ກອງພົນທີ 2 ທາບທາມສ້າງແຜນກຳນົດພະນັກງານ
ນຳພາ-ບັນຊາຂັ້ນສູນກາງ ແລະ ກະຊວງຄຸ້ມຄອງ
ໃນລະຫວ່າງວັນທີ 26-28 ກັນຍາ 2022 ນີ້, ກອງພົນທີ 2 ໄດ້ຈັດກອງປະຊຸມທາບທາມສ້າງແຜນກຳນົດພະນັກງານນຳພາ-ບັນຊາຂັ້ນສູນກາງ ແລະ
ກະຊວງຄຸ້ມຄອງ ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ກຳມະການຄະນະພັກກະຊວງ
ຮອງຫົວໜ້າກົມໃຫຍ່ການເມືອງກອງ
ທັບ, ມີສະຫາຍ ພົນຈັດຕະວາ ວຽງແກ້ວ ສີສຸລາດ ເລຂາຄະນະພັກ ຫົວໜ້າການເມືອງກອງພົນທີ 2,
ມີຜູ້ຕາງໜ້າກົມພະນັກງານກົມໃຫຍ່ການເມືອງກອງ
ທັບ, ຄະນະພັກ-ຄະນະບັນຊາກອງພົນ, ຄະນະຫ້ອງ, ພະແນກການ, ກອງພັນໃຫຍ່ ແລະ ກອງພັນນ້ອຍເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ໄດ້ມີຄຳເຫັນແນະນຳໃຫ້ບັນດາ ສະຫາຍຜູ້ແທນກອງປະຊຸມ ຈົ່ງພ້ອມກັນເຊີດຊູຄວາມຮັບຜິດ ຊອບການເມືອງຂອງຕົນໃຊ້ສິດປະຊາທິປະໄຕເຂົ້າໃນການທາບທາມສ້າງແຜນກຳນົດພະນັກງານນຳພາ-ບັນຊາຂັ້ນສູນກາງ ແລະ ກະຊວງຄຸ້ມຄອງຄັ້ງນີ້, ພ້ອມທັງຍົກໃຫ້ເຫັນມາດຖານເງື່ອນໄຂຂອງຜູ້ຈະສະໝັກເຂົ້າເປັນພະນັກງານນຳພາ-ບັນຊາຂັ້ນສູນກາງ ແລະ ກະຊວງຄຸ້ມຄອງ ເພື່ອບັນຈຸເຂົ້າໃນແຜນກຳ ນົດພະນັກງານໃນຊຸມປີຕໍ່ໜ້າ. ຈາກນັ້ນ, ສະຫາຍ ພັນເອກ ວົງເພັດ ເພັງພານິດ ຫົວໜ້າຫ້ອງການເມືອງກອງພົນທີ 2 ໄດ້ຜ່ານບົດສະຫຼຸບຕີລາຄາແຜນການ ກຳນົດພະນັກງານນຳພາ-ບັນຊາຢູ່ກອງພົນທີ 2 ເຊິ່ງໃນໄລຍະຜ່ານມາ ຄະນະພັກ-ຄະນະບັນຊາກອງພົນ ໄດ້ຖືສຳຄັນການສ້າງແຜນກຳນົດພະນັກງານ ໂດຍປະ ຕິບັດຖືກຕ້ອງສອດຄ່ອງກັບມາດຕະຖານເງື່ອນໄຂທີ່ກຳນົດໄວ້ໃນກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານໃນສະເພາະໜ້າ ແລະ ຍາວນານ. ໄລຍະຜ່ານມາກອງພົນທີ 2 ໄດ້ປັບປຸງການຈັດຕັ້ງນຳພາ-ບັນຊາຂັ້ນກອງພົນ 5 ຄັ້ງ, ຂັ້ນອົງການ, ພະ ແນກການ 10 ຄັ້ງ, ກອງພັນໃຫຍ່ 3 ຄັ້ງ, ກອງພັນ ແລະ ກອງຮ້ອຍເອກະລາດ 27 ຄັ້ງ, ມີພະນັກງານຮັບໜ້າທີ່ໃໝ່ 216 ສະຫາຍ, ເຮັດໃຫ້ການຈັດຕັ້ງນຳ ພາ-ບັນຊາທຸກຂັ້ນນັບມື້ມີຄວາມເຕີບໃຫຍ່ເຂັ້ມແຂງຂຶ້ນ, ສາມາດເຮັດສຳເລັດໜ້າທີ່ການເມືອງຂອງກົມກອງ; ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ແລະ ພະ ນັກງານແຕ່ລະສະຫາຍທີ່ເປັນເສນາທິການໃຫ້ແກ່ຄະນະພັກຂັ້ນຕ່າງໆໄດ້ເປັນເຈົ້າການເອົາໃຈໃສ່ເຝິກຝົນຫຼໍ່ຫຼອມຕົນເອງຕໍ່ກັບວຽກງານນຳພາ-ບັນຊາ, ຕິດ ພັນກັບການຄົ້ນຄວ້າເຊື່ອມຊຶມກຳແໜ້ນບັນດາມະຕິຂອງກົມການເມືອງສູນກາງພັກ ແລະ ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກກ່ຽວກັບການສ້າງ ແລະ ປະຕິບັດແຜນກຳນົດພະນັກງານນຳພາ-ບັນຊາຢ່າງເລິກເຊິ່ງສາມາດຈັດຕັ້ງຜັນຂະຫຍາຍກາຍເປັນຮູບປະທຳຕົວຈິງ, ບັນດາກົມກອງສ້າງໄດ້ພະນັກງານສືບ ທອດປ່ຽນແທນໄດ້ຢ່າງຕໍ່ເນື່ອງຮັບປະກັນສ້າງໄດ້ພະນັກງານ 3 ຮຸ່ນ, ເຮັດໃຫ້ການນຳພາ-ບັນຊາມີຄວາມເຂັ້ມແຂງ. ຜ່ານມາກອງພົນສາມາດສັງລວມໄດ້ ບັນດາຕຳແໜ່ງທີ່ຂຶ້ນກັບສິດຄຸ້ມຄອງຂອງສູນກາງພັກ ແລະ ກະຊວງປ້ອງກັນປະເທດ ໄດ້ສຳເລັດການສ້າງແຜນກຳນົດຂັ້ນຄະນະພັກ-ຄະນະບັນຊາກອງພົນ ແລະ ອົງການ 5 ຫ້ອງ, ບັນດາພະແນກການທີ່ຂຶ້ນກັບ, ກອງພັນໃຫຍ່, ກອງພັນ ແລະ ກອງຮ້ອຍເອກະລາດ ລວມທັງໝົດ 27 ກົມກອງ ໄດ້ສຳເລັດຕາມ ແຜນການ. ໃນກອງປະຊຸມ, ບັນດາຜູ້ເຂົ້າຮ່ວມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ສຸມສະຕິປັນຍາຄົ້ນຄວ້າຕັດສິນໃຈ ແລະ ປ່ອນບັດຄັດເລືອກເອົາພະນັກ ງານນຳພາ-ບັນຊາຂັ້ນສູນກາງ ແລະ ກະຊວງຄຸ້ມຄອງຢູ່ກອງພົນທີ 2 ບັນລຸໄດ້ຕາມແຜນທີ່ກຳນົດໄວ້.
ແຫຼ່ງທີ່ມາ: ສຸວັນໂນ ທະລັງສີ
ວັນທີ 29/09/2022