ທະຫານນະຄອນຫຼວງວຽງຈັນ ປຶກສາຫາລືການກະກຽມວຽກງານ ຂຸດຄົ້ນອັດຖິຂອງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ
ວັນທີ 23 ກັນຍາ 2022 ນີ້, ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມປຶກສາຫາລືໃນການກະກຽມວຽກງານຂຸດຄົ້ນອັດຖິ
ຂອງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດແຕ່ປາງສົງຄາມ ຢູ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ສະຫາຍ
ພົນຈັດຕະວາ ໄພວັນ ຈັນທະພົມມາ ຫົວໜ້າການເມືອງ ທະຫານນະຄອນຫຼວງວຽງຈັນ, ຮອງຫົວໜ້າຄະນະປະຕິບັດງານພິເສດນະຄອນຫຼວງວຽງຈັນ,
ມີ
ຄະນະພັກ-ຄະນະບັນຊາ, ພະແນກການ, ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນຕີ ສຸລິຍົງ ເສັງສີຍາ ຮອງຫົວໜ້າພະແນກນະໂຍບາຍຫ້ອງການເມືອງ ທະຫານນະຄອນຫຼວງວຽງຈັນ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງ ປະຕິບັດການຊອກຫາ ແລະ ຂຸດຄົ້ນອັດຖິໃນສົກປີ 2021-2022 ຜ່ານມາ ສາມາດຂຸດຄົ້ນອັດຖິໄດ້ 2 ອັດຖິ ແລະ ໄດ້ຈັດສົ່ງກັບຄືນປະເທດຢ່າງສົມກຽດ. ຈາກການປະຕິບັດຜ່ານມາເຫັນວ່າພົບທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຫຼາຍດ້ານ ເປັນຕົ້ນແມ່ນສະພາບດິນຟ້າອາກາດບໍ່ເອື້ອອຳນວຍໃນການຊອກຄົ້ນ, ພູ ມີປະເທດມີການປ່ຽນແປງ ແລະ ຜູ້ທີ່ຮູ້ຂໍ້ມູນສ່ວນຫຼາຍແມ່ນໄດ້ເສຍຊີວິດ ຈຶ່ງເຮັດໃຫ້ການປະຕິບັດໜ້າທີ່ວຽກງານພົບຄວາມຫຍຸ້ງຍາກ, ຕໍ່ຈາກບັນຫາດັ່ງ ກ່າວ, ຄະນະປະຕິບັດງານພິເສດນະຄອນຫຼວງວຽງຈັນ ແລະ ຄະນະປະຕິບັດງານ ແຂວງຮ່າຕິ່ງ ສສ ຫວຽດນາມ ໄດ້ມີການປະສານສົມທົບຮ່ວມມືກັນຢ່າງ ຮອບດ້ານ ແລະ ອຳນວຍຄວາມສະດວກເຂົ້າໃນການຊອກຫາ ແລະ ຂຸດຄົ້ນດ້ວຍຄວາມຮັບຜິດຊອບສູງ, ອົງການປົກຄອງເມືອງ, ບ້ານ ແລະ ພື້ນຖານປະຊາ ຊົນກໍໃຫ້ຄວາມຮ່ວມມືສະໜັບສະໜູນໃນທຸກດ້ານທີ່ຄະນະປະຕິບັດພິເສດນະຄອນຫຼວງວຽງຈັນລົງເກັບກຳຂໍ້ມູນຕ່າງໆ.
ກອງປະຊຸມກໍໄດ້ພ້ອມກັນຄົ້ນຄວ້າປຶກສາຫາລືປະກອບຄຳຄິດເຫັນເຂົ້າໃນວຽກງານດັ່ງກ່າວໃຫ້ຖືກຕ້ອງສອດຄ່ອງ ແລະ ເໝາະສົມກັບສະພາບຄວາມ ເປັນຈິງແນໃສ່ຮັບປະກັນເຮັດໃຫ້ການຂຸດຄົ້ນຊອກຫາອັດຖິ ແລະ ການຮວ່ມມືຮອບດ້ານພິເສດ ລະຫວ່າງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ກັບ ກອງບັນຊາການທະຫານແຂວງຮ່າຕິ່ງ ສສ ຫວຽດນາມ ສາມາດບັນລຸໄດ້ຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້.
ແຫຼ່ງທີ່ມາ: ສຸລິຍາ
ວັນທີ 28/09/2022