ຍົກສູງວຽກງານອົບຮົມ-ຫັດແອບ ການທະຫານ ໃຫ້ກຳລັງກອງຮ້ອຍປ້ອງກັນທີ່ຕັ້ງ 902
ວຽກງານອົບຮົມ-ຫັດແອບ, ປັບປຸງລະບຽບແບບແຜນແລະເຝິກຝົນກຳລັງແຮງກາຍແມ່ນໜຶ່ງຢູ່ໃນບູລິມະສິດສຳຄັນທີ່ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນໄດ້ ຈັດຕັ້ງ
ປະຕິບັດເປັນປະຈຳຕາມ ຄຳສັ່ງແນະນຳຂອງກົມໃຫຍ່ເສ ນາທິການກອງທັບວາງອອກ, ເພາະວຽກງານດັ່ງກ່າວແມ່ນນອນຢູ່ໃນ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກ
ກະຊວງປ້ອງກັນປະເທດກຳນົດໄວ້ ທັງແມ່ນໜຶ່ງໃນມູນເຊື້ອອັນດີງາມຂອງກອງທັບ ປະຊາຊົນລາວເຊິ່ງໄດ້ຢັ້ງຢືນເຖິງຄວາມມີລະ ບຽບວິໄນຄວາມເຂັ້ມແຂງ, ໜັກແໜ້ນ,
ເດັດຂາດ ມີແບບແຜນກ້າວໄປເຖິງການສ້າງກອງທັບປະຕິວັດທັນສະໄໝໃນສະເພາະໜ້າ ແລະຍາວນານ.ໃນນີ້ ເວົ້າສະເພາະຢູ່ກອງຮ້ອຍປ້ອງກັນທີ່ຕັ້ງ 902 ທະຫານແຂວງ
ຈຳປາສັກ ກໍໄດ້ຖືເອົາວຽກງານດັ່ງກ່າວເປັນພື້ນຖານສຳຄັນໃນການປ້ອງກັນຕົວຍົກລະດັບຄວາມຮູ້ຄວາມສາມາດກຳລັງແຮງກາຍໃຫ້ກຳລັງຂອງຕົນ. ສະຫາຍ ຮ້ອຍເອກ
ສີວິໄຊ ຈັນ ທະວິໄລ ຮອງຫົວໜ້າການທະ ຫານກອງຮ້ອຍປ້ອງກັນທີ່ຕັ້ງ 902 ທະຫານແຂວງຈຳປາສັກ ໃຫ້ຮູ້ວ່າ: ການອົບຮົມ-ຫັດແອບວຽກງານການເມືອງ, ການທະ
ຫານ, ພະລາທິການ, ເຕັກນິກ ໃຫ້ ພະ ນັກງານ-ນັກຮົບຂອງກອງ ຮ້ອຍປ້ອງກັນທີ່ຕັ້ງ 902 ປະຈຳປີ 2022 ເປັນການຍົກສູງສິລະປະຍຸດ-ຍຸດທະວິທີຂັ້ນພື້ນ ຖານຂອງທະ
ຫານຮາບ ແລະ ວິຊາສະ ເພາະໃຫ້ມີຄວາມຄ່ອງແຄ້ວ, ຊຳນິຊຳນານເຂົ້າໃນວຽກງານຕົວຈິງ. ການເຝິກອົບ ຮົມຄັ້ງນີ້ ມີນັກເຝິກອົບຮົມເຂົ້າຮ່ວມທັງໝົດ 80 ສະຫາຍ, ກຳ
ນົດເວລາ 90 ວັນ, ເອກະສານທີ່ນຳມາອົບ ຮົມມີຄື: ພາກວິຊາການເມືອງ 5 ວັນ, ພາກພະລາທິການ 5 ວັນ, ພາກເຕັກນິກ 05 ວັນ, ອົບຮົມລະບຽບ, ຂໍ້ກຳນົດ, ລະບຽບ
ຮູບແຖວພິທີການ 15 ວັນ, ອົບຮົມ-ຫັດແອບລະບຽບກິລາ 10 ວັນ, ພາກສິລະປະຍຸດ 25 ວັນ, ພາກຍຸດທະວິທີ 25 ວັນ, ຜ່ານການ ເຝິກອົບຮົມຕົວຈິງສາມາດຕີລາ ຄາ
ຜົນໄດ້ຮັບຄື: ພາກການເມືອງ ໄດ້ 83,32%; ພາກພະລາທິ ການໄດ້ 99,99%; ພາກເຕັກ ນິກໄດ້ 91% ; ລະບຽບ, ຂໍ້ກຳ ນົດ, ລະບຽບຮູບແຖວພິທີການ ໄດ້
93,32%; ລະບຽບກິລາ ໄດ້ 92,33%; ສິລະປະຍຸດ ໄດ້ 82,66%; ຍຸດທະວິທີ ໄດ້ 89,99% ; ສະເລ່ຍລວມທັງໝົດ ໄດ້ 90,51%. ສະຫາຍ ພັນໂທ ໄພວັນ ຫຼວງ
ໄຊສົງຄາມ ຫົວໜ້າພະແນກອົບ ຮົມ ທະຫານແຂວງຈຳປາສັກ ຍັງໃຫ້ຮູ້ຕື່ມອີກວ່າ: ຜ່ານການຈັດຕັ້ງປະຕິບັດເຫັນວ່າ ພະນັກງານ-ນັກ ຮົບມີຄວາມເຂົ້າໃຈ ແລະ ກຳແໜ້ນ ທາງພາກທິດສະດີ ແລະພາກປະຕິບັດຕົວຈິງ, ຈັງຫວະບາດກ້າວບຸກຕີ, ຈັ້ງທ່າ, ຈຸ 3.3 ແລະ ໝູ່ບຸກຕີສາມາດດັບສູນເປົາໝາຍໄດ້ດີພ້ອມທັງຮັບປະກັນຄວາມປອດໄພ
100%.
ແຫຼ່ງທີມາ:ດາວົງ ບຸດຕະວົງ