ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຢ້ຽມຢາມໂຄງການ
ກໍ່ສ້າງຄ້າຍຄຸມຂັງທັນສະໄໝ ແຂວງ ຈໍາປາສັກ


ສະຫາຍ ພົນໂທ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ
ລົງເຄື່ອນໄຫວຢ້ຽມຢາມ ໂຄງການກໍ່ສ້າງຄ້າຍຄຸມຂັງທັນສະໄໝ ແຂວງ ຈໍາປາສັກ

     ວັນທີ 19 ມີນາ 2021, ສະຫາຍ ພົນໂທ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໄດ້
ລົງເຄື່ອນໄຫວຢ້ຽມຢາມ ໂຄງການກໍ່ສ້າງຄ້າຍຄຸມຂັງທັນສະໄໝ ແຂວງ ຈໍາປາສັກ, ໂດຍມີ ທ່ານ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ, ເລຂາຄະນະ
ບໍລິຫານງານພັກແຂວງ ເຈົ້າແຂວງ ຈໍາປາສັກ, ມີຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງ ຈໍາປາສັກ ແລະ ພາກສ່ວນ ທີ່ກ່ຽວຂ້ອງ
ຈາກສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.

     ທ່ານ ພຶດສະພາ ພູມມະສັກ ຕາງໜ້າໃຫ້ ບໍລິສັດ ນໍຣິນໂກ ແລະ ບໍລິສັດ ເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງຈໍາກັດຜູ້ດຽວຜູ້ດໍາເນີນໂຄງການກໍ່ສ້າງ
ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການກໍ່ສ້າງລະບົບຄ້າຍຄຸມຂັງທັນສະໄໝ ແມ່ນໄດ້ຈັດຕັ້ງປະຕິບັດໄລຍະທີ I, ໄດ້ເລີ່ມກໍ່ສ້າງມາແຕ່ ເດືອນ ກຸມພາ ປີ 2019 ຈົນ
ຮອດປັດຈຸບັນ. ມູນຄ່າກໍ່ສ້າງທັງໝົດຂອງໂຄງການສະເພາະໄລຍະທີ 01 ແມ່ນ 175 ຕື້ກວ່າກີບ ຫຼື ເທົ່າກັບ 21.188.910 ໂດລາ ມີລະບົບຮັກສາຄວາມ
ປອດໄພ, ລະບົບສູນບັນຊາການ, ຫ້ອງຕິດຕາມການເຄື່ອນໄຫວ, ລະບົບ speaker ຫ້ອງນັກໂທດ, ລະບົບສຽງ ແລະ ກ້ອງວົງຈອນ ພາຍນອກອາຄານ.
ແລະ ອາຄານນັກໂທດຍິງມີຫ້ອງ ຂັງດ່ຽວ 8 ຫ້ອງ, ຫ້ອງຂັງລວມ 16 ຫ້ອງ, 22 ຄົນຕໍ່ຫ້ອງ, ສາມາດບັນຈຸໄດ້ 400 ຄົນ; ອາຄານນັກໂທດຊາຍມີຫ້ອງ
ຂັງດ່ຽວ 8 ຫ້ອງ, ຫ້ອງຂັງລວມ 48 ຫ້ອງ, 22 ຄົນຕໍ່ຫ້ອງ, ສາມາດບັນຈຸໄດ້ 1.064 ຄົນ ແລະ ອາຄານນັກໂທດຕະຫຼອດຊີວິດມີ ຫ້ອງຂັງ ດ່ຽວ 4 ຫ້ອງ,
ຫ້ອງຂັງລວມ 6 ຫ້ອງ, 25 ຄົນຕໍ່ຫ້ອງ, ສາມາດ ບັນຈຸໄດ້ 154 ຄົນ; ອາຄານນັກໂທດພິເສດມີ ຫ້ອງຂັງດ່ຽວ 4 ຫ້ອງ, ສາມາດບັນຈຸ 4 ຄົນ. ສະເພາະໄລ
ຍະທີ 01 ສາມາດບັນຈຸນັກໂທດໄດ້ 1.622 ຄົນ, ແລະ ມີທັງໝົດ 28 ກິດຈະກໍາ. ສ່ວນຄວາມຄືບໜ້າຂອງໜ້າວຽກ ມາຮອດປັດຈຸບັນສໍາລັບໂຄງສ້າງ
ແມ່ນສໍາເລັດ 96,18%; ໜ້າວຽກລະບົບຮັກສາຄວາມປອດໄພ ແມ່ນຈະເລີ່ມຕິດຕັ້ງພາຍໃນຕົ້ນ ເດືອນ ເມສາ 2021 ຄາດກະຈະໃຫ້ສໍາເລັດ ໃນທ້າຍ
ເດືອນ ພຶດສະພາ 2021.

     ສະຫາຍ ພົນໂທ ວິໄລ ຫຼ້າຄໍາຟອງ ກໍໄດ້ສໍາຫຼວດກວດກາບັນດາໜ້າວຽກຂອງໂຄງການ ແລະ ມີຄໍາເຫັນຊີ້ນໍາຢ່າງໃກ້ຊິດ ໃນການຈັດຕັ້ງປະຕິບັດໂຄງ
ການກໍ່ສ້າງຄ້າຍຄຸມຂັງທັນສະໄໝ ແຂວງ ຈໍາປາສັກ ເພື່ອໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້.