ເຮືອດຳນ້ຳພະລັງງານນິວເຄລຍ ຂອງກອງທັບເຮືອຣັດເຊຍ
່
ສຳນັກຂ່າວ ເຈນ ລາຍງານ ໃນວັນທີ 4 ມັງກອນນີ້ ວ່າ: ຈາກພາບຖ່າຍທາງດາວທຽມ ໄດ້ສະແດງໃຫ້ເຫັນພາບຂອງ ເຮືອດຳນ້ຳພະລັງງານນິວເຄລຍ ຂອງ ຣັດເຊຍ ທີ່ເຄື່ອນຍ້າຍ ອອກຈາກບ່ອນຕໍ່ເຮືອລົງສູ່ ແຄມ ທະເລຂາວ, ໃນເບື້ອງຕົ້ນຄາດ ວ່າຈະມີການທົດສອບລະບົບ ຕ່າງໆໃນຂັ້ນຕອນພື້ນຖານ ເຊິ່ງ ເຮືອດຳນ້ຳລຸ້ນນີ້ມີຊື່ ວ່າ: ຢາຊີນ ເຊິ່ງຈະກາຍເປັນເຮືອດຳນ້ຳ ພະລັງງານນິວເຄລຍລຳທີ 4, ໃນປັດຈຸບັນນີ້ເຮືອດຳນ້ຳລຸ້ນນີ້ ມີປະຈຳການໃນກອງທັບເຮືອຣັດ ເຊຍແລ້ວ ຈຳນວນ 3 ລຳ. ເຮືອດຳນ້ຳ ພະລັງງານນິວເຄລຍ ນີ້, ມີນ້ຳໜັກປະມານ 8,600 ໂຕນ, ສາມາດບັນທຸກນ້ຳໜັກ ລວມໄດ້ 14.000 ໂຕນ ມີລວງ ຍາວ 139 ແມັດ, ລວງກວ້າງ 13 ແມັດ, ສາມາດ ແລ່ນໃນຄວາມ ສູງສຸດໄດ້ 65 ກິໂລແມັດຕໍ່ຊົ່ວ ໂມງ, ແຕ່ຖ້າແລ່ນໃຕ້ແມ່ນມີ ຄວາມໄວປະມານ 47 ກິໂລແມັດ ຕໍ່ຊົ່ວໂມງ. ສ່ວນດ້ານອາວຸດສາ ມາດຕິດຕັ້ງຂີປະນາວຸດ ຕິດຫົວ ຮົບນິວເຄລຍ, ມີຂີດຄວາມສາ ມາດໃນໂຈມຕີເປົ້າໝາຍໄດ້ ຢ່າງຖືກຕ້ອງ, ມີລະບົບປ້ອງ ກັນກວດຈັບຣາດາຂອງຝ່າຍ ກົງກັນຂ້າມໄດ້ຈາກໄລຍະໄກ.
ແຫຼ່ງທີ່ມາໜັງສືພິມກອງທັບ