ແຂວງຊຽງຂວາງ ປະກາດຮັບຮອງເອົາ 57 ບ້ານຂອງເມືອງແປກເປັນບ້ານປ້ອງກັນຊາດເຂັ້ມແຂງ
ວັນທີ 28 ກັນຍາ 2022 ນີ້, ຢູ່ທີ່ສະໂມສອນ ເມືອງແປກ ແຂວງຊຽງຂວາງ ໄດ້ຈັດພິທີປະກາດ 57 ບ້ານ ເປັນບ້ານປ້ອງກັນຊາດເຂັ້ມແຂງຄັ້ງທີ 2
ຂອງເມືອງແປກ ແລະ ຄັ້ງທີ 7 ຂອງແຂວງຊຽງຂວາງ. ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຂັນທອງ ວົງອຳຄາ ຫົວໜ້າການເມືອງກອງບັນ
ຊາການທະຫານແຂວງຊຽງຂວາງ, ມີສະຫາຍ ກົງທະນູ ອຸ່ນສະຫວັນ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງເມືອງແປກ ປະທານ ປກຊ-ປກສ
ຂັ້ນ
ເມືອງ, ມີຄະນະພັກ-ຄະນະບັນຊາທະຫານ-ຕຳຫຼວດເມືອງ, ພະແນກການ, ກົມກອງ, ຄະນະພັກຮາກຖານກຸ່ມ, ນາຍບ້ານ 57 ບ້ານ ແຂກຖືກເຊີນ ແລະ
ພາກ
ສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນໂທ ພິມພອນ ດວງບຸນມີ ຫົວໜ້າການເມືອງກອງບັນຊາການທະຫານເມືອງແປກ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ ການສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງໃນ 57 ບ້ານ ຢູ່ເມືອງແປກ ເຊິ່ງຜ່ານມາຄະນະຮັບຜິດຊອບການສ້າງຄອບຄົວ ແລະ ບ້ານປ້ອງກັນຊາດ ເຂັ້ມແຂງໄດ້ສົມທົບກັບບັນດາອົງການປົກຄອງບ້ານ ແລະ ໄດ້ນຳເອົາແນວທາງນະໂຍບາຍ, ມະຕິຄຳສັ່ງຂອງພັກ, ລະບຽບກົດໝາຍຂອງລັດ ແລະ ນິຕິກຳ ຕ່າງໆຂອງຂັ້ນເທິງ ໂດຍສະເພາະແມ່ນເອກະສານຂອງກະຊວງປ້ອງກັນປະເທດ ວ່າດ້ວຍການສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງມາຈັດຕັ້ງເຜີຍ ແຜ່ເຊື່ອມຊຶມໃຫ້ປະຊາຊົນເຂົ້າໃຈແຈ້ງຕໍ່ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກຢ່າງເຂັ້ມແຂງ, ເຮັດໃຫ້ປະຊາຊົນແຕ່ ລະບ້ານມີຄວາມຕື່ນຕົວເປັນເຈົ້າການປະກອບສ່ວນສຳຄັນເຂົ້າໃນວຽກງານດັ່ງກ່າວຢ່າງຕັ້ງໜ້າ ພ້ອມກັນເຮັດໜ້າທີ່ຕິດຕາມສະພາບການເຄື່ອນໄຫວຂອງ ກຸ່ມຄົນບໍ່ດີ ໃນຂອບເຂດຄວາມຮັບຜິດຊອບຂອງບ້ານຢ່າງເຂັ້ມງວດ, ຕອບຕ້ານໄດ້ທຸກປາກົດການຫຍໍ້ທໍ້ໃຫ້ທັນເວລາ, ພ້ອມດຽວກັນນັ້ນ ອຳນາດການ ປົກຄອງ ແລະ ປະຊາຊົນແຕ່ລະບ້ານຍັງໄດ້ເອົາໃຈໃສ່ສ້າງເສດຖະກິດແກ້ໄຂຊີວິດການເປັນຢູ່ຂອງຄອບຄົວຕາມທ່າແຮງບົ່ມຊ້ອນຂອງຕົນດ້ວຍການຄ້າຂາຍ, ປູກຝັງ-ລ້ຽງສັດ ແລະ ອື່ນໆ ສາມາດເຮັດໃຫ້ແຕ່ລະຄອບຄົວຫຼຸດພົ້ນຈາກຄວາມທຸກຍາກເທື່ອລະກ້າວ ແລະ ສາມາດສ້າງຄອບຄົວປ້ອງກັນຊາດເຂັ້ມແຂງ ໄດ້ທັງໝົດ 10.721 ຄອບຄົວ, ບ້ານປ້ອງກັນຊາດເຂັ້ມແຂງໄດ້ 57 ບ້ານ ເປັນຄັ້ງທີ 2 ຂອງເມືອງ ແລະ ເປັນຄັ້ງທີ 7 ຂອງແຂວງຊຽງຂວາງ, ໂອກາດນີ້ຍັງ ໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາການທະຫານແຂວງຊຽງຂວາງ ວ່າດ້ວຍການມອບໃບຢັ້ງຢືນ ແລະ ຮັບຮອງເປັນບ້ານປ້ອງກັນຊາດເຂັ້ມແຂງ, ຈາກນັ້ນ, ຄະ ນະປະທານກໍຜັດປ່ຽນກັນຂຶ້ນມອບໃບຢັ້ງຢືນບ້ານປ້ອງກັນຊາດເຂັ້ມແຂງໃຫ້ອົງການປົກຄອງບ້ານແຕ່ລະບ້ານຢ່າງສົມກຽດ.
ໂອກາດດັ່ງກ່າວ ສະຫາຍ ພົນຈັດຕະວາ ຂັນທອງ ວົງອຳຄາ ຍັງໄດ້ໃຫ້ກຽດເປີດປ້າຍ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນສິລິມຸງຄຸນໃຫ້ແກ່ 57 ບ້ານດັ່ງ ກ່າວຕື່ມອີກ.
ແຫຼ່ງທີ່ມາ: ສົມຮັກ ຈັນທະວົງສາ
ວັນທີ 30/09/2022