ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມາເລເຊຍ ຈັດສະແດງປືນຄົກອັດຕາຈອນທີ່ຕິດຕັ້ງໃສ່ລົດຫຸ້ມເກາະ

     ມາເລເຊຍ ຈັດສະແດງປືນຄົກອັດຕາຈອນ AV8 Gempita 8x8 ທີ່ຕິດຕັ້ງໃສ່ລົດຫຸ້ມເກາະລໍາລຽງພົນ 8x8 ລຸ້ນຫຼ້າສຸດຂອງ ກອງທັບ ມາເລເຊຍ
ຜະລິດໂດຍບໍລິສັດ Deftech ຂອງມາ ເລເຊຍ, ເຊິ່ງມີພື້ນຖານມາຈາກ ລົດຫຸ້ມເກາະຕີນລົດຄືລຸ້ນ PARS 8×8 ຂອງບໍລິສັດ FNSS ປະເທດ ຕວກກີ.

     ສຳລັບລົດລຸ້ນນີ້ຖືກຜະລິດຂຶ້ນມາຕັ້ງແຕ່ປີ 2014 ໂດຍໃສ່ລະຫັດ 257 ນຳໃຊ້ເຄື່ອງຈັກກາຊວນ, ມີນໍ້າໜັກລວມປະມານ 28-30 ໂຕນ, ມີລວງ
ຍາວ 8 ແມັດ, ສູງ 2,17 ແມັດ, ກວ້າງ 2,7 ແມັດ, ສາມາດບັນທຸກພົນທະຫານໄດ້ 14 ຄົນ, ສາມາດແລ່ນໃນຄວາມໄວສູງສຸດໄດ້ 100 ກິໂລແມັດ
ທາງບົກ ແລະ 6 ກິໂລແມັດທາງນໍ້າ. ດ້ານອາວຸດມີປືນຄົກຂະໜາດ 30 ມມ ທີ່ສາມາດໜູນໄດ້ 360 ອົງສາ ແລະ ຫຼ້າສຸດໄດ້ຮັບ ການປັບປຸງຫຼາຍຈຸດ
ໂດຍມີການຕິດຕັ້ງລູກສອນໄຟຕໍ່ຕ້ານລົດຕັງ ແລະ ລະບົບກວດຈັກເຊັນເຊີທີ່ທັນສະໄໝ ເພື່ອໃຫ້ສອດຄອງກັບສະພາບການໃນປັດຈຸບັນ.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 19/04/2022