ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫຼຸບການ​ຮ່ວມ​ມື​ກວດ​ກູ້​ທຳລາຍ​ລະ​ເບີດ​ບໍ່​ທັນ​ແຕກລະຫວ່າງ
ກອງທັບປະຊາຊົນລາວ ກັບ ກໍາລັງປະກອບອາວຸດ ແຫ່ງ ສ ຣັດເຊຍ


ພິທີສະຫຼຸບຜົນການຮ່ວມມືກວດກູ້ແລະທໍາລາຍລບຕລະຫວ່າງກອງທັບປະຊາຊົນລາວກັບກໍາລັງປະກອບອາວຸດແຫ່ງສຣັດເຊຍ

     ໃນວັນທີ 26 ມີນາ 2021, ພາຍຫຼັງສໍາເລັດການຢ້ຽມຢາມສະໝາມກວດກູ້ລະເບີດບໍ່ທັນແຕກ (ລບຕ) ພ້ອມທັງສັງເກດການທໍາລາຍ ລບຕ ທີ່ສະ
ໜາມທຳລາຍຂອງກອງພັນໃຫຍ່ 702, ບັນດາຜູ້ແທນໄດ້ສືບຕໍ່ເຂົ້າຮ່ວມພິທີສະຫຼຸບຜົນການຮ່ວມມືກວດກູ້ ແລະ ທໍາລາຍ ລບຕ ລະຫວ່າງກອງທັບ ປະ
ຊາຊົນລາວ ກັບ ກໍາລັງປະກອບອາວຸດ ແຫ່ງ ສ ຣັດເຊຍ ທີ່ສະໜາມບິນທົ່ງໄຫຫີນ ແຂວງ ຊຽງຂວາງ ປະຈໍາສົກປີ 2020-2021 ເຊິ່ງຈັດຂຶ້ນທີ່ຫ້ອງປະຊຸມ
ໂຮງແຮມຊຽງຂວາງວິວ, ໂດຍການເປັນປະທານຮ່ວມຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກ
ລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ວາລາດີເມຍ ກາລີນິນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ
ແຫ່ງ ສ. ຣັດເຊຍ ປະຈໍາ ສປປ ລາວ, ມີ ສະຫາຍ ບຸນຈັນ ສີວົງພັນ ກໍາມະການສູນກາງພັກ ເຈົ້າແຂວງໆ ຊຽງຂວາງ, ບັນດາຄະນະນໍາກະຊວງ, ຜູ້ຕາງໜ້າ
ຈາກ 4 ກົມໃຫຍ່, ຫ້ອງວ່າການ ກະຊວງປ້ອງກັນປະເທດ, ທີ່ປຶກສາການທູດຝ່າຍທະຫານ ແຫ່ງ ສ ຣັດເຊຍ ປະຈໍາ ສປປ ລາວ, ຄະນະປົກຄອງແຂວງ,
ແຂກຖືກເຊີນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

     ສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າ ຫ້ອງການກົມໃຫຍ່ເສນາທິການກອງທັບ ຕາງໜ້າຄະນະຮັບຜິດຊອບວຽກງານ ການຮ່ວມມືໄດ້
ລາຍງານຜົນສໍາເລັດ ວຽກງານຮອບດ້ານໃນການຮ່ວມມືກັບກໍາລັງປະກອບອາວຸດ ແຫ່ງ ສ ຣັດເຊຍ ກວດກູ້ ແລະ ທໍາລາຍ ລບຕ ທີ່ສະໜາມບິນທົ່ງໄຫ
ຫີນ ແຂວງຊຽງ ຂວາງ ໃຫ້ຮູ້ວ່າ: ຜ່ານການຮ່ວມມືປະຕິບັດງານພາກສະໜາມກວດກູ້ ແລະ ທໍາລາຍ ລບຕ ເລີ່ມແຕ່ ວັນທີ 05 ທັນວາ 2020-25 ມີນາ
2021 ໃນບໍລິເວນເນື້ອທີ່ໄດ້ຮັບການຢັ້ງຢືນເປັນພື້ນທີ່ສໍາເລັດການກວດກູ້ ລບຕ ທັງໝົດ 34.757 ຕາແມັດ (3,47 ເຮັກຕາ) ກວດກູ້ ລບຕ ໄດ້ 1.003
ໜ່ວຍ, ສະເກັດລະເບີດ 420.850 ຊິ້ນສ່ວນ ແລະ ເສດໂລຫະຕ່າງໆ 535.700 ຊິ້ນສ່ວນ; ວຽກງານການທໍາລາຍ ລບຕ ໄດ້ຮ່ວມກັບເພື່ອນ ຣັດເຊຍ
ແລກປ່ຽນປະສົບການ ແລະ ບົດຮຽນໃນການທໍາລາຍ ລບຕ ທີ່ກວດພົບ, ຈໍານວນທີ່ບໍ່ສາມາດເຄື່ອນຍ້າຍໄປທໍາລາຍບ່ອນອື່ນ ໄດ້ເປັນຕົ້ນແມ່ນບົມບີ
ແລະ ລະເບີດບາງຊະນິດໄດ້ວາງແຜນ ແລະ ທໍາລາຍກັບທີ່ຈໍານວນ 421 ແລະ ເຄື່ອນຍ້າຍ ລບຕ ຊະນິດທີ່ມີຄວາມສ່ຽງຕໍ່າ ໄປທໍາລາຍ ໃນມື້ນີ້ຈໍານວນ
582 ໜ່ວຍ.

     ຄຽງຄູ່ກັບການກວດກູ້ ແລະ ທໍາລາຍ ລບຕ ກອງກວດກູ້ລະເບີດ ກໍລັງປະກອບອາວຸດ ແຫ່ງ ສ ຣັດ ເຊຍ ໄດ້ແຕ່ງຕັ້ງຄູເຝິກ 4 ສະຫາຍ ຈັດຕັ້ງເຝິກ
ອົບຮົມວຽກງານ ກວດກູ້ ລບຕ 1 ຊຸດ ໃຫ້ກໍາລັງ ເຫຼົ່າຮົບຊ່າງແສງ ກອງທັບປະຊາຊົນລາວ ຈໍານວນພົນເຂົ້າຮ່ວມ 30 ສະຫາຍ ( ຮຽນພາກທິດສະດີ-ຫຼັກ
ການ 96 ຊົ່ວໂມງ ແລະ ພາກປະຕິບັດຕົວຈິງ 36 ຊົ່ວໂມງ) ວິຊາຮຽນມີ ວິຊາວັດຖຸລະເບີດ ແລະ ວິທີແກ້ໄຂ, ວິຊາອຸປະກອນການກວດກູ້ລະເບີດ ແລະ
ຊຸດປ້ອງກັນຄວາມປອດໄພ, ວິຊາກວດກູ້ລະເບີດເພື່ອມະນຸດສະທໍາ, ວິຊາແຊມກາຍ ແລະ ລະບົບຂຸມຄອງຜ່ານການເຝິກອົບຮົມສາມາດຕີລາຄາຄວາມຮັບ
ຮູ້ ຄື: ເກັ່ງ 15 ສະຫາຍ ແລະ ດີ 15 ສະຫາຍ.

     ພົນເອກ ຈັນສະໝອນ ຈັນຍາລາດ ພ້ອມດ້ວຍຄະນະ ແລະ ສະຫາຍ ວາລາດີເມຍ ກາລີນິນ ໄດ້ຕາງໜ້າການນໍາຂອງທັງສອງຝ່າຍຜັດປ່ຽນກັນປະດັບ
ຫຼຽນໄຊພິລະອາດຫານ, ຫຼຽນກາມິດຕະພາບ ຂອງສອງ ກະຊວງປ້ອງກັນປະເທດ ຕາມລໍາດັບຄື: ປະດັບຫຼຽນໄຊພິລະອາດຫານຊັ້ນ III ຈໍານວນ 27 ໜ່ວຍ
ແລະ ປະດັບຫຼຽນກາມິດຕະພາບ ກອງທັບປະຊາຊົນລາວ ຈໍານວນ 10 ໜ່ວຍ ໃຫ້ນາຍ ແລະ ພົນທະຫານ ກໍາລັງປະກອບອາວຸດ ແຫ່ງ ສ ຣັດເຊຍ ແລະ ປະ
ດັບຫຼຽນກາມິດຕະພາບກອງກໍາລັງປະກອບອາວຸດແຫ່ງ ສ ຣັດເຊຍ ຈໍານວນ 22 ໜ່ວຍ ໃຫ້ນາຍ ແລະ ພົນທະຫານ ກອງທັບປະຊາຊົນລາວຢ່າງສົມກຽດ.