ກອງບັນຊາການຫານແຂວງເຊກອງ ອວຍພອນຄະນະພັກ ກອງບັນຊາການທະຫານຊາຍແດນ ແລະ ກອງບັນຊາການທະຫານແຂວງກວາງນາມ
ໃນຕອນບ່າຍວັນທີ 7 ມັງກອນ 2023 ນີ້, ສະຫາຍ ພັນເອກ ທອງສີ ກຸນສະນະ ຫົວໜ້າການທະຫານ ກອງບັນຊາການ ທະຫານແຂວງເຊກອງ ພ້ອມດ້ວຍ ຄະນະ ໄດ້
ໄປຢ້ຽມຢາມ ແລະ ອວຍພອນຄະນະພັກກອງບັນຊາການທະ ຫານຊາຍແດນ ແລະ ກອງບັນຊາການທະຫານແຂວງກວາງນາມ ກອງທັບ ສສ ຫວຽດນາມ, ເນື່ອງໃນໂອ
ກາດວັນບຸນປີໃໝ່ປະຈຳຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ໂດຍໃຫ້ກຽດຕ້ອນຮັບຈາກ ສະຫາຍ ພັນເອກ ເຈິ່ນຕ໋ຽນຮ່ຽນ ຮອງຫົວໜ້າກອງບັນຊາ
ການທະຫານຊາຍແດນ ແລະ ສະຫາຍ ພັນໂທ ໂຮ່ຮຸຍຮຸ່ງ ຮອງຫົວໜ້າການເມືອງ ທະຫານແຂວງກວາງນາມ ພ້ອມດ້ວຍຄະນະ. ໃນໂອກາດດັ່ງກ່າວ ສະຫາຍ ພັນເອກ
ທອງສີ ກຸນສະນະ ໄດ້ຕາງໜ້າໃຫ້ຄະນະພັກກອງບັນຊາການ ທະຫານແຂວງເຊກອງ ກ່າວຄຳຢ້ຽມຢາມຖາມຂ່າວ ແລະ ອວຍພອນມາຍັງການນຳພັກ-ລັດ ແລະ ປະຊາຊົນ
ຫວຽດນາມ ເວົ້າລວມ, ເວົ້າສະເພາະ ກໍຄື ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານຊາຍແດນ ແລະ ຄະນະພັກກອງບັນຊາການທະຫານແຂວງ ຕະຫຼອດຮອດພະ
ນັກງານ-ນັກຮົບທົ່ວກຳລັງປະກອບອາວຸດ ແຂວງກວາງນາມ, ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດຂອງ ສສ ຫວຽດນາມ, ຈົ່ງມີສຸຂະພາບເຂັ້ມແຂງ-ແຂງແຮງ, ມີຄວາມ
ຜາສຸກໃນຊີວິດສ່ວນຕົວ, ພ້ອມທັງປະສົບຜົນສຳເລັດໜ້າທີ່ໃນພາລະກິດອັນສຳຄັນຕາມທີ່ຊາດ ແລະ ປະຊາຊົນມອບໝາຍໃຫ້ ພ້ອມກັນນັ້ນ, ຍັງໄດ້ພ້ອມກັນເອົາໃຈໃສ່
ປົກປັກຮັກສາສ້າງຄວາມສາມັກຄີມິດຕະພາບແບບພິເສດໃນການຮ່ວມມືຮອບດ້ານ, ໂດຍ ມີມູນເຊື້ອໃນການອູ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໂດຍຕະຫຼອດມາ. ນອກ
ຈາກນັ້ນ, ຍັງໄດ້ເອົາໃຈໃສ່ຈັດຕັ້ງເຊື່ອມຊຶມຈັດຕັ້ງຜັນຂະຫຍາຍບັນດາໝາກຜົນ, ຜົນ ງານໄຊຊະນະໃນການປະຕິບັດໜ້າທີ່ການ ເມືອງໃນໄລຍະໃໝ່, ຕະຫຼອດຮອດວຽກ
ງານການພົວພັນຕ່າງປະເທດ, ເຊິ່ງໄດ້ປະສານສົມທົບແໜ້ນກັບອຳນາດການປົກຄອງຂັ້ນແຂວງ, ເມືອງ ແລະ ບ້ານ, ສາມາດເຮັດໃຫ້ສະພາບການຮອບດ້ານ ມີຄວາມສະ
ຫງົບໂດຍພື້ນ ຖານ.ໂອ ກາດນີ້, ຄະນະພັກກອງບັນຊາການ ທະຫານຊາຍແດນ ແລະ ກອງບັນຊາການ ທະຫານແຂວງກວາງນາມ ໄດ້ກ່າວຄຳຂອບໃຈມາຍັງຄະນະພັກ
ກອງບັນ ຊາການ ທະຫານແຂວງເຊກອງ ພ້ອມຄະນະ ທີ່ໄດ້ມາຢ້ຽມຢາມ ແລະ ອວຍພອນໃນໂອກາດບຸນປີໃໝ່ປະຈຳຊາດຂອງ ສສ ຫວຽດນາມໃນຄັ້ງນີ້, ເພື່ອພ້ອມກັນ
ຈັດຕັ້ງປະຕິບັດສືບຕໍ່ພົວພັນຮ່ວມມືຮອບ ດ້ານແບບພິເສດຂອງສອງຊາດ ຫວຽດນາມ-ລາວ, ລາວ-ຫວຽດນາມ ແລະ ພັດທະນາເສດຖະກິດ-ສັງຄົມ ຂອງສອງຊາດໃຫ້
ຮັ່ງມີຜາສຸກໃນຕໍ່ໜ້າ, ທັງສອງຝ່າຍຕ້ອງໄດ້ພ້ອມກັນອູ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຕິດພັນກັບການຮັກສາແໜ້ນທາງດ້ານຄວາມສາມັກຄີແບບພິເສດ, ຄຽງຄູ່ກັບ
ການເພີ່ມທະວີສາຍສຳພັນລະຫວ່າງສອງຊາດ ໃຫ້ມີຄວາມໝັ້ນຄົງທະນົງແກ່ນຍິ່ງໆຂຶ້ນ, ພ້ອມກັນເພີ່ມທະວີເອົາໃຈໃສ່ຍົກສູງໝາກຜົນໃນການປະສານສົມທົບທາງດ້ານ
ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນສະພາບການປ່ຽນແປງໃໝ່ໃຫ້ມີຄວາມໜັກແໜ້ນ-ເຂັ້ມແຂງ, ເພື່ອເຮັດໃຫ້ປະເທດຊາດ ແລະ ກົມກອງໄດ້ຮັບ ການພັດ ທະນາດີຂຶ້ນເປັນກ້າວໆ.
ແຫຼ່ງທີ່ມາ: ທອງມີ ຈັນທະວີວັນ