ້ອງກັນປະເທດພ້ອມຄະນະຜູ້ຊ່ຽວຊານທາງດ້ານການແພດ
ຈໍານວນໜື່ງ ໂດຍມີສະຫາຍ ພົນຈັດຕະວາ ສຸໄກ ພິມມະສານ ຄະນະປະຈໍາພັກແຂວງ ຫົວໜ້າການທະຫານກອງບັນຊາການທະຫານແຂວງຈໍາປາສັກ ທັງ
ເປັນຫົວໜ້າຄະນະສະເພາະກິດທະຫານແຂວງ, ກອງພັນໃຫ່ຍ 645 ກອງພົນທີ 5, ໂຮງຮຽນ ຄະນະນໍາຄະນະສະເພາະກິດກໍ່ສ້າງນາຍສິບເລກ 2 ວຽງໄຊ
ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

     ໃນໂອກາດດັ່ງກ່າວ, ຄະນະນໍາກໍຄືຄະນະນໍາສະເພາະກິດ ແຕ່ລະກົມກອງທີ່ເຂົ້າຮ່ວມ ໄດ້ລາຍງານສະພາບການແຜ່ລະບາດ ຂອງພະຍາດໂຄວິດ-19 ໃນ
ທ້ອງຖິ່ນແຂວງຈໍາປາສັກທີ່ສົ່ງຜົນກະທົບຫລາຍດ້ານຕໍ່ການພັດທະນາເສດຖະກິດ-ສັງຄົມພາຍໃນແຂວງຈໍາປາສັກໃຫ້ເກີດມີຄວາມຫຍຸ້ງຍາກສັບສົນຫລາຍ
ສົມຄວນ ແລະ ໄດ້ກ່າວລາຍງານເຖີງການເຄື່ອນໄຫວປ້ອງກັນຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ ໃນກົມກອງຂອງຕົນໃຫ້ຄະນະສະເພາະກິດກະ
ຊວງປ້ອງກັນປະເທດໄດ້ຮັບຊາບລາຍລະອຽດ ເປັນຕົ້ນແມ່ນການປະກອບສ່ວນສໍາຄັນຂອງກໍາລັງແຮງຕົ້ນຕໍໃນການປ້ອງກັນເວນຍາມຢູ່ບັນດາຈຸດສໍາຄັນຄະ
ນະສະເພາະກິດຂັ້ນແຂວງໄດ້ກໍານົດເອົາໄວ້ ນັບແຕ່ວັນທີ 23 ພຶດສະພາ ເປັນຕົ້ນມາຮອດປະຈຸບັນ ເພື່ອກວດກາ ຄັດກອງຈໍາກັດ ຄົນເຂົ້າ-ອອກ ລະຫວ່າງ
ແຂວງຕໍ່ແຂວງ ເມືອງຕໍ່ເມືອງ ບ້ານຕໍ່ບ້ານຢ່າງເຂັ້ມງວດ ເພື່ອປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໃນທ້ອງຖິ່ນແຂວງຈໍາປາ
ສັກ ກໍຄືສັງຄົມບໍ່ໃຫ້ແຜ່ລະບາດອອກໄປເປັນວົງກວ້າງ.

     ໂອກາດນີ້ສະຫາຍ ພົນຕີ ວົງຄໍາ ພົມມະກອນ ໄດ້ຊີ້ນໍາຄະນະສະເພາະກິດທຸກຂັ້ນໃຫ້ແຕ່ລະກົມກອງຈົ່ງຍົກສູງຄວາມຮັບຜິດຊອບເອົາໃຈໃສ່ມີສະຕິລະ
ວັງຕົວສູງໃນການຈັດຕັ້ງປະຕິບັດວຽກງານການລົງເຄື່ອນໄຫວໂຄສະນາສືກສາອົບຮົມພໍ່ແມ່ປະຊາຊົນທີ່ຍັງຂາດການປະຕິບັດຕໍ່ມະຕິຄໍາສັ່ງດັ່ງກ່າວທີ່ຂັ້ນເທີງ
ໄດ້ວາງອອກຢ່າງເຂັ້ມງວດ ແລະ ໃຫ້ມີຜົນສໍາເລັດສູງສຸດ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 10/05/2021