
|
ປາກິດສະຖານ ໄດ້ຮັບເຄື່ອງບິນສູ້ຮົບ 6 ລຳ ທຳອິດຈາກ ສປ ຈີນ
ສຳນັກຂ່າວເຈມ 360 ລາຍງານໃນ ວັນທີ 1 ເມສາ ນີ້ ວ່າ: ກອງທັບອາກາດຂອງ
ປາກິດສະຖານ ໄດ້ຮັບເຄື່ອງບິນສູ້ຮົບລຸ້ນ J-10, ເຊິ່ງ ກອງທັບ ປາກິດສະຖານ ໄດ້
ຕົກລົງເຊັນສັນຍາ ຊື້ຈາກ ສປ ຈີນ ພິທີສົ່ງ-ມອບ ໃນຄັ້ງນີ້, ຖືເປັນຈຸດເລີ່ມຕົ້ນຂອງ
ຄວາມອາດສາມາດທາງອາກາດ ໃນການປ້ອງກັນນ່ານຟ້າຂອງປະເທດ ຕົນເພາະວ່າ
ນີ້ແມ່ນ 6 ລຳ ທຳອິດຈາກການທີ່ສັ່ງຊື້ທັງໝົດ 36 ລຳ
(ກປທ) (ອ່ານຕໍ່............) |

|
ລະບົບເອເລັກໂຕຣນິກທາງທະຫານຂອງຣັດເຊຍມີປະສິດທິຜົນໃນການສູ້ຮົບ
ໜັງສືພິມກອງທັບປະຊາຊົນ ຫວຽດນາມໃຫ້ຮູ້ວ່າ: ຣັດເຊຍ ໃນຖານະທີ່ເປັນປະ
ເທດ ພັດທະນາທາງດ້ານເຕັກໂນໂລຊີການທະຫານ, ສະນັ້ນມັນບໍ່ເປັນເລື່ອງແປກໃຈ
ທີ່ ຣັດເຊຍ ຈະເປັນຜູ້ນຳ ໃນຂະແໜງການເອເລັກໂຕຣນິກ ທາງທະຫານ ທີ່ທັນສະໄໝ
ກວ່າໝູ່ໃນໂລກ.
(ກປທ) (ອ່ານຕໍ່............) |

|
ກອງທັບຍີ່ປຸ່ນ ໄດ້ຮັບເຮືອ ກຳປັ່ນຕິດຕັ້ງຂີປະນາວຸດນຳວິຖີ
ສຳນັກຂ່າວເຈມ ລາຍງານ ໃນວັນທີ 25 ມີນາ: ລັດຖະມົນຕີກະຊວງປ້ອງກັນປະ
ເທດ ຍີ່ປຸ່ນ ຫຼື ກອງກຳລັງປ້ອງກັນຕົວເອງ ໃຫ້ຮູ້ວ່າ: ກອງທັບເຮືອ ຂອງຍີ່ປຸ່ນ ໄດ້ຮັບ
ເຮືອກຳປັ່ນຕິດຕັ້ງຂີປະນາວຸດນຳວິຖີຈຳນວນໜຶ່ງລຳ.
(ກປທ) (ອ່ານຕໍ່............) |

|
ຂີປະນາວຸດໄຮເປີ ໂຊນິກຂອງຣັດເຊຍ ທີ່ມີອະນຸພາບທຳລາຍລ້າງສູງ
ຫຼາຍຄົນອາດຈະຮູ້ຈັກເຖິງ ປະສິດທິພາບ ແລະ ອະນຸພາບ ຄວາມເຂັ້ມແຂງທາງ
ດ້ານການທະຫານ ຂອງກອງທັບ ຣັດເຊຍ ໂດຍປັດຈຸບັນນີ້ ກອງທັບ ຣັດເຊຍ ໄດ້ພັດ
ທະນາລະບົບອາວຸດ, ຂີປະນາວຸດທີ່ທັນສະໄໝ ຫຼາຍປະເພດ ໜຶ່ງໃນນັ້ນກໍຄື ຂີປະນາ
ວຸດ ໄຮເປີ ໂຊນິກ ທີ່ຖືກຂະໜາດນາມວ່າເປັນອາວຸດ ທີ່ມີອະນຸພາບ
(ກປທ) (ອ່ານຕໍ່............) |

|
ອິນເດຍ ນຳເອົາລະບົບປ້ອງກັນໄພທາງອາກາດ S-400 ເຂົ້າປະຈຳການ
ໃນກອງທັບ
ຕາມການລາຍງານຂອງສໍານັກຂ່າວ ຊິນຮ່ວາ ໃຫ້ຮູ້ວ່າ: ພາຍຫຼັງກອງທັບ ອິນເດຍ
ໄດ້ຮັບລະບົບລູກສອນໄຟປ້ອງກັນອາກາດແບບ S-400 ຈາກ ຣັດເຊຍ ເມື່ອປີທີ່ແລ້ວ
ພາຍໃຕ້ສົນທິສັນຍາການຮ່ວມມືທາງການທະຫານ ຫຼ້າສຸດກອງທັບອາກາດ ອິນເດຍ
ໄດ້ນຳໃຊ້ລະບົບປ້ອງກັນໄພທາງອາກາດແບບ S-400
(ກປທ) (ອ່ານຕໍ່............) |

|
ຍີ່ປຸ່ນ ນຳເຮືອດຳນ້ຳໃໝ່ ເຂົ້າປະຈຳການໃນກອງທັບ
ກອງກໍາລັງປ້ອງກັນຕົນເອງທາງທະເລຂອງ ຍີ່ປຸ່ນ ໄດ້ຈັດພິທີນໍາເຮືອດໍານໍ້າໂຈມຕີ
ລຸ້ນ Taigei ເຂົ້າປະຈໍາການໃນກອງທັບເຮືອ ເປັນລໍາທໍາອິດທີ່ນໍາເຂົ້າປະຈໍາການ ເຊິ່ງ
ເຮືອດໍານໍ້າລຸ້ນນີ້ແມ່ນ ມີໄລຍະປະຕິບັດການຢູ່ໃນນໍ້າໄດ້ດີກວ່າລຸ້ນທີ່ເຄີຍປະຈໍາການ
ໃນກອງທັບຕົນມາກ່ອນ.
(ກປທ) (ອ່ານຕໍ່............) |