ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບ​ອົດ​ສະ​ຕຣາ​ລີ ມີ​ແຜນ​ສັ່ງ​ຊື້ລະບົບ ​ຈະ​ຫຼວດຈາກ​​ສະຫະລັດ​ເພີ່ມ

 


     ຕາມ​ການ​ລາຍ​ງານ​ຂອງ​ເວັບ​ໄຊ​​ທ໌​ການ​ທະຫານ​ໂດຍ​ອ້າງ​ຂໍ້​ມູນ​ຈາກ​ອົດ​ສະ​ຕຣາ​ລີ​ວ່າ: ປະເທດ​ອົດ​ສະ​ຕຣາ​ລີ​ຈະ​ໃຊ້​ງົບປະມານ​ປະມານ 700 ລ້ານ​ໂດ​ລາ​ສະຫະ ລັດ​ໃນ​ ການ​ຈັດ​ຊື້​ເຄື່ອງ​ຍິງ​ຈະ​ຫຼວດ​ລະບົບ M-142 HIMARS (ລະ ບົບ​ຈະ​ຫຼວດ​ທີ່​ຕິດ​ຕັ້ງ​ຢູ່​ເທິງ​ລົດ​ບັນທຸກ​ທີ່​ຂັບ​ເຄື່ອນ​ດ້ວຍ 6 ລໍ້ ​ແລະ ​ມີ​ຄວາມ​ຄ່ອງ​ຕົວ​ສູງ)ຈຳນວນ 20 ຊຸດ ໂດຍ​ມີ​ແຜນທີ່​ຈະ​ ເຂົ້າ​ປະຈຳການ​ໃນ​ປີ 2026 ແລະ​ອາວຸດ​ປ່ອຍ​ນຳ​ວິຖີ​ຈຳນວນ​ໜຶ່ງ​ເຊິ່ງ​ຈະ​ຖືກ​ຕິດ​ຕັ້ງ​ຢູ່​ເທິງ​ເຮືອ​ຮົບ ທີ່​ຈະ​ມາ​ແທນ​ອາວຸດ​ປ່ອຍ​ນຳ​ວິຖີ​ລຸ້ນ​ເກົ່າ​ສຳລັບ​ຕໍ່ຕ້ານ ​ເຮືອ​ດຳ​ນ້ຳ​ແບບ Harpoon. M-142 HIMARS ເປັນ ​​ຈະຫຼວດ​ຫຼາຍ​ລຳ​ກ້ອງ​ທີ່​ສະຫະ ລັດ​ອາ​ເມ​ຣິ​ກາ​ພັດທະນາ​ຂຶ້ນ​ໃນ​ປີ 1990 ໃຫ້​ກັບ​ກອງທັບ​ບົກ, ສຳລັບ​ຈະ​ຫຼວ​ດລຸ້ນ​ ນີ້​ຈະ​ມີ 6 ລູກ ຕໍ່​ໜຶ່ງ​ຊຸດ​ຍິງ ຄວາມ​ພິເສດ​ຂອງ ​ລະບົບ​ຈະ​ຫຼວ​ດລຸ້ນ​ນີ້​ກໍ່​ຄື​ມັນ​ສາ ມາດ​ໃຊ້​ແທນ​ກັນ​ໄດ້​ກັບ M270 MLRS ທີ່​ສາມາດບັນ​ຈຸ​ຖານ​ຍິງ​ຈະ​ຫລວດ​ໄດ້​ເຖິງ 2 ຖານ. ສຳລັບ​ ເຄື່ອງ​ຍິງ​ຈະ​ຫຼວ​ດລຸ້ນ​ນີ້​ສາມາດ​ເຄື່ອນ​ທີ່​ຈາກ​ຈຸດ​ໜຶ່ງ​ໄປ​ຫາ​ຈຸດ​ໜຶ່ງ​ໄດ້​ຢ່າງ​ວ່ອງໄວ​ເພື່ອ​ບໍ່​ໃຫ້​ຝ່າຍ​ກົງກັນຂ້າມ​ຮູ້​ຕຳແໜ່ງນອກ​ນັ້ນ ມັນ​ຍັງ​ສາມາດ​ຂົນສົ່ງ​ໄດ້​
ດ້ວຍ​ເຮືອບິນ​ລຳລຽງ C-130 ຂອງ​ບໍລິສັດ​ຜະລິດ​ອາວຸດ​ຂອງ​ສະຫະລັດ. ລະບົບ​ຈະ​ຫຼວ​ດລຸ້ນ​ນີ້​ມີ​ນ້ຳໜັກ ​ທັງ​ໝົດ​ລວມ​ທັງ​ລົດ​ບັນທຸກ 16,2 ໂຕນ, ຍາວ 7 ແມັດ, ກວ້​​າງ 2,4 ແມັດ, ສູງ 3,2 ແມັດ ໃຊ້​ກຳລັງ​ພົນ​ ພຽງ 3 ຄົນ, ສາມາດ​ທຳລາຍ ​ເປົ້າ​ໝາຍ​ໃນ​ໄລຍະ 9 ກິໂລແມັດ ຫຼື​ອີງ​ຕາມ​ພູມີ​ປະເທດ, ເຄ​​ື່ືອນ​ທີ່​ໄວ​ໄດ້ 85 ກິໂລແມັດ​ ຕໍ່​ຊົ່ວ ໂມງ.

ແຫຼ່ງທີ່ມາ: ໜັງສືພິມ​ກອງທັບ